ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2

26/02/2025 11:40
Email Print 211
ຂປລ ຂປລ. ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ຢູ່ ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.



ຂປລ. ໃນວັນທີ 25 ກຸມພາ 2025 ນີ້
, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ຢູ່ ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.




ກອງປະຊຸມເວທີອະນາຄົດອາຊຽນ ແມ່ນຂໍ້ລິເລີ່ມຂອງ ຫວຽດນາມ ຈັດຂຶ້ນເພື່ອລະດົມຄວາມຄິດຄວາມເຫັນ ຈາກພາກລັດ ກໍຄື ບັນດາຜູ້ນຳ
, ພາກເອກະຊົນ, ຊາວໝຸ່ມ ແລະ ນັກຄົ້ນຄວ້າຈາກພາກພື້ນ ແລະ ນອກພາກພື້ນ ເພື່ອຮັດແໜ້ນການຮ່ວມມື ໃນການສົ່ງເສີມປະຊາຄົມອາຊຽນ ໃຫ້ເຂັ້ມແຂງໃນອະນາຄົດ.

 ກອງປະຊຸມໃນຄັ້ງນີ້, ແນໃສ່ລະດົມຄວາມຄິດຄວາມເຫັນ ໃນການຮັບມືກັບສິ່ງທ້າທາຍ ໃນສະພາບຂອງໂລກພວມຜັນແປ ແລະ ຍາດໄດ້ກາລະໂອກາດ ເພື່ອເສີມສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໃນທົດສະຫວັດຕໍ່ໜ້າ ໂດຍຜ່ານ ການຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມອາຊຽນ 2045 ທີ່ຜູ້ນຳອາຊຽນ ຈະຮັບຮອງເອົາ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ທີ່ຈະຈັດຂຶ້ນ ໃນເດືອນພຶດສະພາ 2025 ນີ້ ທີ່ມາເລເຊຍ.




ໃນໂອກາດນີ້
, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຮັບກຽດຂຶ້ນກ່າວຄຳເຫັນ ໃນພິທີເປີດກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ່ມຂອງ ຫວຽດນາມ ໃນການຈັດກອງປະຊຸມດັ່ງກ່າວ ເຊິ່ງເປັນເວທີສຳຄັນຂອງພາກພື້ນ ແລະ ໄດ້ຢໍ້າວ່າ ຄຳຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ຜັນແປ” ແມ່ນສອດຄ່ອງ ແລະ ແທດເໝາະກັບ ທ່າອ່ຽງ ກໍຄື ສະພາບການຂອງພາກພື້ນ ແລະ ຂອງໂລກໃນປັດຈຸບັນ ເປັນຕົ້ນແມ່ນ ສິ່ງທ້າທາຍ ທີ່ເກີດຈາກ ການພັດທະນາ ເຕັກໂນໂລຊີ​ ໂດຍສະເພາະປັນຍາປະດິດ ຫລື AI, ການຫັນເປັນດີຈິຕອນ, ບັນຫາການປ່ຽນແປງຂອງດິນຟ້າ​ອາ​ກາດ, ສິ່ງແວດ ລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ, ບັນຫາເສດຖະກິດ, ຄວາມແຕກໂຕນທາງດ້ານການພັດທະນາ ແລະ ບັນຫາອື່ນໆ ເຊິ່ງໄດ້ສົ່ງຜົນກະທົບ ຕໍ່ການເປັນຢູ່ຂອງປະຊາຊົນ ກໍຄື ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ໃນໂລກ. ຕໍ່ສະພາບການດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ເນັ້ນວ່າ ອາຊຽນ ຕ້ອງໄດ້ສືບຕໍ່ຮ່ວມມືກັນ ເສີມສ້າງຄວາມເຂັ້ມແຂງຂອງຕົນ ກໍຄື ຂອງບັນດາປະເທດສະມາຊິກອາຊຽນ ຄືດັ່ງ ບູລິມະສິດຂອງ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ພາຍໃຕ້ຄຳຂວັນ “ຮັດແໜ້ນການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເພື່ອເຮັດໃຫ້ອາຊຽນ ສາມາດຮັບມືກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໄດ້ຢ່າງມີປະສິດ ທິພາບ ແລະ ມີປະສິດທິຜົນ ແລະ ກ້າວໄປພ້ອມກັນ ໄປສູ່ປະຊາຄົມທີ່ມີຄວາມເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມ

      2/26/2025 12:34:26 PM

      ຂປລ. ໃນ​ວັນ​ທີ 25 ກຸມພາ 2025 ນີ້, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຮອງ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າ​ຮ່ວມ​ ກອງ​ປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

    • ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

      2/26/2025 12:25:51 PM

      ຂປລ. ອະນຸກໍາມະການໂຄສະນາ ຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ຈັດພິທີທົດລອງການສະແດງສິລະປະ-ວັດທະນະທໍາ ກຽມສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ (ຄັ້ງທີ 1) ໃນວັນທີ 24 ກຸມພາ 2025 ຢູ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນ ເຂົ້າຮ່ວມ.

    • ສໍາເລັດກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIການເມືອງ

      ສໍາເລັດກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

      2/25/2025 4:56:42 PM

      ຂປລ. ກອງປະຊຸມສະໄໝວິ​ສາ​ມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ ດໍາເນີນແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ແລະ ມີລັກສະນະ “ພິເສດ”, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຮັບຟັງລາຍງານ, ປຶກສາຫາລື, ຕີລາຄາ ແລະ ທິດຊີ້ນໍາຕໍ່​ແຕ່​ລະ​ບັນຫາ​ ທີ່​ຍົກ​ຂຶ້ນ​ຢ່າງເລິກເຊິ່ງ ພາວະວິໄສ, ກົງ​ໄປ​ກົງ​ມາ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊ

      2/25/2025 4:46:23 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ຫ້ອງ​ການສ​ະ​ຫະ​ປະ​ຊາ​ຊາດທີ່ເຊີແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ, ທ່ານ ດາວ​ວີ ​ວົງ​ໄຊ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ທາ​ທີ​ຢາ​ນາ ວາ​ໂລ​ວາ​ຢາ (Tatiana Valovaya) ຜູ້ອຳນວຍການໃຫຍ່ ຫ້ອງການອົງການສະຫະປະຊາຊາດ (ສປຊ) ທີ່ເຊີແນວ, ສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້​ຕາງ​ໜ້າ​ຖາ​ວອນແຫ່ງ ສ​ປ​ປ ລາວ ປະ​ຈຳ ​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆທີ່ເຊີ​ແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ​.

    • ລາວ-ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ຫາລືສົ່ງເສີມການຮ່ວມມືສອງຝ່າຍການເມືອງ

      ລາວ-ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ຫາລືສົ່ງເສີມການຮ່ວມມືສອງຝ່າຍ

      2/25/2025 4:43:13 PM

      ຂປລ. ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານ ຄໍ່າ ແລະ ພົບປະເຮັດວຽກ ກັບ ສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກ ຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025.

ads
ads

Top