ທະນາຄານໃຫຍ່ສຸດ ໃນສິງກະໂປ ຈະປັບຫລຸດພະນັກງານ 4.000 ຄົນ

26/02/2025 22:32
Email Print 153
ຂປລ ທະນາຄານການພັດທະນາ ແຫ່ງສິງກະໂປຈຳກັດ ຫລື ດີບີເອສ ເປັນສະຖາບັນການເງິນ ຂະໜາດໃຫຍ່ທີ່ສຸດ ຂອງ ສິງກະໂປ ໄດ້ອອກຖະແຫລງການ ກ່ຽວກັບ ການກຽມປັບຫລຸດ ບຸກຄະລາກອນ 4.000 ຄົນ

ຂປລ. ສຳນັກຂ່າວ ຕ່າງປະເທດລາຍງານ ຈາກປະເທດ ສິງກະໂປ ເມື່ອວັນທີ 25 ກຸມພາ, ທະນາຄານການພັດທະນາ ແຫ່ງສິງກະໂປຈຳກັດ ຫລື ດີບີເອສ ເປັນສະຖາບັນການເງິນ ຂະໜາດໃຫຍ່ທີ່ສຸດ ຂອງ ສິງກະໂປ ໄດ້ອອກຖະແຫລງການ ກ່ຽວກັບ ການກຽມປັບຫລຸດ ບຸກຄະລາກອນ 4.000 ຄົນ ໃນໄລຍະເວລາອີກ 3 ປີຕໍ່ໜ້າ, ໂດຍສະເພາະເຈົ້າໜ້າທີ່ ທີ່ເປັນພະນັກງານປະຈຳ ຈະບໍ່ໄດ້ຮັບຜົນກະທົບຈາກ ມາດຕະການດັ່ງກ່າວ.

ຂະນະທີ່ ທ່ານ ພີຢຸດ ຄຸປາຕະ ປະທານເຈົ້າໜ້າທີ່ ບໍລິຫານ (ຫົວໜ້າ) ຂອງ ດີບີເອສ ຄາດການວ່າ ທະນາຄານຈະສ້າງ ວຽກເຮັດງານທຳໃໝ່ ທີ່ກ່ຽວຂ້ອງກັບ ປັນຍາທຽມ (ເອໄອ) ໄດ້ປະມານ 1.000 ຕຳແໜ່ງ. ປັດຈຸບັນ ດີບີເອສ ມີພະນັກງານ ທັງພາຍໃນ ແລະ ຕ່າງປະເທດປະມານ 41.000 ຄົນ ໃນຈຳນວນນີ້ ລະຫວ່າງ 8.000-9.000 ຄົນ ເປັນພະນັກງານຊົ່ວຄາວ ຫລື ພະນັກງານສັນຍາຈ້າງ . /

 

KPL

ຂ່າວອື່ນໆ

ads
ads

Top