ຂປລ
ທ່ານ ຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ລົງນາມ ຄໍາສັ່ງ ກ່ຽວກັບ ການຈັດຕັ້ງກອງທຶນ ຄວາມໝັ້ນຄົງແຫ່ງຊາດ ໂດຍມີຊື່ວ່າ “ອະນາກາຕາ ນູຊັນຕາຣາ ຫລື ດານັນຕາຣາ” ພ້ອມທັງ ລະບຸວ່າ ໄດ້ຮັບແຮງບັນດານໃຈ ຈາກ ກອງທຶນ ເທມາເສັກ ຂອງ ສິງກະໂປ.
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານຈາກນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເມື່ອບໍ່ດົນມານີ້, ທ່ານ ຣາໂບໂວ ຊູບຽນໂຕ ປະທານາທິບໍດີ ອິນໂດເນເຊຍ ໄດ້ລົງນາມ ຄໍາສັ່ງ ກ່ຽວກັບ ການຈັດຕັ້ງກອງທຶນ ຄວາມໝັ້ນຄົງແຫ່ງຊາດ ໂດຍມີຊື່ວ່າ “ອະນາກາຕາ ນູຊັນຕາຣາ ຫລື ດານັນຕາຣາ” ພ້ອມທັງ ລະບຸວ່າ ໄດ້ຮັບແຮງບັນດານໃຈ ຈາກ ກອງທຶນ ເທມາເສັກ ຂອງ ສິງກະໂປ. ການເຄື່ອນໄຫວດັ່ງກ່າວ ແມ່ນສອດຄ່ອງກັບການກຳນົດເປົ້າໝາຍ ທາງເສດຖະກິດ ທີ່ປະກາດ ໃນໄລຍະຫາສຽງ ເລືອກຕັ້ງ ເມື່ອປີກາຍວ່າ ຈະສືບຕໍ່ ພັດທະນາເສດຖະກິດ ຂອງ ປະເທດ ໃຫ້ຈະເລີນ ເຕີບໃຫຍ່ທີ່ສຸດ ປະມານ5-8% ຕໍ່ປີ ໃນອາຊີ ຕາເວັນອອກສ່ຽງໃຕ້.
ນອກນັ້ນ, ສຳນັກຂ່າວ ອັນຕາຣາ ທາງການ ອິນໂດເນເຊຍ ຍັງລາຍງານວ່າ: ກອງທຶນດານັນຕາຣາ ມີງົບປະມານ ໃນໄລຍະເລີ່ມຕົ້ນ 20 ຕື້ໂດລາສະຫະລັດ ແລະ ຈະເຮັດໜ້າທີ່ ເປັນຜູ້ຖືຫຸ້ນຂະໜາດໃຫຍ່ ຂອງລັດຖະບານ ຕາມອັດຕາສ່ວນ ໃນປັດຈຸບັນ ທີ່ມີຢູ່ໃນໜ່ວຍ ລັດວິສາຫະກິດທຸກແຫ່ງ./
KPL