ຂປລ
ກັບມາພໍ້ກັນອີກເທື່ອໜຶ່ງສໍາລັບ “ຄໍລຳສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງມື້ນີ້ ຂໍຍົກເອົາສາມເປົ້າໝາຍສູ້ຊົນສ້າງເສດຖະກິດດັ່ງກ່າວ ມາສະເໜີໃຫ້ພວກເຮົາຮັບຮູ້ນຳກັນຕື່ມ ໂດຍແຕ່ນີ້ຮອດປີ 2026 ມັນຮຽກຮ້ອງເຖິງທຸກພາກສ່ວນຕ້ອງສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ.
*ກັບມາພໍ້ກັນອີກເທື່ອໜຶ່ງສໍາລັບ “ຄໍລຳສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງມື້ນີ້ ຂໍຍົກເອົາສາມເປົ້າໝາຍສູ້ຊົນສ້າງເສດຖະກິດດັ່ງກ່າວ ມາສະເໜີໃຫ້ພວກເຮົາຮັບຮູ້ນຳກັນຕື່ມ ໂດຍແຕ່ນີ້ຮອດປີ 2026 ມັນຮຽກຮ້ອງເຖິງທຸກພາກສ່ວນຕ້ອງສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ ດ້ວຍຄຸນນະພາບ ແລະ ປະສິດທິຜົນຕົວຈິງ ຕາມຈິດໃຈສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ພ້ອມທັງສ້າງທ່ວງທ່າໃໝ່ໃຫ້ແກ່ການຈັດຕັ້ງປະຕິບັດທິດທາງ, ຄາດໝາຍໃຫຍ່ຮອດປີ 2030 ທ່ີ ຈະຖືກກໍານົດອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກກໍ່ຄືການບັນລຸຄາດໝາຍໃຫຍ່ໃນວິໄສທັດຮອດປີ 2030.
ສາມເປົ້າໝາຍສູ້ຊົນນັ້ນ, ອັນໜຶ່ງ ແມ່ນສືບຕໍ່ຮັບປະກັນໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ມີຄວາມສະຫງົບປອດໄພທາງສັງຄົມຢ່າງໜັກແໜ້ນ; ການຂະຫຍາຍຕົວຂອງເສດຖະກິດມີຄວາມໝັ້ນທ່ຽງ, ໜັກແໜ້ນ ແລະ ມີຄວາມຍືນຍົງ, ເປັນປະເທດລາຍຮັບປານກາງສູງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງໂດຍພື້ນຖານ; ເສດຖະກິດຕະຫລາດຕາມທິດສັງຄົມນິຍົມ ໄດ້ຮັບການພັດທະນາຢ່າງເປັນລະບົບ; ບັນດາພາກສ່ວນເສດຖະກິດທີ່ເປັນກໍາລັງແຮງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດມີຄວາມໜັກແໜ້ນ, ມີລະບົບໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ, ສ້າງໂຄງປະກອບເສດຖະກິດທີ່ຖືເອົາກະສິກຳຕິດແໜ້ນກັບອຸດສາຫະກຳ ແລະ ການບໍລິການ ແລະ ພັດທະນາໄປຕາມທິດເສດຖະກິດພູມປັນຍາ, ຫັນເປັນອຸດສາຫະກຳ ແລະ ຫັນເປັນດີຈິຕອນ, ເຮັດໃຫ້ສັດສ່ວນໂຄງປະກອບດ້ານອຸດສາຫະກຳຂອງ GDP ເພີ່ມຂຶ້ນໃນແຕ່ລະປີດ້ວຍຕົວເລກທີ່ແນ່ນອນ. ອັນສອງສູ້ຊົນຂະຫຍາຍການຈັດເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP, ແຜນລາຍຈ່າຍບໍ່ເກີນການເພີ່ມຂຶ້ນຂອງລາຍຮັບ ຫລື ບໍ່ເກີນ 20% ຂອງ GDP ເພື່ອເຮັດໃຫ້ລາຍຮັບ ພາຍໃນກຸ້ມລາຍຈ່າຍພາຍໃນ ແລະ ມີສ່ວນສະສົມພຽງພໍເພື່ອຊຳລະໜີ້ສິນສາທາລະນະ, ເປັນເຈົ້າຕົນເອງທາງດ້ານການເງິນ, ລະບົບການເງິນ-ເງິນຕາ ມີຄວາມທັນສະໄໝ, ມີປະສິດທິພາບ, ສະດວກຄ່ອງຕົວ ແລະ ເອື້ອອໍານວຍໃຫ້ແກ່ການບໍລິການດ້ານການເງິນ, ການລົງທຶນ ແລະ ການຜະລິດທຸລະກິດ. ຕ້ອງສູ້ຊົນເຮັດໃຫ້ງົບປະມານສົມດຸນ, ຫລຸດຜ່ອນການກູ້ຢືມເງິນຈາກຕ່າງປະເທດ, ຫັນໂຄງສ້າງໜີ້ສາທາລະນະທີ່ມີດອກເບ້ຍສູງໄປສູ່ເງິນກູ້ຕົ້ນທຶນທີ່ມີດອກເບ້ຍຕໍ່າ ແລະ ຕ້ອງຮັບປະກັນຄວາມເຊື່ອໝັ້ນໃນການຊໍາລະສະສາງໜີ້ສິນຕ່າງປະເທດ, ເຮັດໃຫ້ດັດຊະນີມີຄວາມໜ້າເຊື່ອຖືດ້ານການເງິນດີຂຶ້ນ.
ອັນທີສາມ ສູ້ຊົນແກ້ໄຂບັນຫາທາງດ້ານເງິນຕາ ແລະ ການຄຸ້ມຄອງເງິນຕາໃຫ້ເຂົ້າສູ່ລະບົບມີການຫັນປ່ຽນຈະແຈ້ງ, ຮັບປະກັນສະຖຽນລະພາບດ້ານເງິນຕາແຫ່ງຊາດ ໃຫ້ມີຄວາມໝັ້ນທ່ຽງ ແລະ ການຖືຄອງ, ນໍາໃຊ້ເງິນກີບໃຫ້ເພີ່ມຂຶ້ນຫລາຍເທົ່າ. ສູ້ຊົນໃຫ້ອັດຕາເງິນເຟີ້ຫລຸດລົງຢ່າງຕໍ່ເນື່ອງ ໃນລະດັບໜຶ່ງຕົວເລກ; ຄັງສຳຮອງເງິນຕາຕ່າງປະເທດ ເພີ່ມຫລາຍຂຶ້ນ; ຄຸ້ມຄອງການສົ່ງອອກຜ່ານລະບົບທະນາຄານໃຫ້ບັນລຸ 85%, ຮັບປະກັນດຸນຊໍາລະເງິນຕາຕ່າງປະເທດ ແລະ ການເຂົ້າເຖິງບໍລິການທາງດ້ານການເງິນຕໍ່ປະຊາກອນທັງໝົດບັນລຸ 80%. ພໍ້ກັນໃໝ່ສະບັບໜ້າ.
ໂດຍ: ເຂົ້າຈານນ້ຳ
KPL