ຫວນຄືນປະຫວັດສາດຄວາມເປັນມາຂອງວັນແມ່ຍິງສາກົນ

26/02/2025 10:23
Email Print 171
ຂປລ ວັນທີ 8 ມີນາ ເປັນທີ່ຮູ້ຈັກກັນໃນນາມວັນແມ່ຍິງສາກົນທີ່ເຮັດວຽກ (International Working Wo-men’s Day) ແມ່ນຈັດຂຶ້ນໃນວັນທີ 8 ມີນາໃນແຕ່ລະປີ. (ຊົມເຊີຍວັນແມ່ຍິງສາກົນ ຄົບຮອບ 115 ວັນທີ 8 ມີນາ 1910 - ມີນາ 2025 )

     *ວັນທີ 8 ມີນາ ເປັນທີ່ຮູ້ຈັກກັນໃນນາມວັນແມ່ຍິງສາກົນທີ່ເຮັດວຽກ (International Working Wo-men’s Day) ແມ່ນຈັດຂຶ້ນໃນວັນທີ 8 ມີນາໃນແຕ່ລະປີ. ຈຸດປະສົງຂອງການສະເຫລີມສະຫລອງ ແມ່ນສະແດງຄວາມນັບຖື ແລະ ຄວາມຮັກແພງຕໍ່ແມ່ຍິງ ທີ່ມີຜົນສຳເລັດໃນການປະກອບສ່ວນທາງການເມືອງ, ເສດຖະກິດ ແລະ ສັງຄົມ. ສຳລັບຢູ່ ສປປ ລາວ ໃນທຸກໆປີກໍ ໄດ້ຈັດຫລາຍກິດຈະກຳເພື່ອສະຫລອງວັນສຳຄັນດັ່ງກ່າວ; ສະເພາະປີນີ້ຊຶ່ງເປັນປີຄົບຮອບ 115 ປີ ພໍດີ (8 ມີນາ 1910 - ມີນາ 2025) ພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ວັນແມ່ຍິງສາກົນເກີດຂຶ້ນຈາກ ກໍາມະກອນຍິງ ໃນໂຮງງານຕໍ່າແຜ່ນຢູ່ເມືອງນິວຢອກ, ປະເທດສະຫະລັດອາເມລິກາລຸກຮືຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງ ງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. 

     ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ຍ້ອນມີການລອບວາງເພີງໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມກັນ. ເຫດການທັງໝົດເກີດຂຶ້ນໃນວັນທີ 8 ມີນາ 1857. ຫລັງຈາກນັ້ນ, ໃນປີ 1907, ກໍາມະກອນຍິງ ໃນໂຮງງນຕໍ່າແຜນທີ່ເມືອງ ຊິກາໂກສະຫະລັດອາເມລິກາ ບໍ່ສາມາດທົນຕ່ໍການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກວ່າແມ່ຍິງເຫລົ່ານີ້ເຮັດວຽກໜັກເຖິງມື້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງງານເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍແຕ່ກັບໄດ້ຮັບຄ່າແຮງງານພຽງເລັກນ້ອຍ ແລະ ຖ້າຖືພາກໍ່ຖືກໄລ່ອອກ. ດ້ວຍເຫດນັ້ນ ໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກຮ້ອງໃຫ້ນາຍຈ້າງຫລຸດຜ່ອນເວລາເຮັດວຽກຂອງເຂົາ ເຈົ້າລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການຂອງເຂົາເຈົ້າທຸກຢ່າງ ແລະ ໃຫ້ແມ່ຍິງມີສິດລົງຄະແນນສຽງເລືອກຕັ້ງ.

     ຢ່າງໃດກໍ່ຕາມ, ເຖິງແມ່ນວ່າ ການຮ້ອງຂໍນີ້ຈະບໍ່ສໍາເລັດແຮງ ງານຍິງຫລາຍຮ້ອຍຄົນຖືກຈັບ. ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກສະ ໜັບສະໜູນການກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງ ສິດທິຂອງເຂົາເຈົ້າຫລາຍຂຶ້ນ.ໃນວັນທີ 8 ມີນາ 1908, ແຮງງານຍິງຫລາຍກວ່າ 15.000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ເຊົາໃຊ້ແຮງງານເດັກ ໂດຍມີຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດທີ່ດີຂຶ້ນນັ້ນເອງ. ຈົນມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນຍິງກຸ່ມນີ້ກໍ່ໄດ້ຮັບຜົນສໍາເລັດ. ເມື່ອມີຜູ້ຕາງໜ້າແມ່ຍິງ ຈາກ 17 ບັນດາປະເທດ ໄດ້ເຂົ້າຮ່ວມກອງປະຊຸມສະມາຄົມສະຕີສັງຄົມນິຍົມ ຄັ້ງທີ 2 ຢູ່ເມືອງໂກເປນຮາກປະເທດດານມາກ, ໂດຍໃນທີ່ປະຊຸມ ໄດ້ປະກາດຮັບຮອງຂ້ໍຮຽກຮ້ອງຂອງບັນດາກໍາມະກອນຍິງຄື: ຕ້ອງອະນຸຍາດໃຫ້ພວກເຂົາຫລຸດເວລາ ເຮັດວຽກເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານ ຂອງແມ່ຍິງໃຫ້ເທົ່າກັບແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີແມ່ຍິງ ແລະ ແຮງງານເດັກ. ທັງນີ້ຍັງໄດ້ຮັບຮອງຂໍ້ສະເໜີຂອງ Clara Setkin ດ້ວຍການກໍານົດໃຫ້ວັນທີ 8 ມີນາຂອງທຸກປີເປັນວັນແມ່ຍິງສາກົນ.

    ເພື່ອກະກຽມຄວາມພ້ອມ ໃຫ້ແກ່ການສະເຫລີມສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ ໃຫ້ມີ ເນື້ອໃນຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນກວ້າງຂວາງໃນທົ່ວປະເທດ, ຄະນະນຳສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງແຜນງານ, ແຜນກິດຈະກໍາລະອຽດເຊັ່ນ: ໄດ້ອອກແຈ້ງການເຖິງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະປະທານສະຫະພັນແມ່ຍິງບັນດາແຂວງ, ນະຄອນຫລວງວຽງຈັນ, ກະຊວງ-ອົງການຂັ້ນສູນກາງ ສະບັບເລກທີ 91/ສສຍລ, ລົງ ວັນທີ 10 ກຸມພາ 2025 ກ່ຽວກັບການສ້າງຂະບວນການ ແລະ ການຈັດຕັ້ງສະເຫລີມສະຫລອງວັນແມ່ຍິງສາກົນ (ວັນທີ 08 ມີນາ 2025) ຄົບຮອບ 115 ປີ ພາຍໃຕ້ ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດປາຖະກະຖາຫວນຄືນປະຫວັດຄວາມເປັນມາ ຂອງວັນແມ່ຍິງສາກົນ ຕິດພັນກັບການສະຫລຸບການເຄື່ອນໄຫວວຽກງານພົວພັນຮ່ວມມືກັບຕ່າງປະເທດ ໃນ 1 ປີ ທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ຈັດກອງປະຊຸມ, ສຳມະນາ ທີ່ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ກົດໝາຍພັດທະນາ ແລະ ປົກປ້ອງແມ່ຍິງ- ເດັກນ້ອຍ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍຄວາມສະເໝີຍິງ-ຊາຍ ແລະ ຖະແຫລງການປັກກິ່ງ 12 ຂົງເຂດທີ່ໜ້າ ເປັນຫ່ວງ; ຈັດກິດຈະກຳສົ່ງເສີມວັດທະນະທຳຮີດຄອງປະເພນີທ່ີ ເປັນເອກະລັກທີ່ຕິດພັນກັບການທ່ອງທ່ຽວ ແລະ ການປົກປັກຮັກສາສິ່ງແວດລ້ອມ; ສ້າງຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ກິລາປະເພດຕ່າງໆ, ຂະບວນການອອກແຮງງານ, ການວາງສະແດງ ຜະລິດຕະພັນຫັດຖະກຳ, ຜົນຜະລິດກະສິກຳຕາມຄວາມສາມາດ ແລະ ຈຸດພິເສດຕົວຈິງຂອງແຕ່ລະພາກສ່ວນ; ກິດຈະກຳຖາມ-ຕອບຄວາມຮູ້ຮອບຕົວ, ຄວາມຮູ້ກ່ຽວກັບວຽກງານແມ່ຍິງ ແລະ ປະຫວັດມູນເຊື້ອວັນແມ່ຍິງສາກົນ ແລະ ກິດຈະກໍາອື່ນໆຕາມຄວາມເໝາະສົມ. 

      ສຳລັບສູນກາງສະຫະພັນແມ່ຍິງລາວ ຈະໄດ້ຈັດກິດຈະກໍາຫລັກ ເພື່ອເປັນການສະເຫລີມສະຫລອງວັນແມ່ຍິງສາກົນ 8 ມີນາ 2025 ປະກອບມີ: ຍ່າງເພື່ອສຸຂະພາບພາຍໃຕ້ຄໍາຂວັນ: “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ” ຊ່ຶງຈະຈັດຂ້ຶນໃນວັນທີ 1 ມີນາ 2025 ທີ່ສວນປະຕູໄຊ; ສຳມະນາພາຍໃຕ້ຄໍາຂວັນ: ສໍາລັບແມ່ຍິງ ແລະ ເດັກຍິງທຸກຄົນ: ສິດທິ, ຄວາມສະເໝີພາບ ແລະ ການເສີມສ້າງອໍານາດຊຶ່ງຈະຈັດຂຶ້ນໃນວັນທີ 5 ມີນາ 2025. ທັງນີ້, ກໍເພື່ອເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້ເຂົ້າໃຈ, ພ້ອມທັງເປັນເຈົ້າການຍາດແຍ່ງເອົາທິດຊີ້ນໍາຈາກຄະນະພັກ, ການສ້າງເງື່ອນໄຂ, ກາລະໂອກາດຈາກອົງການປົກຄອງແຕ່ລະຂັ້ນ, ການຮ່ວມໄມ້ຮ່ວມມືຈາກເພດຊາຍໃນຄອບຄົວ ແລະ ການຈັດຕັ້ງ, ການສະໜັບສະໜູນຊ່ວຍເຫລືອຈາກທຸກໆພາກສ່ວນໃນສັງຄົມທັງພາຍໃນ ແລະ ສາກົນ; ເຂົ້າຮ່ວມຂະບວນການພັດທະນາຕົນເອງ, ພັດທະນາຄອບຄົວ, ພັດທະນາການຈັດຕັ້ງ, ພັດທະນາປະເທດຊາດ ແລະ ເສີມຂະຫຍາຍໄດ້ຄຸນລັກສະນະທີ່ເປັນມູນເຊື້ອ ອັນດີງາມຂອງແມ່ຍິງລາວເຂົ້າໃນການດຳລົງຊີວິດໃນເງື່ອນໄຂໃໝ່, ປະກອບສ່ວນຊຸກຍູ້ສົ່ງເສີມໃຫ້ແມ່ຍິງ ໄດ້ສ້າງຄວາມເຊື່ອໝັ້ນ ແລະ ຖືສຳຄັນຕໍ່ບົດບາດຂອງແມ່ຍິງ ໃນການເຂົ້າຮ່ວມປະຕິບັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປະຕິບັດນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາແມ່ຍິງລາວ.

KPL

ຂ່າວອື່ນໆ

    • ການ​ເສຍອາກອນ​ຈາກ​ສິນຄ້າ​ດີຈິ​ຕອນ ​ແລະ ບໍລິການ​ຮູບ​ແບບ​ດີຈິ​ຕອນ​ບົດ-ສາລະຄະດີ

      ການ​ເສຍອາກອນ​ຈາກ​ສິນຄ້າ​ດີຈິ​ຕອນ ​ແລະ ບໍລິການ​ຮູບ​ແບບ​ດີຈິ​ຕອນ​

      2/27/2025 11:07:03 AM

      *ສະບັບ​ກ່ອນ​ໄດ້​ຍົກ​ເອົາ​ບາງ​ຕົວຢ່າງ​ຈາກ​ປະ​ເທດ​ເພື່ອນ​ບ້ານ ທີ່​ເຫລົ່າຢູທູບ​ເບີ (Youtuber), ຕິກ​ຕ໋ອກ​ເກີ (TikToker) ຫລື ອິນ​ຟລູ​ເອນ​ເຊີ (Influencer) ຕ້ອງ​ໄດ້​ມອບ​ພັນທະ​ອາກອນ​ໃຫ້​ລັດ ພາຍຫລັງ​ມີ​ລາຍ​ຮັບ​ຈາກ​​ແພ​ລັດ​ຟອມສື່​ອອນ​ລາຍ​ຕ່າງໆ.

    • ສວນດອກໄມ້ງາມຟາມ ສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ມື້ບົດ-ສາລະຄະດີ

      ສວນດອກໄມ້ງາມຟາມ ສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ມື້

      2/27/2025 9:50:22 AM

      ປັດຈຸບັນ ການດຳເນີນທຸລະກິດການບໍລິການແມ່ນມີຫລາຍເປັນ ຕົ້ນແມ່ນການບໍລິການເຮືອນພັກ, ໂຮງແຮມ, ຮ້ານອາຫານ, ເປີດບໍລິການສະຖານທີ່ທ່ອງທ່ຽວແບບເປັນສ່ວນເປັນຟາມກໍມີຫລາຍ, ໂດຍສະເພາະແມ່ນສວນດອກໄມ້ທ່ີກຳລັງເປັນທ່ີນິຍົມຊົມຊອບຈາກຊາວນະຄອນຫລວງວຽງຈັນ.

    • ສາມເປົ້າໝາຍສູ້ຊົນສ້າງເສດຖະກິດເອກະລາວ ເປັນເຈົ້າຕົນເອງໃນໄລຍະໃໝ່ບົດ-ສາລະຄະດີ

      ສາມເປົ້າໝາຍສູ້ຊົນສ້າງເສດຖະກິດເອກະລາວ ເປັນເຈົ້າຕົນເອງໃນໄລຍະໃໝ່

      2/26/2025 10:33:47 AM

      ກັບມາພໍ້ກັນອີກເທື່ອໜຶ່ງສໍາລັບ “ຄໍລຳສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່” ເຊິ່ງມື້ນີ້ ຂໍຍົກເອົາສາມເປົ້າໝາຍສູ້ຊົນສ້າງເສດຖະກິດດັ່ງກ່າວ ມາສະເໜີໃຫ້ພວກເຮົາຮັບຮູ້ນຳກັນຕື່ມ ໂດຍແຕ່ນີ້ຮອດປີ 2026 ມັນຮຽກຮ້ອງເຖິງທຸກພາກສ່ວນຕ້ອງສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕ້ັງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄລຍະທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ.

    • ທຸກບ້ານທົ່ວແຂວງອັດຕະປື ໄດ້ຊົມໃຊ້ໄຟຟ້າ 100%ບົດ-ສາລະຄະດີ

      ທຸກບ້ານທົ່ວແຂວງອັດຕະປື ໄດ້ຊົມໃຊ້ໄຟຟ້າ 100%

      2/26/2025 10:17:29 AM

      ໄລຍະຜ່ານມາແຂວງອັດຕະປື ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດການພັດທະນາພະລັງງານ-ໄຟຟ້າ ເພື່ອໃຫ້ທຸກຫລັງຄາເຮືອນທົ່ວແຂວງໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ເຊິ່ງໃນແຂວງອັດຕະປື ມີ 140 ບ້ານ ໄດ້ຊົມໃຊ້ໄຟຟ້າແລ້ວ 100% ແລະ ທົ່ວແຂວງ ມີ 32.135 ຄົວເຮືອນ ໄດ້ຊົມໃຊ້ໄຟແລ້ວ 30.725 ຄົວເຮືອນ ເທົ່າກັບ 95,61%, ເພີ່ມຂຶ້ນຈາກປີ 2023 ຈໍານວນ 193 ຄົວເຮືອນ.

    • ຄອບຄົວຕົວແບບ ການປູກຖົ່ວລຽນເປັນສິນຄ້າບົດ-ສາລະຄະດີ

      ຄອບຄົວຕົວແບບ ການປູກຖົ່ວລຽນເປັນສິນຄ້າ

      2/25/2025 11:07:20 AM

      ຖົ່ວລຽນ ແມ່ນໝາກໄມ້ເສດຖະກິດທີ່ຕະຫລາດຕ້ອງການຫລາຍ ຍ້ອນສັງຄົມນິຍົມບໍລິໂພກແຕ່ຖ່ົວລຽນ ແມ່ນຕົ້ນໄມ້ກິນໝາກທີ່ປູກຍາກ ໂດຍສະເພາະແມ່ນຄົນທີ່ບໍ່ມີຄວາມຮູ້ເວລາປູກອັດຕາການລອດຕາຍແມ່ນຕໍ່າ, ການບົວລະບັດຮັກສາກໍ່ຍາກ.

ads
ads

Top