ທຸກບ້ານທົ່ວແຂວງອັດຕະປື ໄດ້ຊົມໃຊ້ໄຟຟ້າ 100%

26/02/2025 10:17
Email Print 179
ຂປລ ໄລຍະຜ່ານມາແຂວງອັດຕະປື ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດການພັດທະນາພະລັງງານ-ໄຟຟ້າ ເພື່ອໃຫ້ທຸກຫລັງຄາເຮືອນທົ່ວແຂວງໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ເຊິ່ງໃນແຂວງອັດຕະປື ມີ 140 ບ້ານ ໄດ້ຊົມໃຊ້ໄຟຟ້າແລ້ວ 100% ແລະ ທົ່ວແຂວງ ມີ 32.135 ຄົວເຮືອນ ໄດ້ຊົມໃຊ້ໄຟແລ້ວ 30.725 ຄົວເຮືອນ ເທົ່າກັບ 95,61%, ເພີ່ມຂຶ້ນຈາກປີ 2023 ຈໍານວນ 193 ຄົວເຮືອນ.

     *ໄລຍະຜ່ານມາແຂວງອັດຕະປື ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ, ແຜນຍຸດທະສາດການພັດທະນາພະລັງງານ-ໄຟຟ້າ ເພື່ອໃຫ້ທຸກຫລັງຄາເຮືອນທົ່ວແຂວງໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ ເຊິ່ງໃນແຂວງອັດຕະປື ມີ 140 ບ້ານ ໄດ້ຊົມໃຊ້ໄຟຟ້າແລ້ວ 100% ແລະ ທົ່ວແຂວງ ມີ 32.135 ຄົວເຮືອນ ໄດ້ຊົມໃຊ້ໄຟແລ້ວ 30.725 ຄົວເຮືອນ ເທົ່າກັບ 95,61%, ເພີ່ມຂຶ້ນຈາກປີ 2023 ຈໍານວນ 193 ຄົວເຮືອນ. ໃນຂະນະດຽວກັນ ປີຜ່ານມາການປະຕິບັດພັນທະຕ່າງໆໃຫ້ພາກລັດ ສາມາດເກັບລາຍຮັບຈາກກິດຈະການ ໂຄງການພະລັງງານ-ໄຟຟ້າ ໄດ້ 1,8 ຕື້ກວ່າໂດລາສະຫະລັດກັບ 7,79 ຕື້ກວ່າກີບ ປະກອບມີ: ຄ່າພາກຫລວງ, ຄ່າເຊົ່າທີ່ດິນ, ອາກອນເງິນເດືອນ, ອາກອນກຳໄລ.

    ທ່ານ ສຸດໃຈ ກົມມະເມືອງ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປື ລາຍງານໃນກອງປະຊຸມສະຫລຸບປະຈໍາປີວຽກງານພະລັງງານ ແລະ ບໍ່ແຮ່ ເມື່ອບໍ່ດົນມານີ້ວ່າ: ໃນປີ 2024 ຜ່ານມາ, ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາພະລັງງານ-ໄຟຟ້າ ຕິດພັນກັບແຜນລົບລ້າງຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງ ໂດຍໄດ້ປະສານງານ, ຊຸກຍູ້ສົ່ງເສີມ, ຄຸ້ມຄອງ-ຕິດຕາມຄວາມຄືບໜ້າຂອງບັນດາໂຄງການຕາມພາລະບົດບາດ, ຕາມການມອບໝາຍຂອງສາຍຕັ້ງກໍຄືສາຍຂວາງ. ປັດຈຸບັນໂຄງການເຂື່ອນໄຟຟ້າພະລັງງານນໍ້າຕົກທີ່ໄດ້ຮັບອະນຸມັດແລ້ວມີ 27 ໂຄງການ, ກໍາລັງຕິດຕັ້ງລວມ 1.789,25 ເມກາວັດ ໃນນີ້, ຢູ່ໃນຂັ້ນຕອນບົດບັນທຶກຊ່ວຍຈໍາ (MOU) ມີ 4 ໂຄງການກໍາລັງຕິດຕັ້ງ 79,8 ເມກາວັດ, ບົດວິພາກເສດຖະກິດ-ເຕັກນິກ (FS) ມີ 4 ໂຄງການກຳລັງຕິດຕັ້ງ 73 ເມກາວັດ, ສັນຍາພັດທະນາໂຄງການ  (PDA) ມີ 5 ໂຄງການກໍາລັງຕິດຕັ້ງ 308,7  ເມກາວັດ, ສັນຍາຄຸ້ມຄອງ-ກໍ່ສ້າງໂຄງການ (SHOA) ມີ 3 ໂຄງການກໍາລັງຕິດຕັ້ງ 31,8 ເມກາວັດ, ສັນຍາສໍາປະທານໂຄງການ (CA) ມີ 2 ໂຄງການກໍາລັງຕິດຕັ້ງ 108,5 ເມກາວັດ (ກໍາລັງກໍ່ສ້າງ ໂຄງການເຂື່ອນໄຟຟ້າເຊກອງຕອນລຸ່ມ A ປັດຈຸບັນຄວາມຄືບໜ້າ 61,30% ແລະ ເຂື່ອນໄຟຟ້າຫ້ວຍກະອວນ ຄືບໜ້າ 85,03%), ຂັ້ນຕອນດໍາເນີນງານແລ້ວ (COD) 9 ໂຄງການ ກໍາລັງຕິດຕັ້ງ 1.187,45 ເມກາວັດ, ກໍາລັງການຜະລິດ 4.690.808 Gwh/y. ໂຄງການ ພະລັງງານໄຟຟ້າຈາກແສງຕາເວັນ ມີ 14 ໂຄງການ ກຳລັງຕິດຕັ້ງ 3.330 ເມກາວັດ, ໂຄງການພະລັງ ງານໄຟຟ້າຈາກລົມ 4 ໂຄງການກຳລັງຕິດຕັ້ງ 1.703,5 ເມກາວັດ, ໂຄງການພະລັງງານໄຟຟ້າ ຈາກຄວາມຮ້ອນເຜົາໄໝ້ຈາກເສດອ້ອຍ ມີ 1 ໂຄງການ ກໍາລັງຕິດຕັ້ງ 30 ເມກາວັດ ໄດ້ຜະລິດໄຟຂາຍແລ້ວ (COD). 

    ທ່ານ ສຸດໃຈ ກົມມະເມືອງ ໃຫ້ຮູ້ຕື່ມວ່າ: ການຜະລິດກະແສໄຟຟ້າ ໃນປີຜ່ານມາໄດ້ 4.585,25 Gwh ມູນຄ່າ 25,92 ຕ້ືກວ່າໂດລາສະຫະລັດ ແລະ 31,52 ຕ້ືກວ່າກີບ ທຽບໃສ່ ປີ 2023 ເພີ່ມຂຶ້ນ 1.010,2 Gwh ເທົ່າກັບ 28,24% ໃນນີ້, ສົ່ງອອກຂາຍຕ່າງປະເທດ 4.280,84 Gwh ມູນຄ່າ 25,92 ຕື້ກວ່າໂດລາສະຫະລັດ, ຊົມໃຊ້ພາຍໃນ 304,41 Gwh ມູນຄ່າ 31,52 ຕື້ກວ່າກີບ, ທົ່ວແຂວງມີສະຖານີ 2 ແຫ່ງ, ສະຖານີໄຟຟ້າ 115/22kv ສະຖານີສະເພາະທອງ ແລະ ສະຖານີໄຟຟ້າ 230/115/22kv ສະຖານີພູວົງ, ລະບົບຕາຂ່າຍໄຟຟ້າແຮງສູງ 115 kv, ລະບົບຕາຂ່າຍແຮງກາງ 22 kv, ລະບົບຕາຂ່າຍແຮງຕໍ່າ 0,4 kv, ໝໍ້ແປງ 22/0,4 kv ມີທັງໝົດ 618 ໜ່ວຍ ກຳລັງຕິດຕັ້ງ 97.690 KVA.

ໂດຍ: ພອນປະເສີດ

KPL

ຂ່າວອື່ນໆ

ads
ads

Top