ສໍາເລັດກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

25/02/2025 16:56
Email Print 380
ຂປລ ຂປລ. ກອງປະຊຸມສະໄໝວິ​ສາ​ມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ ດໍາເນີນແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ແລະ ມີລັກສະນະ “ພິເສດ”, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຮັບຟັງລາຍງານ, ປຶກສາຫາລື, ຕີລາຄາ ແລະ ທິດຊີ້ນໍາຕໍ່​ແຕ່​ລະ​ບັນຫາ​ ທີ່​ຍົກ​ຂຶ້ນ​ຢ່າງເລິກເຊິ່ງ ພາວະວິໄສ, ກົງ​ໄປ​ກົງ​ມາ.

ຂປລ. ກອງປະຊຸມສະໄໝວິ​ສາ​ມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ ດໍາເນີນແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ແລະ ມີລັກສະນະ “ພິເສດ”, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຮັບຟັງລາຍງານ, ປຶກສາຫາລື, ຕີລາຄາ ແລະ ທິດຊີ້ນໍາຕໍ່​ແຕ່​ລະ​ບັນຫາ​ ທີ່​ຍົກ​ຂຶ້ນ​ຢ່າງເລິກເຊິ່ງ ພາວະວິໄສ, ກົງ​ໄປ​ກົງ​ມາ.

ກອງປະຊຸມມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ລະດັບ​ສູງ ຕົກລົງຮັບຮອງເອົາບັນຫາສໍາຄັນ ທີ່ເປັນແນວທາງການຈັດຕັ້ງຂອງພັກ ດັ່ງນີ້: ໜຶ່ງ. ເຫັນດີຮັບຮອງດ້ານຫລັກການ ກ່ຽວກັບການປັບປຸງລັດ ຖະທໍາມະນູນ ສະບັບ ປີ 2015 ແລະ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ມອບໃຫ້ຄະນະຮັບຜິດຊອບ ການປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ປັບປຸງຕາມທິດຊີ້ນໍາ ຂອງກອງປະຊຸມ ແລະ ນໍາສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນ ທີ່ຈະໄຂຂຶ້ນໃນຕໍ່ໜ້າ; ສອງ. ຮັບຮອງເອົາທິດທາງ, ນະໂຍບາຍ ໃນການສ້າງຕັ້ງອົງການ ປົກຄອງທ້ອງຖິ່ນຂັ້ນຕາແສງ ເປັນອົງການປົກຄອງຂັ້ນຕໍ່າສຸດ. ມອບໃຫ້ລັດຖະບານ, ອົງການກ່ຽວຂ້ອງຂອງລັດ, ຄະນະພັກ, ອົງການປົກຄອງທ້ອງຖິ່ນ ປະສານສົມທົບກັນ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ, ສ້າງເງື່ອນໄຂເອື້ອອໍານວຍ, ການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ເຮັດໃຫ້ທ້ອງຖິ່ນ-ຮາກຖານ ໄດ້ຮັບການພັດທະນາ, ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ; ສາມ. ກອງປະຊຸມ ເຫັນດີປັບປຸງກົງ​ຈັກການຈັດຕັ້ງ ຂອງບາງກະຊວງ, ອົງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ມອບໃຫ້ຄະນະປັບປຸງກົງຈັກການຈັດຕັ້ງ ສົມທົບກັບລັດຖະບານ ເພື່ອກະກຽມ ນໍາສະເໜີ ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ; ສີ່. ກອງປະຊຸມສູນກາງ ໄດ້ໃຫ້ທິດຊີ້ນໍາ ການສືບຕໍ່ກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ດ້ານຂະບວນການ, ເນື້ອໃນ ແລະ ບຸກຄະລາກອນ.

ຜົນສໍາເລັດ ຂອງກອງປະຊຸມ ສະໄໝວິສາມັນ ໃນຄັ້ງນີ້, ສ່ອງແສງຄວາມສາມັກຄີເປັນປຶກແຜ່ນ, ຄວາມເອກະພາບໜັກແໜ້ນພາຍໃນ ສູນກາງພັກໃນການສືບຕໍ່ ນໍາພາຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກການ ຂອງພັກເຮົາ ເຂົ້າສູ່ລວງເລິກ ໂດຍສະເພາະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ໄດ້ຮັບຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້ ເພື່ອກະກຽມກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກດ້ວຍບາດກ້າວອັນໜັກແໜ້ນ.

ກອງປະຊຸມ ມອບໃຫ້ກົມການເມືອງ, ຄະນະເລຂາທິການສູນກາງພັກ ເປັນໃຈກາງໃນການຊີ້ ນໍາ-ນໍາພາ-ບັນຊາວຽກງານຈຸດສຸມຕ່າງໆ ດັ່ງນີ້: ຍູ້ແຮງຂະບວນການປະຕິບັດມະຕິ XI ຂອງພັກໂດຍຖືເອົາການປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງວຽງຈັນ ກໍຄື ຂະບວນການກະກຽມ ສະເຫລີມສະຫລອງ ວັນສໍາຄັນປະຫວັດສາດ ຂອງພັກ-ຂອງຊາດ ໃນປີ 2025 ໂດຍສະເພາະແມ່ນ ວັນສ້າງຕັ້ງພັກ ຄົບ ຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຄອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ກາຍເປັນຂະບວນການຕົວຈິງ ໃນທົ່ວສັງຄົມ; ຍົກສູງຄວາມຮັບຜິດຊອບ ການເມືອງຂອງຄະນະພັກແຕ່ລະຂັ້ນ, ເອົາໃຈໃສ່ການແກ້ໄຂບັນຫາ ຢ່າງມີຈຸດສຸມ ແລະ ໃຫ້ເປັນລະບົບກວ່າເກົ່າ ໂດຍມີການກຳນົດຂອບເວລາ ໃນການຈັດຕັ້ງແກ້ໄຂບັນຫາຕ່າງໆ ໃຫ້ຕົກໄປ, ບໍ່ປະໃຫ້ແກ່ຍາວ, ຕ້ອງເດັດດ່ຽວແກ້ໄຂໃຫ້ທັນການ; ສືບຕໍ່ກະກຽມເນື້ອໃນຕ່າງໆ ຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນຕົ້ນຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ແຫ່ງຊາດ ຄັ້ງທີ X, ໂຄງການການເມືອງຂອງພັກ, ສະຫລຸບ 40 ປີ ການປະຕິບັດແນວທາງປ່ຽນແປງໃໝ່; ຜັນຂະຫຍາຍໝາກຜົນ ຂອງການປະຕິບັດ ແນວທາງການຕ່າງປະເທດ ຂອງພັກເຮົາ, ການຮ່ວມມືກັບຕ່າງປະເທດ ກໍຄື ບັນດາສົນທິສັນຍາ ແລະ ສັນຍາຕ່າງໆ ທີ່ພັກ-ລັດ ໄດ້ເຊັນກັບພັກອ້າຍນ້ອງ, ບັນດາໂຄງການໃຫຍ່ທີ່ສຳຄັນ ທີ່ໄດ້ຕົກລົງເປັນເອກະພາບກັບປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດ, ຮີບຮ້ອນແກ້ໄຂຂັ້ນຕອນ, ລະບຽບການ ທີ່ຍັງອັດຕັນການລົງທຶນ, ການຜະລິດ-ທຸລະກິດ ໃຫ້ຄ່ອງຕົວຂຶ້ນ; ກະຊວງ, ອົງການ ແລະ ທ້ອງຖິ່ນ ເປັນເຈົ້າການ ແລະ ເອົາໃຈໃສ່ຊີ້ນໍາ ຮີບຮ້ອນເຜີຍແຜ່, ເຊື່ອມຊຶມໃຫ້ຄະນະພັກ, ສະມາຊິກພັກ-ພະນັກງານ ກໍຄື ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນນະໂຍບາຍ, ທິດຊີ້ນໍາຂອງສູນກາງພັກ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ກອງປະຊຸມຮຽກຮ້ອງໄປຍັງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນເພີ່ມທະວີສາມັກຄີເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ຟົດຟື້ນ ແລະ ມີຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ.


ຂ່າວ-ພາບ: ຫ້ອງ​ວ່າການ​ສູນ​ກາງ​ພັກ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມ

      2/26/2025 12:34:26 PM

      ຂປລ. ໃນ​ວັນ​ທີ 25 ກຸມພາ 2025 ນີ້, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຮອງ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າ​ຮ່ວມ​ ກອງ​ປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

    • ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

      2/26/2025 12:25:51 PM

      ຂປລ. ອະນຸກໍາມະການໂຄສະນາ ຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ຈັດພິທີທົດລອງການສະແດງສິລະປະ-ວັດທະນະທໍາ ກຽມສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ (ຄັ້ງທີ 1) ໃນວັນທີ 24 ກຸມພາ 2025 ຢູ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2

      2/26/2025 11:40:44 AM

      ຂປລ. ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ຢູ່ ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊ

      2/25/2025 4:46:23 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ຫ້ອງ​ການສ​ະ​ຫະ​ປະ​ຊາ​ຊາດທີ່ເຊີແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ, ທ່ານ ດາວ​ວີ ​ວົງ​ໄຊ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ທາ​ທີ​ຢາ​ນາ ວາ​ໂລ​ວາ​ຢາ (Tatiana Valovaya) ຜູ້ອຳນວຍການໃຫຍ່ ຫ້ອງການອົງການສະຫະປະຊາຊາດ (ສປຊ) ທີ່ເຊີແນວ, ສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້​ຕາງ​ໜ້າ​ຖາ​ວອນແຫ່ງ ສ​ປ​ປ ລາວ ປະ​ຈຳ ​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆທີ່ເຊີ​ແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ​.

    • ລາວ-ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ຫາລືສົ່ງເສີມການຮ່ວມມືສອງຝ່າຍການເມືອງ

      ລາວ-ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ຫາລືສົ່ງເສີມການຮ່ວມມືສອງຝ່າຍ

      2/25/2025 4:43:13 PM

      ຂປລ. ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານ ຄໍ່າ ແລະ ພົບປະເຮັດວຽກ ກັບ ສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກ ຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025.

ads
ads

Top