ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊ

25/02/2025 16:46
Email Print 257
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ຫ້ອງ​ການສ​ະ​ຫະ​ປະ​ຊາ​ຊາດທີ່ເຊີແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ, ທ່ານ ດາວ​ວີ ​ວົງ​ໄຊ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ທາ​ທີ​ຢາ​ນາ ວາ​ໂລ​ວາ​ຢາ (Tatiana Valovaya) ຜູ້ອຳນວຍການໃຫຍ່ ຫ້ອງການອົງການສະຫະປະຊາຊາດ (ສປຊ) ທີ່ເຊີແນວ, ສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້​ຕາງ​ໜ້າ​ຖາ​ວອນແຫ່ງ ສ​ປ​ປ ລາວ ປະ​ຈຳ ​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆທີ່ເຊີ​ແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ​.

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ຫ້ອງການສຫະປະຊາຊາດທີ່ເຊີແນວ, ສະມາພັນທະລັດສະວິດ, ທ່ານ ດາວວີວົງໄຊ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ທາທີຢານາ ວາໂລວາຢາ (Tatiana Valovaya)ຜູ້ອຳນວຍການໃຫຍ່ ຫ້ອງການອົງການສະຫະປະຊາຊາດ (ສປຊ) ທີ່ເຊີແນວ, ສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນແຫ່ງ ສປ ລາວ ປະຈຳຫ້ອງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ເຊີແນວ, ສະມາພັນທະລັດສະວິດ.

ໂອກາດດັ່ງກ່າວ, ທ່ານ ດາວວີ ວົງໄຊ ໄດ້ສະແດງຄວາມຂອບໃຈ ທ່ານ ນາງ ທາທີຢານາ ວາໂລວາຢາ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ, ພ້ອມທັງໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ ອົງການ ສປຊ ແລະ ທ່ານ ນາງ ທາທີຢານາ ວາໂລວາຢາ. ພ້ອມກັນນັ້ນ, ທັງສອງທ່ານ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບາງບັນຫາພົ້ນເດັ່ນໃນຂອບວຽກ ສປຊ, ການຮ່ວມມືລະຫວ່າງ ອາຊຽນ ແລະ ອົງການ ສປຊ ກໍຄື ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໂດຍສະເພາະຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ ລວມທັງເປົ້າໝາຍທີ 18 ກ່ຽວກັບຊີວິດທີ່ປອດໄພ ຈາກລະເບີດທີ່ບໍ່ທັນແຕກ ຂອງ ສປປ ລາວ, ການສົ່ງເສີມ ແລະ ການປົກປ້ອງສິດທິມະນຸດ ລວມທັງການສົ່ງເສີມບົດບາດຍິງ-ຊາຍ, ບົດບາດຂອງ ສປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ທີ່ຜ່ານມາ ແລະ ການຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ຂອງ ສປປ ລາວ.
KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມ

      2/26/2025 12:34:26 PM

      ຂປລ. ໃນ​ວັນ​ທີ 25 ກຸມພາ 2025 ນີ້, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຮອງ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າ​ຮ່ວມ​ ກອງ​ປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

    • ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

      2/26/2025 12:25:51 PM

      ຂປລ. ອະນຸກໍາມະການໂຄສະນາ ຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ຈັດພິທີທົດລອງການສະແດງສິລະປະ-ວັດທະນະທໍາ ກຽມສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ (ຄັ້ງທີ 1) ໃນວັນທີ 24 ກຸມພາ 2025 ຢູ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2

      2/26/2025 11:40:44 AM

      ຂປລ. ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ຢູ່ ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

    • ສໍາເລັດກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIການເມືອງ

      ສໍາເລັດກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

      2/25/2025 4:56:42 PM

      ຂປລ. ກອງປະຊຸມສະໄໝວິ​ສາ​ມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ ດໍາເນີນແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ແລະ ມີລັກສະນະ “ພິເສດ”, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຮັບຟັງລາຍງານ, ປຶກສາຫາລື, ຕີລາຄາ ແລະ ທິດຊີ້ນໍາຕໍ່​ແຕ່​ລະ​ບັນຫາ​ ທີ່​ຍົກ​ຂຶ້ນ​ຢ່າງເລິກເຊິ່ງ ພາວະວິໄສ, ກົງ​ໄປ​ກົງ​ມາ.

    • ລາວ-ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ຫາລືສົ່ງເສີມການຮ່ວມມືສອງຝ່າຍການເມືອງ

      ລາວ-ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ຫາລືສົ່ງເສີມການຮ່ວມມືສອງຝ່າຍ

      2/25/2025 4:43:13 PM

      ຂປລ. ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານ ຄໍ່າ ແລະ ພົບປະເຮັດວຽກ ກັບ ສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກ ຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025.

ads
ads

Top