ລາວ-ເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ ຫາລືສົ່ງເສີມການຮ່ວມມືສອງຝ່າຍ

25/02/2025 16:43
Email Print 280
ຂປລ ຂປລ. ໃນວັນທີ 24 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານ ຄໍ່າ ແລະ ພົບປະເຮັດວຽກ ກັບ ສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກ ຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025.




ຂປລ. ໃນວັນທີ
24 ກຸມພາ 2025 ນີ້, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານ ຄໍ່າ ແລະ ພົບປະເຮັດວຽກ ກັບ ສະຫາຍ ເສີນ ກ່າງ ເລຂາຄະນະພັກ, ປະທານສະພາປະຊາຊົນເຂດປົກ ຄອງຕົນເອງຊົນເຜົ່າ ຈ້ວງກວາງຊີ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ກຸມພາ 2025.




ໂອກາດດັ່ງກ່າວ
, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ກໍຄື ການພົວພັນຮ່ວມມື ລະຫວ່າງ ເຂດກວາງຊີ ກັບ ສປປ ລາວ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດເປັນກ້າວໆມາ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ ສັນຍາຮ່ວມມືສອງຝ່າຍ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຄະນະພັກກອມມູນິດຈີນ ເຂດກວາງຊີ ໄລຍະປີ 2023-2025. ພ້ອມນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດ ຄໍາເຫັນຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການຂຸດຄົ້ນບັນ ດາທ່າແຮງບົ່ມຊ້ອນ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ຂົງເຂດອື່ນໆ ໂດຍນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ແລະ ສາຍການບິນທີ່ມີແລ້ວ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການຊຸກຍູ້ການໄປມາຫາສູ່ກັນ ພາກປະຊາຊົນ, ການສະໜອງທຶນການສຶກສາ ໃຫ້ນັກສຶກສາລາວ, ການຮ່ວມມືດ້ານການທ່ອງທ່ຽວ, ການກະສິກໍາ ແລະ ດ້ານອື່ນໆ.




ໃນໂອກາດນີ້
, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ການເດີນທາງມາຢ້ຽມຢາມໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເສີນ ກ່າງ ທີ່ໄດ້ຮັບການໄວ້ວາງໃຈຈາກສູນກາງໃຫ້ດໍາລົງຕໍາແໜ່ງເປັນ ເລຂາຄະນະພັກ, ທັງເປັນປະທານສະພາປະ ຊາຊົນເຂດປົກຄອງ ຕົນເອງ ຊົນເຜົ່າຈ້ວງກວາງຊີ. ພ້ອມທັງໄດ້ຕາງໜ້າໃຫ້ ພັກ-ລັດຖະບານ ແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈ ຕໍ່ການນໍາຂອງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ແລະ ມີຜົນປະໂຫຍດຫລາຍດ້ານແກ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ແລະ ຫວັງວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍ ເຫລືອຕື່ມອີກໃນຕໍ່ໜ້າ.

ໃນຂະນະດຽວກັນ, ສະຫາຍ ເສີນ ກ່າງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄໍາຊົມເຊີຍອັນປະເສີດ ພ້ອມທັງໄດ້ແຈ້ງໃຫ້ຊາບ ກ່ຽວກັບຜົນຂອງການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ຢືນຢັນວ່າ ຈະສືບຕໍ່ຊຸກຍູ້, ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ຈີນ-ລາວ ​ໂດຍສະເພາະ ລະຫວ່າງ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ແລະ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຢ້ຽມ ຂໍ່ານັບ ນາຍົກລັດຖະມົນຕີ ຫວຽດນາມ

      2/26/2025 12:34:26 PM

      ຂປລ. ໃນ​ວັນ​ທີ 25 ກຸມພາ 2025 ນີ້, ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ຮອງ​ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດເຂົ້າ​ຮ່ວມ​ ກອງ​ປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ໃນລະຫວ່າງວັນທີ 25-26 ກຸມພາ 2025 ຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ.

    • ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີການເມືອງ

      ທົດລອງສະແດງສິລະປະ ກຽມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

      2/26/2025 12:25:51 PM

      ຂປລ. ອະນຸກໍາມະການໂຄສະນາ ຂະບວນການ ແຂ່ງຂັນ ແລະ ຍ້ອງຍໍ 3 ວັນປະຫວັດສາດຂອງພັກຂອງຊາດ ຈັດພິທີທົດລອງການສະແດງສິລະປະ-ວັດທະນະທໍາ ກຽມສະເຫລີມສະຫລອງວັນສ້າງຕັ້ງພັກ ຄົບຮອບ 70 ປີ (ຄັ້ງທີ 1) ໃນວັນທີ 24 ກຸມພາ 2025 ຢູ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ຜູ້ປະຈໍາການເລຂາທິການສູນກາງພັກ, ຮອງປະທານປະເທດ, ມີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ມີການນໍາພັກ-ລັດ ພະນັກງານຈາກຫລາຍພາກສ່ວນ ແລະ ມວນຊົນ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2ການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ກອງປະຊູມເວທີອະນາຄົດອາຊຽນ ຄັ້ງທີ 2

      2/26/2025 11:40:44 AM

      ຂປລ. ໃນວັນທີ 25 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໃນນາມຕາງໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 2 ພາຍໃຕ້ຄໍາຂວັນ “ສ້າງອາຊຽນ ໃຫ້ເປັນປຶກແຜ່ນ, ທົ່ວເຖິງ ແລະ ເຂັ້ມແຂງ ໃນທ່າມກາງໂລກທີ່ພວມຜັນແປ” ຢູ່ ຮ່າໂນ້ຍ ສສ ຫວຽດນາມ ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

    • ສໍາເລັດກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIການເມືອງ

      ສໍາເລັດກອງປະຊຸມສະໄໝວິສາມັນ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI

      2/25/2025 4:56:42 PM

      ຂປລ. ກອງປະຊຸມສະໄໝວິ​ສາ​ມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ ດໍາເນີນແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ. ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນ ແລະ ມີລັກສະນະ “ພິເສດ”, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຮັບຟັງລາຍງານ, ປຶກສາຫາລື, ຕີລາຄາ ແລະ ທິດຊີ້ນໍາຕໍ່​ແຕ່​ລະ​ບັນຫາ​ ທີ່​ຍົກ​ຂຶ້ນ​ຢ່າງເລິກເຊິ່ງ ພາວະວິໄສ, ກົງ​ໄປ​ກົງ​ມາ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ຜູ້ອຳນວຍການໃຫຍ່ ຫ້ອງການ ສປຊ

      2/25/2025 4:46:23 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ຫ້ອງ​ການສ​ະ​ຫະ​ປະ​ຊາ​ຊາດທີ່ເຊີແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ, ທ່ານ ດາວ​ວີ ​ວົງ​ໄຊ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ທາ​ທີ​ຢາ​ນາ ວາ​ໂລ​ວາ​ຢາ (Tatiana Valovaya) ຜູ້ອຳນວຍການໃຫຍ່ ຫ້ອງການອົງການສະຫະປະຊາຊາດ (ສປຊ) ທີ່ເຊີແນວ, ສະມາພັນທະລັດສະວິດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ, ຜູ້​ຕາງ​ໜ້າ​ຖາ​ວອນແຫ່ງ ສ​ປ​ປ ລາວ ປະ​ຈຳ ​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆທີ່ເຊີ​ແນວ, ສະ​ມາ​ພັນທະ​ລັດ​ສະ​ວິດ​.

ads
ads

Top