ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ

25/02/2025 15:50
Email Print 225
ຂປລ ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະດູບານໃໝ່ ແລະ ພິທີເປີດຫ້ອງຮຽນພາສາຈີນ ຊຸດຮຽນລະດູບານໃໝ່ ປະຈໍາປີ 2025 ໃນວັນທີ 24 ກຸມພາ 2025 ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ນາງ ເບັນຈະມາດ ພົນຊຽງດີ ຮອງປະທານສະມາຄົມການທ່ອງທ່ຽວລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.



ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະດູບານໃໝ່ ແລະ ພິທີເປີດຫ້ອງຮຽນພາສາຈີນ ຊຸດຮຽນລະດູບານໃໝ່ ປະຈໍາປີ
2025 ໃນວັນທີ 24 ກຸມພາ 2025 ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ນາງ ເບັນຈະມາດ ພົນຊຽງດີ ຮອງປະທານສະມາຄົມການທ່ອງທ່ຽວລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ພາຍໃນງານ, ນັກສິລະປະຊົງຊາ ຈາກນະຄອນຫວູໂຈວ ໄດ້ສະແດງການຊົງຊາ ດ້ວຍການເຄື່ອນ ໄຫວທີ່ຊໍານິຊໍານານ ພາຍໃນງານເຕັມໄປດ້ວຍກິນຫອມຂອງຊາ ເຊິ່ງຊາຫລິ້ວປາວ ມີລັກສະນະພິເສດຄື: ສີແດງ, ເຂັ້ມຂຸ້ນ, ເກັບໄວ້ດົນ, ນຸ້ມນວນແລະ ມີກິ່ນຫອມ ມີຊື່ສຽງມາແຕ່ສະໄໝລາສະວົງຊິ່ງ, ຊານີ້ໄດ້ຮັບເລືອກເປັນ 1 ໃນຊາ 24 ຊະນິດທີ່ມີຊື່ສຽງໃນປະເທດຈີນ ​ເຊິ່ງວິທີການຜະລິດຊາ ໄດ້ຮັບການຂຶ້ນທະບຽນເປັນມໍລະດົກ ວັດທະນະທໍານາມມະທໍາຂອງໂລກ.

ໃນໂອກາດນີ້, ທ່ານ ສຸນເປີນສູ້ ຫົວໜ້າພະແນກພັດທະນາອຸດສະຫະກໍາສາ ນະຄອນຫວູໂຈວ ແຂວງກວາງຊີ ສປ ຈີນ ໄດ້​ໃຫ້​ຮູ້ວ່າ: ຊາເປັນສື່ກາງໃນການແບ່ງປັນ ມິດຕະພາບອັນຍາວນານ ລະຫວ່າງລາວ-ຈີນ. ສອງປະເທດເຊື່ອມໂຍງກັນດ້ວຍພູເຂົາ ແລະ ແມ່ນໍ້າ, ມີວັດທະນະທໍາຄ້າຍຄືກັນ, ມິດຕະ ພາບລະຫວ່າງປະຊາຊົນສອງຊາດ ລາວ-ຈີນ ເປັນດັ່ງແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ໄຫລໄປໂດຍບໍ່ມີທີ່ສິ້ນສຸດ, ຊາກາຍເປັນສາຍເຊື່ອມໂຍງທີ່ສໍາຄັນ ໃຫ້ກັບສອງຊາດໂດຍຕະຫລອດມາ.



ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນວັດທະນະທຳ-ສັງຄົມ

      ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ

      2/27/2025 12:34:15 PM

      ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

    • ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024ວັດທະນະທຳ-ສັງຄົມ

      ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024

      2/26/2025 12:18:03 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ຂຶ້ນໃນວັນທີ 25 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຊີ້ນໍາວຽກງານ ລັດວິສາຫະກິດໄຟຟ້າລາວ, ທັງເປັນຫົວໜ້າຄະນະຊ່ວຍວຽກ ປະຕິຮູບຂະແໜງພະລັງານ ແລະ ບໍ່ແຮ່ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3ວັດທະນະທຳ-ສັງຄົມ

      ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3

      2/25/2025 3:16:35 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ ໄລຍະ 3 (SEWIT 3) ຈັດຂຶ້ນໃນວັນທີ 24 ກຸມພາ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ແລະ ທ່ານ ອາກໃນ ວົງໂຕແບລ໌ ຫົວໜ້າອົງການເກັດປະຈຳ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກສ່ວນກຽວຂ້ອງ ເຂົ້າຮ່ວມ.

    • ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳວັດທະນະທຳ-ສັງຄົມ

      ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳ

      2/25/2025 11:01:36 AM

      ຫວ່າງບໍ່ດົນມານີ້, ອົງການປົກຄອງບ້ານນ້ຳເພີນ ເມືອງໝື່ນ ແຂວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານໄດ້ພ້ອມກັນຈັດບຸນເກີຣ ປະຈຳປີ 2025 ຂອງເຜົ່າກຶມມຸ ຕິດພັນກັບການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ກຶມມຸ, ທີ່ສ່ອງແສງເຖິງວິຖີຊີວິດ.

    • ບາງທັດສະນະຂອງນັກລົງທຶນຕ່າງປະເທດ  ຕໍ່ການນຳພາຂອງ ພັກ ປປ ລາວ ວັດທະນະທຳ-ສັງຄົມ

      ບາງທັດສະນະຂອງນັກລົງທຶນຕ່າງປະເທດ ຕໍ່ການນຳພາຂອງ ພັກ ປປ ລາວ

      2/24/2025 2:41:20 PM

      ຂປລ. ໃນໂອກາດ ກຽມສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທ່ານ ເສີນ ຊຽງ ປະທານໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ສະແດງຄວາມຊົມເຊີຍ ຕໍ່ພັກປະຊາຊົນ ປະຕິວັດລາວ ຕະຫລອດ 70 ປີ ແຫ່ງການນຳພາຮອບດ້ານ ​ໂດຍສະເພາະໃນຂົງເຂດເສດຖະ ກິດ-ສັງຄົມ ພັກໄດ້ປະຕິບັດນະໂຍບາຍ ເປີດກວ້າງການລົງທຶນຕ່າງປະເທດ, ຊຸກຍູ້ການເປີດກວ້າງທາງດ້ານການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ.

ads
ads

Top