ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3

25/02/2025 15:16
Email Print 191
ຂປລ ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ ໄລຍະ 3 (SEWIT 3) ຈັດຂຶ້ນໃນວັນທີ 24 ກຸມພາ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ແລະ ທ່ານ ອາກໃນ ວົງໂຕແບລ໌ ຫົວໜ້າອົງການເກັດປະຈຳ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກສ່ວນກຽວຂ້ອງ ເຂົ້າຮ່ວມ.



ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ
3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ ໄລຍະ 3 (SEWIT 3) ຈັດຂຶ້ນໃນວັນທີ 24 ກຸມພາ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ແລະ ທ່ານ ອາກໃນ ວົງໂຕແບລ໌ ຫົວໜ້າອົງການເກັດປະຈຳ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກສ່ວນກຽວຂ້ອງ ເຂົ້າຮ່ວມ.

ໂຄງການສົ່ງເສີມການຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ (SEWIT3) ໄດ້ຮັບທຶນຊ່ວຍເຫລືອ ຈາກສະມາຄົມນໍ້າ ອີລເດີຝຣັ່ງ, ເຊດີຟ SEDIF (Syndicat des Eaux d'Ile de France) ຈໍານວນ 570.995 ໂອເຣີ ເຊິ່ງມີໜ້າວຽກຄື: ໜ້າວຽກກໍ່ສ້າງລະບົບໂຄງລ່າງພື້ນຖານນໍ້າປະປາ ຢູ່ເມືອງພູຄຸນ ປະກອບມີ: ກໍ່ ສ້າງຫົວງານ (ຝ່າຍເກັບນໍ້າ), ໂຮງງານຜະລິດນໍ້າປະປາ, ອ່າງສົ່ງນໍ້າໃສ, ອ່າງແຈກນໍ້າ(ອ່າງນໍ້າສູງ), ລະບົບ​ເປົ້າສົ່ງນໍ້າ, ລະບົບໄຟຟ້າ ແລະ ລະບົບທໍ່ສົ່ງ ມີຄວາມຍາວປະມານ 14 ກິ​​ໂລ​ແມັດ ແລະ ຕາຂ່າຍທໍ່ແຈກ ພາຍໃນບ້ານ ກວມເອົາ 3 ບ້ານຄື: ບ້ານແສນສີ, ບ້ານສາລາພູຄູນ ແລະ ບ້ານບັງກາໂລ ມີປະຊາກອນທັງໝົດ 3.386 ຄົນ, 639 ຄົວເຮືອນ, ຄາດຄະເນປະຊາກອນ ທັງໝົດໃນ 2 ພື້ນທີ່ ປະມານ 6.348 ຄົນ ຫລື 1.183 ຄົວເຮືອນ ສາມາດເຂົ້າເຖິງລະບົບນໍ້າປະປາ ພາຍຫລັງການກໍ່ສ້າງສໍາເລັດ; ໜ້າວຽກຂະ ຫຍາຍຕາຂ່າຍນໍ້າປະປາ ຈາກເທສະບານເມືອງຈອມເພັດ ຫາ ກຸ່ມນໍ້າຫລັງ ປະກອບມີ: ກໍ່ສ້າງອ່າງສົ່ງນໍ້າໃສ, ອ່າງແຈກນໍ້າ, ລະບົບນໍ້າສົ່ງນໍ້າ, ລະບົບໄຟຟ້າຄວບຄຸມອ່າງສົ່ງນໍ້າ ແລະ ລະບົບທໍ່ສົ່ງ ມີຄວາມ ຍາວປະມານ 15 ກິ​ໂລ​ແມັດ ແລະ ຕາຂ່າຍທີ່ແຈກພາຍໃນບ້ານ, ມີປະຊາກອນປະມານ 2.962 ຄົນ, 544 ຄົວເຮືອນ ສາມາດເຂົ້າເຖິງລະບົບນໍ້າປະປາ; ໜ້າວຽກການຝຶກອົບຮົມ ຄວາມສາມາດທາງດ້ານເຕັກນິກ ກ່ຽວກັບ ການຄຸ້ມຄອງວຽກກໍ່ສ້າງພາກສະໜາມ ແລະ ການສ້າງຕັ້ງໜ່ວຍບໍລິການນໍ້າປະປາ ສາຂາເມືອງພູຄູນ; ໜ້າວຽກການສຶກສາຂໍ້ມູນດ້ານເສດຖະກິດ-ສັງຄົມ ພາຍໃນ 2 ພື້ນທີ່ ເພື່ອນໍາມາວິເຄາະແຜນການ ສະໜັບສະໜູນການຕະຫລາດ, ການຕໍ່ນໍ້າເຂົ້າຄົວເຮືອນ ແລະ ເຜີຍແຜ່ວຽກງານນໍ້າປະປາ; ໜ້າວຽກການໂຄສະນາປະຊາສໍາພັນ, ປູກຈິດສໍານຶກ ແລະ ຝຶກອົບຮົມໃຫ້ປະຊາຊົນ ຢູ່ 2 ພື້ນທີ່ ເຂົ້າໃຈ ວຽກງານສຸຂະພິບານ ແລະ ການເຝົ້າລະວັງຄຸນນະພາບນໍ້າ.

 ໂຄງການສົ່ງເສີມການຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ (SEWIT 3) ເປັນໂຄງການໜຶ່ງ ທີ່ຕອບສະໜອງຕໍ່ຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາ ຂະແໜງນໍ້າປະປາ ແລະ ສຸຂະພິບານ ມີຄວາມໝັ້ນຄົງ ຕາມທິດສີ ຂຽວ ແລະ ຍືນຍົງ, ຮັບປະກັນການຈັດຕັ້ງປະຕິບັດໃຫ້ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (Sustainable Development Goals-SDGs) ໃນປີ 2030 ໂດຍ ສະເພາະ SDG 6.1 ຮອດປີ 2030 ບັນລຸການເຂົ້າເຖິງນໍ້າປະປາທີ່ສະອາດ ໂດຍລາຄາບໍ່ແພງ ໃຫ້ທົ່ວເຖິງ ແລະ ເທົ່າທຽມກັນ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນວັດທະນະທຳ-ສັງຄົມ

      ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ

      2/27/2025 12:34:15 PM

      ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

    • ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024ວັດທະນະທຳ-ສັງຄົມ

      ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024

      2/26/2025 12:18:03 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ຂຶ້ນໃນວັນທີ 25 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຊີ້ນໍາວຽກງານ ລັດວິສາຫະກິດໄຟຟ້າລາວ, ທັງເປັນຫົວໜ້າຄະນະຊ່ວຍວຽກ ປະຕິຮູບຂະແໜງພະລັງານ ແລະ ບໍ່ແຮ່ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ

      2/25/2025 3:50:36 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະດູບານໃໝ່ ແລະ ພິທີເປີດຫ້ອງຮຽນພາສາຈີນ ຊຸດຮຽນລະດູບານໃໝ່ ປະຈໍາປີ 2025 ໃນວັນທີ 24 ກຸມພາ 2025 ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ນາງ ເບັນຈະມາດ ພົນຊຽງດີ ຮອງປະທານສະມາຄົມການທ່ອງທ່ຽວລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

    • ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳວັດທະນະທຳ-ສັງຄົມ

      ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳ

      2/25/2025 11:01:36 AM

      ຫວ່າງບໍ່ດົນມານີ້, ອົງການປົກຄອງບ້ານນ້ຳເພີນ ເມືອງໝື່ນ ແຂວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານໄດ້ພ້ອມກັນຈັດບຸນເກີຣ ປະຈຳປີ 2025 ຂອງເຜົ່າກຶມມຸ ຕິດພັນກັບການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ກຶມມຸ, ທີ່ສ່ອງແສງເຖິງວິຖີຊີວິດ.

    • ບາງທັດສະນະຂອງນັກລົງທຶນຕ່າງປະເທດ  ຕໍ່ການນຳພາຂອງ ພັກ ປປ ລາວ ວັດທະນະທຳ-ສັງຄົມ

      ບາງທັດສະນະຂອງນັກລົງທຶນຕ່າງປະເທດ ຕໍ່ການນຳພາຂອງ ພັກ ປປ ລາວ

      2/24/2025 2:41:20 PM

      ຂປລ. ໃນໂອກາດ ກຽມສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທ່ານ ເສີນ ຊຽງ ປະທານໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ສະແດງຄວາມຊົມເຊີຍ ຕໍ່ພັກປະຊາຊົນ ປະຕິວັດລາວ ຕະຫລອດ 70 ປີ ແຫ່ງການນຳພາຮອບດ້ານ ​ໂດຍສະເພາະໃນຂົງເຂດເສດຖະ ກິດ-ສັງຄົມ ພັກໄດ້ປະຕິບັດນະໂຍບາຍ ເປີດກວ້າງການລົງທຶນຕ່າງປະເທດ, ຊຸກຍູ້ການເປີດກວ້າງທາງດ້ານການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ.

ads
ads

Top