ຂປລ
ຖົ່ວລຽນ ແມ່ນໝາກໄມ້ເສດຖະກິດທີ່ຕະຫລາດຕ້ອງການຫລາຍ ຍ້ອນສັງຄົມນິຍົມບໍລິໂພກແຕ່ຖ່ົວລຽນ ແມ່ນຕົ້ນໄມ້ກິນໝາກທີ່ປູກຍາກ ໂດຍສະເພາະແມ່ນຄົນທີ່ບໍ່ມີຄວາມຮູ້ເວລາປູກອັດຕາການລອດຕາຍແມ່ນຕໍ່າ, ການບົວລະບັດຮັກສາກໍ່ຍາກ.
*ຖົ່ວລຽນ ແມ່ນໝາກໄມ້ເສດຖະກິດທີ່ຕະຫລາດຕ້ອງການຫລາຍ ຍ້ອນສັງຄົມນິຍົມບໍລິໂພກແຕ່ຖ່ົວລຽນ ແມ່ນຕົ້ນໄມ້ກິນໝາກທີ່ປູກຍາກ ໂດຍສະເພາະແມ່ນຄົນທີ່ບໍ່ມີຄວາມຮູ້ເວລາປູກອັດຕາການລອດຕາຍແມ່ນຕໍ່າ, ການບົວລະບັດຮັກສາກໍ່ຍາກ. ສະນັ້ນ, ຈຶ່ງເຮັດໃຫ້ຖົົ່ລຽນມີລາສູງ ຈົນສາມາດສ້າງລາຍຮັບຢ່າງມະຫາສານ ເໝືອນດັ່ງທ່ານ ສົມຮັກ ສີບຸນເຮືອງ ປະຊາຊົນບ້ານ ບ້ານດົງໄລ່ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ທີ່ປະສົບ ຜົນສໍາເລັດຈາກການປູກຖ່ົວລຽນຈົນສາມາດສ້າງລາຍຮັບໄດ້ 5,1 ຕື້ກີບ ໃນປີຜ່ານມາ.

ທ່ານ ສົມຮັກ ສີບຸນເຮືອງ ຄອບຄົວຕົວແບບໃນການປູກຖົ່ວລຽນເປັນສິນຄ້າສ້າງລາຍຮັບແກ່ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ນັບມື້ໄດ້ຮັບການພັດທະນາດີຂຶ້ນເລື້ອຍໆ ໂດຍໃນປີ 2024 ຂາຍຖົ່ວລຽນໄດ້ເຖິງ 5,1 ຕື້ກີບ ໃຫ້ຮູ້ວ່າ: ແຕ່ກ່ອນເຮັດວຽກນໍາບໍລິສັດ ປູກໝາກມ່ວງຫິມມະພານຂອງໄທ ແຕ່ຍ້ອນຢາກໃຫ້ຊີວິດມີຄວາມໝັ້ນຄົງ, ມີລາຍຮັບທີ່ແນ່ນອນເມື່ອເປັນແນວນັ້ນ ຂ້າພະເຈົ້າພ້ອມດ້ວຍຄອບຄົວ ຈຶ່ງຄິດຫາອາຊີບທີ່ຕົນເອງພໍມີຄວາມຮູ້ເປັນຕົ້ນແມ່ນດ້ານການປູກຝັງ, ທໍາອິດຄິດວ່າຈະປູກຢາງພາລາແຕ່ ສຶກສາຄົ້ນຄວ້າເບິ່ງລາຍລະອຽດ ເຫັນວ່າການປູກຢາງພາລາມີຄວາມຫຍຸ້ງຍາກຫລາຍຢ່າງ ເລີຍປ່ຽນແຜນຫັນມາປູກໝາກຖ່ົວລຽນ ເພາະເຫັນວ່າຕະຫລາດມີຄວາມຕ້ອງການຫລາຍ.

ຈາກນັ້ນ ເລີ່ມບຸກເບີກເນື້ອທີ່ໃນປີ 2009 ລົງມືປູກ ໃນເນື້ອທີ່ 4 ເຮັກຕາ, ປູກໝາກຖົ່ວລຽນພັນໝອນທອງ 600 ຕົ້ນ ເຊິ່ງເປັນທຶນສ່ວນຕົວກໍຄືຄອບຄົວ, ປູກປີທໍາອິດຕົ້ນຖົ່ວລຽນ ຕາຍ 400 ຕົ້ນ ຍ້ອນປະສົບການ ແລະ ບົດຮຽນໃນການບົວລະບັດຮັກສາ ຕົ້ນຖົ່ວລຽນບໍ່ທັນສູງ. ໃນປີ 2010 ກໍໄດ້ປູກທົດແທນ ໃນຈໍານວນ 4 ເຮັກຕາ, ໄລຍະຫ່າງຂອງຕົ້ນຖົ່ວລຽນປູກ 7 ແມັດ x 7 ແມັດ ແລະ ໄດ້ເອົາໃຈໃສ່ບົວລະບັດຮັກສາ. ປີ 2019 ໄດ້ຂະຫຍາຍເນື້ອທີ່ປູກຕື່ມ ອີກ 1,2 ເຮັກຕາ. ປີ 2013 ກໍ ໄດ້ປູກເພີ່ມອີກລວມເປັນຈຳນວນ 861 ຕົ້ນ ໃນເນື້ອທີ່ 5,2 ເຮັກຕາ. ປີ 2014 ເລີ່ມໃຫ້ຜົນຜະລິດ ແລະ ຂາຍເປັນສິນຄ້າສ້າງລາຍຮັບໄດ້ 35 ລ້ານກີບ, ປີ 2020 ຂາຍຜົນຜະລິດໄດ້ 25 ໂຕນ ສ້າງລາຍຮັບ ໄດ້ 880 ລ້ານກີບ , ປີ 2024 ຂາຍຜົນຜະລິດໄດ້ 40 ໂຕນມູນຄ່າ 5,1 ຕື້ກີບ. ໂດຍຕະຫລາດໝາກຖົ່ວລຽນ ແມ່ນຈໍາໜ່າຍພາຍໃນແຂວງ ແລະ ຕ່າງແຂວງ, ການຈຳໜ່າຍແມ່ນມີແມ່ຄ້າມາຊື້ກັບສວນ ແລະ ສົ່ງຕາມການສັ່ງຈອງຕາມທ້ອງຕະຫລາດພາຍໃນ ແລະ ຕ່າງແຂວງ ໂດຍຜ່ານບໍລິສັດຂົນສົ່ງໄປທີ່ຕະຫລາດນະຄອນຫລວງວຽງຈັນ ແລະ ຕະຫລາດແຂວງສະຫວັນນະເຂດ.
ໂດຍ: ມາລີດາ
KPL