ຂປລ
ຫວ່າງບໍ່ດົນມານີ້, ອົງການປົກຄອງບ້ານນ້ຳເພີນ ເມືອງໝື່ນ ແຂວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານໄດ້ພ້ອມກັນຈັດບຸນເກີຣ ປະຈຳປີ 2025 ຂອງເຜົ່າກຶມມຸ ຕິດພັນກັບການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ກຶມມຸ, ທີ່ສ່ອງແສງເຖິງວິຖີຊີວິດ.
*ຫວ່າງບໍ່ດົນມານີ້, ອົງການປົກຄອງບ້ານນ້ຳເພີນ ເມືອງໝື່ນ ແຂວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານໄດ້ພ້ອມກັນຈັດບຸນເກີຣ ປະຈຳປີ 2025 ຂອງເຜົ່າກຶມມຸ ຕິດພັນກັບການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ກຶມມຸ, ທີ່ສ່ອງແສງເຖິງວິຖີຊີວິດ ແລະ ທັງນີ້ກໍເພື່ອເປັນການເຕົ້າໂຮມຄວາມສາມັກຄີປະຊາຊົນພາຍໃນບ້ານ, ຍາດພີ່ນ້ອງ, ແຂກຢູ່ໃກ້ ແລະ ໄກ ໄດ້ມາພົບພໍ້ສະແດງຄວາມສາມັກຄີ, ຄວາມຂອບອົກຂອບໃຈ, ຮູ້ບຸນຄຸນເຊິ່ງກັນ ແລະ ກັນເພື່ອໃຫ້ລູກຫລານໄດ້ຮູ້ເຖິງຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊົນເຜົ່າກຶມມຸ ພ້ອມກັນສືບທອດ ແລະ ອະນຸລັກຮັກສາໄວ້ໃຫ້ຍືນຍົງຕະຫລອດໄປ.

ທ່ານ ຄຳເພົ້າ ເພັດສຸລິແສງ ປະທານແນວໂຮມບ້ານນ້ຳເພີນ ໄດ້ເລົ່າປະຫວັດຄວາມເປັນມາ ຂອງບຸນເກີຣ ຫລື ບຸນກູ້ເຜືອກກູ້ມັນວ່າ: ການເຮັດບຸນປະເພນີຂອງເຜົ່າກຶມມຸ ແມ່ນໄດສະແດງເຖິງໝາກຜົນຂອງການເກັບ ກ່ຽວຜົນຜະລິດຕ່າງໆໃນຮອບໜຶ່ງປີ, ທັງເປັນການສືບສານວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ຂອງເຜົ່າທີ່ເຄີຍສືບທອດກັນມາແຕ່ດຶກ ດໍາບັນເພື່ອໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ ແລະ ພ້ອມກັນປົກປັກຮັກສາຮີດຄອງປະເພນີນີ້ໄວ້ໃຫ້ໝັ້ນຄົງຕະຫລອດໄປ.

ຄໍາວ່າ “ເກີຣ” ໝາຍເຖິງບຸນຄຸນ ຄື: ບຸນຄຸນເຂົ້າ, ເຜືອກ-ມັນ, ພໍ່ແມ່, ປູ່-ຍ່າຕາຍາຍ ແລະ ບຸນຄຸນ ຂອງບັນພະບຸລຸດ, ການເຊື່ອຖືແມ່ນນັບຖືຜີ ບັນພະບຸລຸດ ຂອງຕົນເອງ. ເມື່ອຮອດມື້ບຸນ ປີໃໝ່ປະຊາຊົນແຕ່ລະຄອບຄົວ ແມ່ນໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ມີເຖົ້າແກ່ແນວໂຮມ, ຊາວໜຸ່ມຍິງ-ຊາຍ ໄດ້ພ້ອມກັນແຕ່ງຕົວດ້ວຍ ເຄື່ອງນຸ່ງຖືຊົນເຜົ່າ ປະດັບເອ້ຍ້ອງ ແລະ ມີຄວາມເບີກບານມ່ວນຊື່ນຍິ້ມແຍ້ມແຈ່ມໃສ. ໃນພິທີໄດ້ມີເຂົ້າປາອາຫານເປັນຕົ້ນໄກ່, ເຫລົ້າໄຫ, ຜົນຜະລິດລວມມີ: ໝາກອຶ, ໝາກໂຕ່ນ, ໝາກແຕງ, ສາລີ, ເຜືອກ-ມັນ, ດອກໄມ້ປະຈໍາເຜົ່າ, ເຄື່ອງຮັບໃຊ້ການຜະລິດ ແລະ ເຄື່ອງຮັບໃຊ້ອື່ນໆມາຈັດວາງໃນພິທີດັ່ງກ່າວ.
ພາບ-ຂ່າວ: ແຫວນຄຳ
KPL