ບາງທັດສະນະຂອງນັກລົງທຶນຕ່າງປະເທດ ຕໍ່ການນຳພາຂອງ ພັກ ປປ ລາວ

24/02/2025 14:41
Email Print 371
ຂປລ ຂປລ. ໃນໂອກາດ ກຽມສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທ່ານ ເສີນ ຊຽງ ປະທານໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ສະແດງຄວາມຊົມເຊີຍ ຕໍ່ພັກປະຊາຊົນ ປະຕິວັດລາວ ຕະຫລອດ 70 ປີ ແຫ່ງການນຳພາຮອບດ້ານ ​ໂດຍສະເພາະໃນຂົງເຂດເສດຖະ ກິດ-ສັງຄົມ ພັກໄດ້ປະຕິບັດນະໂຍບາຍ ເປີດກວ້າງການລົງທຶນຕ່າງປະເທດ, ຊຸກຍູ້ການເປີດກວ້າງທາງດ້ານການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ.




ຂປລ. ໃນໂອກາດກຽມສະເຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ
70 ປີ ທ່ານ ເສີນ ຊຽງ ປະທານໂຮງແຮມລາດຊະວົງ ວັນດ້າວິສຕ້າ ໄດ້ສະແດງຄວາມຊົມເຊີຍ ຕໍ່ພັກປະຊາຊົນ ປະຕິວັດລາວ ຕະຫລອດ 70 ປີ ແຫ່ງການນຳພາຮອບດ້ານ ​ໂດຍສະເພາະໃນຂົງເຂດເສດຖະ ກິດ-ສັງຄົມ ພັກໄດ້ປະຕິບັດນະໂຍບາຍ ເປີດກວ້າງການລົງທຶນຕ່າງປະເທດ, ຊຸກຍູ້ການເປີດກວ້າງທາງດ້ານການຄ້າ, ການລົງທຶນ, ການບໍລິການ ແລະ ອື່ນໆ.




ຕະຫລອດໄລຍະຜ່ານມາ, ພັກປະຊາຊົນ ປະຕິວັດລາວ ໄດ້ນຳພາພັດທະນາເສດຖະກິດຂອງປະເທດ ດ້ວຍການວາງແນວທາງແຜນນະໂຍບາຍ
, ນຳພາຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ ໃນຂົງເຂດການຄ້າ, ການລົງທຶນ ເພື່ອນຳເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ ເຊິ່ງໄດ້ມີຜົນສຳເລັດ ທີ່ເປັນຮູບປະທຳຫລາຍດ້ານ ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າ ດີຂຶ້ນຫລາຍເທົ່າ​ເມື່ອທຽບກັບກ່ອນມີພັກນຳພາ.


ທ່ານ ເສີນ ຊຽງ ຍັງໃຫ້ຮູ້ອີກວ່າ: ໂຮງແຮມລາດຊະວົງ ວັນດ້າວິສຕ້າ ເປັນໂຮງແຮມທີ່ສູງທີ່ສຸດໃນນະຄອນຫລວງວຽງຈັນ ມີຄວາມສູງຈາກໜ້າດິນ 138 ແມັດ, ຊັ້ນທີ 37 ເປັນສະກາຍບາ ເປີດບໍລິການທຸກໆວັນ ເລີ່ມ 18:00-23:00ໂມງ. ປັດຈຸບັນ, ໂຮງແຮມໄດ້ເປີດໃຫ້ບໍລິການ ແລ້ວຢ່າງເຕັມຮູບແບບ ເຊັ່ນ: ການບໍລິການ ຫ້ອງພັກ, ອາຫານ ແລະ ເຄື່ອງດື່ມ. ນອກນີ້, ຍັງຮັບຈັດງານພາຍໃນໂຮງແຮມ ແລະ ນອກສະຖານທີ່. ​ໃນ​ຕໍ່ໜ້າໂຮງແຮມ ລາດຊະວົງ ວັນດາ ວິສຕ້າ ຈະພັດທະນາ ແລະ ຍົກລະດັບການບໍລິການຮອບດ້ານກ້າວສູ່ສາກົນ ໄປພ້ອມກັບການສົ່ງເສີມ ພັດທະນາພະນັກງານພາຍໃນ ໃຫ້ມີຄວາມຮູ້, ຄວາມສາມາດ ຄຽງຄູ່ກັນກັບການສົ່ງເສີມ ວັດຖຸດິບຈາກທ້ອງຖິ່ນ, ຊື້ສິນຄ້າພາຍໃນປະເທດ, ສົ່ງເສີມວັດຖຸດິບແບບທໍາມະຊາດ ​ແລະ ເປັນມິດຕໍ່ສິ່ງແວດລ້ອມ


​ໂອກາດ​ນີ້, ທ່ານ ເສີນ ຊຽງ ຍັງໄດ້ສະແດງຄວາມຂອບໃຈຕໍ່ ພັກ ແລະ ລັດຖະບານລາວ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອໃນດ້ານຕ່າງໆ ມາໂດຍຕະຫລອດ ເຮັດໃຫ້ໂຮງແຮມລາດຊະວົງ ວັນດ້າວິສຕ້າ ສາມາດເປີດໃຫ້ບໍລິການຮັບໃຊ້ສັງຄົມ. ພ້ອມທັງຖືໂອກາດນີ້, ອວຍພອນໃຫ້ການນຳພັກ, ລັດຕະຫລອດຮອດ ປະຊາຊົນລາວ ບັນດາເຜົ່າ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ສືບຕໍ່ນຳພາ-ຊີ້ນຳປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. 

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນວັດທະນະທຳ-ສັງຄົມ

      ເປີດການກໍ່ສ້າງ ໂຄງການເຊື່ອມຕໍ່ ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ

      2/27/2025 12:34:15 PM

      ຂປລ. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈັດພິທີເປີດການກໍ່ສ້າງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ ລາວ-ຈີນ 500 ກິໂລໂວນ ໃນວັນທີ 26 ກຸມພາ 2025ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ນາງ ຟາງຫົງ (FANG HONG) ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫລິວເວີ່ຍ (LIU WEI) ຮອງຜູ້ ອໍານວຍການໃຫຍ່ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ສອງຝ່າຍເຂົ້າຮວມ.

    • ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024ວັດທະນະທຳ-ສັງຄົມ

      ຟຟລ ສະຫລຸບການຈັດຕັ້ງປະຕິບັດວຽກງານປີ 2024

      2/26/2025 12:18:03 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຂອງລັດວິສາຫະກິດໄຟຟ້າລາວ (ຟຟລ) ຂຶ້ນໃນວັນທີ 25 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ຜູ້ຊີ້ນໍາວຽກງານ ລັດວິສາຫະກິດໄຟຟ້າລາວ, ທັງເປັນຫົວໜ້າຄະນະຊ່ວຍວຽກ ປະຕິຮູບຂະແໜງພະລັງານ ແລະ ບໍ່ແຮ່ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ

      2/25/2025 3:50:36 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ຊາສູ່ຄວາມປອງດອງ ພົບປະແລກປ່ຽນຕົ້ນລະດູບານໃໝ່ ແລະ ພິທີເປີດຫ້ອງຮຽນພາສາຈີນ ຊຸດຮຽນລະດູບານໃໝ່ ປະຈໍາປີ 2025 ໃນວັນທີ 24 ກຸມພາ 2025 ໂດຍມີ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ, ທ່ານ ນາງ ເບັນຈະມາດ ພົນຊຽງດີ ຮອງປະທານສະມາຄົມການທ່ອງທ່ຽວລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

    • ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3ວັດທະນະທຳ-ສັງຄົມ

      ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3

      2/25/2025 3:16:35 PM

      ຂປລ. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສົ່ງເສີມການ ຂະຫຍາຍນໍ້າປະປາ ໃນຕົວເມືອງນ້ອຍ ໄລຍະ 3 ຢູ່ ເມືອງພູຄູນ ແລະ ເມືອງຈອມເພັດ ແຂວງຫລວງພະບາງ ໄລຍະ 3 (SEWIT 3) ຈັດຂຶ້ນໃນວັນທີ 24 ກຸມພາ 2025 ຢູ່ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ນາງ ພູວັນ ແສນບຸດຕະລາດ ຮັກສາການຫົວໜ້າກົມນໍ້າປະປາ ແລະ ທ່ານ ອາກໃນ ວົງໂຕແບລ໌ ຫົວໜ້າອົງການເກັດປະຈຳ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າຈາກພາກສ່ວນກຽວຂ້ອງ ເຂົ້າຮ່ວມ.

    • ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳວັດທະນະທຳ-ສັງຄົມ

      ບ້ານນໍ້າເພີນ ເມືອງໝື່ນ ຈັດບຸນເກີຣ ຕິດພັນກັບການອະນຸລັກວັດທະນະທຳ

      2/25/2025 11:01:36 AM

      ຫວ່າງບໍ່ດົນມານີ້, ອົງການປົກຄອງບ້ານນ້ຳເພີນ ເມືອງໝື່ນ ແຂວງວຽງຈັນ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານໄດ້ພ້ອມກັນຈັດບຸນເກີຣ ປະຈຳປີ 2025 ຂອງເຜົ່າກຶມມຸ ຕິດພັນກັບການອະນຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ກຶມມຸ, ທີ່ສ່ອງແສງເຖິງວິຖີຊີວິດ.

ads
ads

Top