ຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດ ແບບຢ່າງອັນໃສແຈ້ງຂອງປະທານ ໄກສອນ ພົມວິຫານ

09/12/2024 10:35
Email Print 748
ຂປລ ປະທານ ໄກສອນ ພົມວິຫານ ເປັນແບບຢ່າງອັນໃສແຈ້ງ ແລະ ສູງສົ່ງ, ມີຄວາມປີຊາສາມາດສະຫລາດສ່ອງໃສ, ມີແນວຄິດປະຕິວັດສູງສົ່ງມາແຕ່ເຍົາໄວ, ມີອຸດົມການທີ່ຢາກກອບກູ້ເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດ ແລະປະຊາຊົນ.

    *ປະທານ ໄກສອນ ພົມວິຫານ ເປັນແບບຢ່າງອັນໃສແຈ້ງ ແລະ ສູງສົ່ງ, ມີຄວາມປີຊາສາມາດສະຫລາດສ່ອງໃສ, ມີແນວຄິດປະຕິວັດສູງສົ່ງມາແຕ່ເຍົາໄວ, ມີອຸດົມການທີ່ຢາກກອບກູ້ເອົາເອກະລາດ, ອິດສະລະພາບມາໃຫ້ປະເທດຊາດ ແລະປະຊາຊົນ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຈິດໃຈເສຍສະຫລະ ແລະ ອຸທິດຕົນ ຢ່າງບໍ່ຮູ້ອິດຮູ້ເມ່ືອຍນຳພາການຕໍ່ສູ້ຈົນຍາດໄດ້ໄຊຊະນະ ແລະ ມີຜົນສຳເລັດຫລາຍປະການໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ.

    ຄຸນສົມບັດສິິນທຳປະຕິວັດອັນພື້ນຖານ ຂອງປະທານ ໄກສອນ ພົມວິຫານ ແມ່ນຈິດໃຈຮັກຊາດອັນສູງສົ່ງ ແລະ ການອຸທິດຕົນເພື່ືອຊາດ ເພື່ອປະຊາຊົນດ້ວຍຄວາມສັດຊື່ບໍລິສຸດ ເຖິງວິນາທີສຸດທ້າຍຂອງຊີວິດ; ດ້ວຍຄຸນສົມບັດພື້ນຖານດັ່ງກ່າວ, ຍິ່ງສະພາບການປະຕິວັດຫຍຸ້ງຍາກຄັບຂັນທໍ່ໃດ ເພິ່ນກໍຍິ່ງມີມານະຈິດສູງສົ່ງ ແລະ ອຸທິດຕົນດ້ວຍຄວາມອຸ່ນອ່ຽງທຸ່ນທ່ຽງ, ຍາມໃດເພິ່ນກໍຕັດສິນໃຈສູງຜ່າຜ່າອຸປະສັກ ແລະ ຄວາມຫຍຸງຍາກ, ທັງເປັນແບບຢ່າງໃນການກະທຳ, ສຶກສາອົບຮົມປຸກລະດົມຜູ້ອື່ນ ເພື່ອພ້ອມກັນຕັດສິນໃຈ ເຮັດໃຫ້ເກີດມີຂະບວນການຕໍ່ສູ້ອັນອາດຫານ ແລະ ມີໄຊ.  ໃນສະໄໝຕໍ່ສູ້ກູ້ຊາດ ປະທານ ໄກສອນ ພົມວິຫານ ໄດ້ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍກັບປະຊາຊົນ ແລະ ພະນັກງານນັກຮົບ, ໄດ້ເຄື່ອນໄຫວຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ດ້ວຍນຳ້ໃຈເສຍສະຫລະອັນສູງສົ່ງເພື່ອໄຊຊະນະຂອງພາລະກິດປະຕິວັດ.

    ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ມີທັດສະນະມະຫາຊົນກວ້າງຂວາງ, ມີຄວາມເຊື່ອໝັ້ນຕໍ່ກຳລັງແຮງຂອງມະຫາຊົນ, ຖືປະຊາຊົນເປັນເປົ້າໝາຍ ແລະ ເປັນກຳລັງແຮງທີ່ບໍ່ເຫືອດແຫ້ງຂອງການປະຕິວັດ, ເພິ່ນເວົ້າເລື້ອຍໆວ່າຄັນປະຊາຊົນບໍ່ພ້ອມ ເຮັດຫຍັງກໍ່ບໍ່ເກີດ; ເພິ່ນຍັງເວົ້າວ່າ ການປະຕິວັດເຕີບໃຫຍ່ ແລະ ໄດ້ຮັບໄຊຊະນະຍ້ອນປະຊາຊົນສະໜັບສະໜູນ ແລະ ເຂົ້າຮ່ວມ. ສະນັ້ນ, ການປະຕິວັດກໍແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ, ຍາມໃດເພິ່ນກໍເປັນຫ່ວງເປັນໄຍນຳຄວາມສຸກທຸກຂອງປະຊາຊົນ ເພິ່ນໄດ້ລົງທ້ອງຖິ່ນຮາກຖານພົບປະໂອ້ລົມຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຢູ່ຮາກຖານເປັນປະຈຳ, ການລົງຮາກຖານໄປຢ້ຽມຢາມພົບປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນແມ່ນແບບແຜນເຮັດວຽກທີ່ສຳຄັນຂອງປະທານ.

    ປະທານ ໄກສອນ ພົມວິຫານ ແມ່ນຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດແບບງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ. ເພິ່ນໄດ້ຕັ້ງໜ້າເຮັດວຽກດ້ວຍຄວາມດຸໝັ່ນ, ຮອບຄອບ ແລະ ມີຄວາມຮັບຜິດຊອບສູງ, ເຮັດວຽກດ້ວຍຄວາມຊື່ສັດບໍລິສຸດຕໍ່ຊາດຕໍ່ປະຊາຊົນ. ປະທານ ໄກສອນ ພົມວິຫານແມ່ນນັກເຄື່ອນໄຫວສາກົນຜູ້ດີເດັ່ນ: ເພິ່ນໄດ້ນຳພາຊີ້ນຳຮ່ວມກັບ ໝູ່ຄະນະຢ່າງສະຫລຽວສະຫລາດ ໃນການສົມທົບບັນຫາຊາດກັບສາກົນ, ລະຫວ່າງ ການແກ້ໄຂບັນຫາການຕໍ່ສູ້ພາຍໃນປະເທດກັບຕ່າງປະເທດ, ສົມທົບກັບການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງຊາດຂ້ອງພວກເຮົາກັບການຕໍ່ສູ້ຕ້ານລັດທິຈັກກະພັດລ່າເມືອງຂຶ້ນຂອງບັນດາປະຊາຊາດໃນໂລກ ແລະ ການຕໍ່ສູ້ເພື່ອສັງຄົມນິຍົມ. ພິເສດ ທີ່ສຸດ ແມ່ນການສົມທົບຢ່າງແໜ້ນແຟ້ນການຕໍ່ສູ້ຂອງ 3 ປະເທດ ລາວ, ຫວຽດນາມ ແລະ ກຳປູເຈຍ ໃຫ້ກຳລັງແຮງສັງລວມ, ເປັນກະແສຟອງປະຕິວັດຢູ່ອິນດູຈີນ ເພື່ອຕີເອົາຊະນະຈັກກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ປະທານ ໂຮ່ຈີ່ມິງ ແລະ ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ກໍ່ຕັ້ງຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ.

    ປະທານ ໄກສອນ ໄດ້ນຳພາ-ຊີ້ນຳ ການວາງຍຸດທະສາດທ່ເປັນພື້ນຖານຍາວນານ ແລະ ຍຸທະໂຍບາຍດ້ານການຕ່າງປະເທດຂອງ ສປປ ລາວ ເພິ່ນໄດ້ເປັນເຈົ້າການເຄື່ອນໄຫວ ປະຕິບັດແນວທາງຍຸດທະສາດ ແລະ ໃຊ້ຍຸດທະສາດການຕ່າງປະເທດ ສັນຕິພາບ,ເອກະລາດ, ມິດຕະພາບ ແລະການຮ່ວມມືກັບນາໆປະເທດ ໂດຍບໍ່ຈຳແນກ ລະບອບສັງຄົມການເມືອງທີ່ແຕກຕ່າງກັນ, ສ້າງການພົວພັນຮ່ວມມືກັບປະເທດຕ່າງໆ ບົນພື້ນຖານ 5 ຫລັກການແຫ່ງການຢູ່ຮ່ວມກັນໂດຍສັນຕິ, ໃນນັ້ນ ແມ່ນການສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບສສ ຫວຽດນາມ, ເພີ່ມທະວີມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ສປຈີນ ແລະ ປະເທດເພື່ອນມິດຍຸດທະສາດສັງຄົມນິຍົມ, ດຳເນີນນະໂຍບາຍການທູດແບບຄ່ອງແຄ້ວ, ນິ້ມນວນ, ເພິ່ມມິດ ຫລຸດຜ່ອນສັດຕູ, ເອົາການເຄື່ອນໄຫວຕ່າງປະເທດດ້ານການເມືອງ ແລະ ການທູດຕິດກັບເສດຖະກິດ ສ້າງສະພາບແວດລ້ອມອັນອຳນວຍໃຫ້ແກ່ພາລະກິດປ່ຽນແປງ ໃໝ່,  ສ້າງລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ຜ່ານການປະຕິບັດແນວທາງຍຸດທະສາດ ແລະ ຍຸໂທບາຍດ້ານການຕ່າງປະເທດ ໄດ້ເຮັດໃຫ້ ສປປ ລາວ ມີເພ່ືອນມິດນັບມື້ນັບຫລາຍຂຶ້ນ, ການພົວພັນສາກົນ ໄດ້ເປີດກວາງອອກ ແລະ ບົດບາດອິດທິພົນຂອງ ສປປ ລາວ ໃນເວທີສາກົນໄດ້ຮັບການເຊີດຊູຂຶ້ນ.

ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top