ໂຄງການສ້າງຄວາມເຂັ້ມແຂງໃຫ້ປະເທດຊາດດ້ວຍເຄື່ອງໝາຍສິນຄ້າ

27/09/2024 12:29
ຂປລ ພິທີລົງນາມ ໃນສັນຍາ ຮ່ວມມື ຍຸດທະສາດ “ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ປະເທດຊາດ ດ້ວຍເຄື່ອງໝາຍ ສິນຄ້າ” ລະຫວ່າງ ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ແລະ ອົງການປົກຄອງປະຊາຊົນ ແຂວງຈ່ຽງຊູ່ຈີນ ແລະ ການເຄື່ອນໄຫວ ດ້ານສື່ມວນຊົນ ຢູ່ແຂວງຈ່ຽງຊູ່ ໄດ້ຈັດຂຶ້ນ ຢູ່ນະຄອນໜານກິ່ງ ເທດສະບານແຂວງຈ່ຽງຊູ່ຈີນ ເມື່ອບໍ່ດົນມານີ້.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,  ພິທີລົງນາມ ໃນສັນຍາ ຮ່ວມມື ຍຸດທະສາດໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ປະເທດຊາດ ດ້ວຍເຄື່ອງໝາຍ ສິນຄ້າລະຫວ່າງ ວິທະຍຸໂທລະພາບ ສູນກາງຈີນ ຫລື CMG ແລະ ອົງການປົກຄອງປະຊາຊົນ ແຂວງຈ່ຽງຊູ່ຈີນ ແລະ ການເຄື່ອນໄຫວ ດ້ານສື່ມວນຊົນ ຢູ່ແຂວງຈ່ຽງຊູ່ ໄດ້ຈັດຂຶ້ນ ຢູ່ນະຄອນໜານກິ່ງ ເທດສະບານແຂວງຈ່ຽງຊູ່ຈີນ ເມື່ອບໍ່ດົນມານີ້. ໃນໂອກາດນີ້, CMG ໄດ້ລົງນາມໃນສັນຍາ ຮ່ວມມື ຍຸດທະສາດໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ປະເທດຊາດ ດ້ວຍເຄື່ອງໝາຍ ສິນຄ້າກັບອົງການປົກຄອງ ປະຊາຊົນແຂວງຈ່ຽງຊູ່, ພ້ອມທັງ ໄດ້ລົງນາມໃນສັນຍາຮ່ວມມື ຍຸດທະສາດ ກັບມະຫາວິທະຍາໄລ ຕາເວັນອອກສຽງໃຕ້ ຂອງ ສປ ຈີນ.ນອກນີ້, ພິທີເປີດ ການເຄື່ອນໄຫວ ດ້ານສື່ມວນຊົນ ພາຍໃຕ້ ຫົວຂໍ້ພຶດຕິກໍາ ຕົວຈິງ ອັນໃໝ່ ຂອງແຂວງຈ່ຽງຊູ່ໃນຄວາມທັນສະໄໝ ແບບຈີນໄດ້ຈັດຂຶ້ນໃນມື້ດຽວກັນ, ພ້ອມດຽວກັນນີ້, ລາຍການໂທລະພາບໂສມໜ້າຂອງຕົວເມືອງຕ່າງໆເຊິ່ງເປັນລາຍການໂທລະພາບ ລາຍໄຕມາດ ຂະໜາດໃຫຍ່ ຂອງ CMG ໄດ້ເລີ່ມການຖ່າຍທໍາ ຢູ່ນະຄອນໜານກິ່ງ ແລະ ນະຄອນຊູ່ໂຈ່ວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top