ທ່ານ ໂຈ ໄບເດັນ ລົງນາມໃນຮ່າງກົດໝາຍວ່າດ້ວຍລາຍຈ່າຍໃນໄລຍະສັ້ນ

27/09/2024 12:08
ຂປລ ທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມລິກາ ໄດ້ລົງນາມ ໃນຮ່າງກົດໝາຍ ວ່າດ້ວຍ ລາຍຈ່າຍ ໃນໄລຍະສັ້ນ ສະບັບໜຶ່ງ ໂດຍຈະສືບຕໍ່ ສະໜອງທຶນ ໃຫ້ແກ່ ອົງການຕ່າງໆ ຂອງລັດຖະບານ ອາເມລິກາ ຈົນຮອດ ວັນທີ 20 ທັນວາ 2024 ເພື່ອຮັບປະກັນ ໃຫ້ລັດຖະບານ ອາເມລິກາ ໄດ້ເຮັດວຽກ ຢ່າງຕໍ່ເນື່ອງ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,  ອີງຕາມ ຖະແຫລງການ ສະບັບໜຶ່ງ ທີ່ທໍານຽບຂາວ ຫລື ທໍານຽບ ປະທານາທິບໍດີ ອາເມລິກາ ແຈ້ງໃຫ້ຮູ້ວ່າ: ວັນທີ 26 ກັນຍານີ້, ທ່ານ ໂຈ ໄບເດັນ ປະທານາທິບໍດີ ອາເມລິກາ ໄດ້ລົງນາມ ໃນຮ່າງກົດໝາຍ ວ່າດ້ວຍ ລາຍຈ່າຍ ໃນໄລຍະສັ້ນ ສະບັບໜຶ່ງ ໂດຍຈະສືບຕໍ່ ສະໜອງທຶນ ໃຫ້ແກ່ ອົງການຕ່າງໆ ຂອງລັດຖະບານ ອາເມລິກາ ຈົນຮອດ ວັນທີ 20 ທັນວາ 2024 ເພື່ອຮັບປະກັນ ໃຫ້ລັດຖະບານ ອາເມລິກາ ໄດ້ເຮັດວຽກ ຢ່າງຕໍ່ເນື່ອງ.ນອກນີ້, ທ່ານ ໂຈ ໄບເດັນ ຍັງໄດ້ສົ່ງຈົດໝາຍ ເຖິງປະທານ ສະພາຕໍ່າ ແລະ ສະພາສູງ ອາເມລິກາ ໂດຍມີເນື້ອໃນລະບຸວ່າ: ໄດ້ກໍານົດທຶນເຫລົ່ານີ້ ໃຫ້ເປັນທຶນສຸກເສີນ ເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງ ຕ້ອງການທີ່ສຸກເສີນ ແລະ ຫລີກເວັ້ນ ບໍ່ໃຫ້ລັດຖະບານ ຖືກຈໍາກັດ ດ້ານງົບປະມານ ລາຍຈ່າຍທົ່ວໄປ. ກ່ອນໜ້ານີ້  ສະພາຕໍ່າ ແລະ ສະພາສູງ ຂອງອາເມລິກາ ໄດ້ປ່ອນບັດຮັບ ຮອງຮ່າງກົດໝາຍ ວ່າດ້ວຍ ລາຍຈ່າຍ ໃນໄລຍະສັ້ນເປັນເວລາ 3 ເດືອນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top