ງານວາງສະແດງສິນຄ້າຈີນ-ອາຊຽນ ມີນັກທຸລະກິດເຂົ້າຮ່ວມຢ່າງຄຶກຄື້ນ

27/09/2024 11:59
ຂປລ ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 21 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 24-28 ກັນຍານີ້ ຢູ່ນະຄອນ ນານນິງ ເຂດປົກຄອງ ຕົນເອງເຜົ່າຈ້ວງກວາງຊີຈີນ. ໃນຖານະເປັນເວທີ ວາງສະແດງ ຂອງຜົນງານຮ່ວມມື ທີ່ເປີດກວ້າງ ລະຫວ່າງ ສປ ຈີນ-ອາຊຽນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 21 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 24-28 ກັນຍານີ້ ຢູ່ນະຄອນ ນານນິງ ເຂດປົກຄອງ ຕົນເອງເຜົ່າຈ້ວງກວາງຊີຈີນ. ໃນຖານະເປັນເວທີ ວາງສະແດງ ຂອງຜົນງານຮ່ວມມື ທີ່ເປີດກວ້າງ ລະຫວ່າງ ສປ ຈີນ-ອາຊຽນ, ແຕ່ລະປີ, ງານວາງສະແດງ ສິນຄ້າ ດັ່ງກ່າວ ໄດ້ກຳນົດ ວັນເວລາເປີດກວ້າງ ສຳລັບ ປະຊາຊົນ ເພື່ອໃຫ້ປະຊາຊົນຈີນ ແລະ ຕ່າງປະເທດ ໄດ້ເຂົ້າໄປຊື້ສິນຄ້າ ອາຊຽນ, ຮ່ວມກັນຊົມໃຊ້ ຄວາມມ່ວນຊື່ນ ຈາກການບໍລິໂພກ.ໃນຖານທີ່ ຈັດງານວາງສະແດງ, ທະນາຄານຈີນ ໄດ້ຕັ້ງຈຸດບໍລິການຊົ່ວຄາວ ພ້ອມທັງຕັ້ງຕູ້ ATM ທີ່ສາມາດ ຖືບັດທະນາຄານ ຕ່າງປະເທດ ມາຖອນເອົາເງິນສົດ ເພື່ອໃຫ້ບໍລິການຕ່າງໆ ດ້ານການເງິນແກ່ ນັກທຸລະກິດ ທີ່ເຂົ້າຮ່ວມ ງານວາງສະແດງ  ຢ່າງຄືກຄື້ນ ເປັນຕົ້ນ: ການຝາກເງິນ ແລະ ຖອນເງິນ, ການເປີດບັນຊີ ແລະ ການແລກປ່ຽນເງິນ. ຈາກນັ້ນ, ນັກທຸລະກິດຕ່າງປະເທດ ທີ່ມາ ສປ ຈີນ ເຂົ້າຮ່ວມງານວາງ ສະແດງຄັ້ງນີ້ ຈະບໍ່ມີຄວາມກັງວົນ ໃນການຄ້າຂາຍ ສິນຄ້າຍ້ອນ ການຈ່າຍເງິນຢູ່ ສປ ຈີນ ມີຄວາມສະດວກ.ເຈົ້າໜ້າທີ່ ກະຊວງ ການລົງທຶນ ອິນໂດເນເຊຍ ກ່າວວ່າ: ໃນງານວາງສະແດງ ສິນຄ້າ ຈີນ-ອາຊຽນ, ການບໍລິໂພກ ທີ່ໃຊ້ເງິນກ້ອນໃຫຍ່ ສາມາດ ໃຊ້ບັດທະນາຄານ, ສ່ວນສິ່ງທີ່ໃຊ້ເງິນນ້ອຍ ແມ່ນສາມາດສະແກນ ຄິວອາໂຄດ ຫລື ຈ່າຍເປັນເງິນສົດໄດ້, ວິທີການຈ່າຍເງິນ ທີ່ມີຫລາຍຮູບແບບຂອງ ສປ ຈີນ ພວມຊ່ວຍໃຫ້ ນັກທຸລະກິດ ທີ່ເຂົ້າຮ່ວມ ງານວາງສະແດງ ມີຄວາມສະດວກ ໃນການຄ້າຂາຍ ແລະ ການບໍລິໂພກ ຫລາຍຍິ່ງຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top