ອູກັນດາ ສົ່ງອອກກາເຟສູ່ຕະຫລາດ ສປຈີນ ເພີ່ມຂຶ້ນຫ້າເທົ່າ

27/09/2024 15:21
ຂປລ ອົງການ ພັດທະນາ ກາເຟແຫ່ງ ອູກັນດາ ລາຍງານ ການສົ່ງອອກ ກາເຟ ຂອງປະເທດສູ່ ສປຈີນ ໃນເດືອນສິງຫາ ຈຳນວນ 11.580 ເປົາ, ຊຶ່ງເພີ່ມຂຶ້ນ 5 ເທົ່າ ຈາກເດືອນກໍລະກົດ ທີ່ມີການສົ່ງອອກ 2.100 ເປົາ,ຊຶ່ງສະແດງໃຫ້ເຫັນ ຄວາມນິຍົມຊົມຊອບ ເມັດກາເຟ ຄຸນະພາບສູງ ຂອງອູກັນດາ.

ຂປລ.ສຳນັກ​ຂ່າວ ຊິນ​ຮວາ ຂອງ​ ສປຈີນ, ອົງການ​ ພັດທະນາ​ ກາ​ເຟ​ແຫ່ງ ອູ​ກັນດາ ລາຍ​ງານ ​ການ​ສົ່ງ​ອອກ​ ກາ​ເຟ ຂອງ​ປະ​ເ​ທດສູ່ ​ສປຈີນ ​ໃນ​ເດືອນ​ສິງຫາ ຈຳນວນ 11.580 ​ເປົາ, ຊຶ່ງ​ເພີ່ມ​ຂຶ້ນ 5 ​ເທົ່າ ຈາກ​ເດືອນ​ກໍລະກົດ​ ທີ່​ມີ​ການ​ສົ່ງ​ອອກ 2.100 ​ເປົາ,ຊຶ່ງ​ສະ​ແດງ​ໃຫ້​ເຫັນ ຄວາມ​ນິຍົມ​ຊົມ​ຊອບ ​ເມັດ​ກາ​ເຟ ຄຸ​ນະພາ​ບສູງ ຂອງ​ອູ​ກັນດາ.

          ໂດຍ​ເຈົ້າ​ໜ້າ​ທີ່​ ກົງ​ສູນ​ໃຫຍ່ ອູ​ກັນດາ ​ໃນ​ນະຄອນ​ກວ່າ​ງ​ໂຈ​ວ ຂອງ​ສປຈີນ, ​ເປີດ​ເຜີຍ​ວ່າ: ການ​ສົ່ງ​ອອກ​ກາ​ເຟຂອງ​ປະ​ເທດ​ນີ້ ​ເພີ່ມ​ຂຶ້ນ ​ຢ່າງ​ຫລວງຫລາຍ ​ເປັນ​ຜົນ​ມາ​ຈາກ ຄວາມ​ສຳພັນ ທະວີ​ພາຄີ ທີ່​ເຂັ້ມ​ແຂງ, ກົນ​ທະ​ຍຸດ​ການ​ຕະຫລາດ ທີ່​ມີ​ປະສິດທິພາບ ​ແລະ ຄຸນ​ນະພາ​ບ ຂອງ​ກາ​ເຟ ທີ່​ພັດທະ​ນາ​ດີ​ຂຶ້ນ.

ສຳນັກງານ​ກົງ​ສູນ​ໃຫຍ່​ ອູ​ກັນດາ ໃນນະ​ຄອນ​ກວ່າ​ງ​ໂຈ​ວ ​ໄດ້​ປະຊາສຳພັນ​ກາ​ເຟ ອູ​ກັນດາ ​ໃນ​ສປຈີນ ຢ່າງ​ເຂັ້ມ​ແຂງ ​ໃນ​ຂະນະ​ທີ່ ຄວາມ​ຕ້ອງການ​ກາ​ເຟ ​ເພີ່ມ​ຂຶ້ນ ຕາມ​ຄວາມ​ນິຍົມ​ດື່ມ​ ໃນ​ສປຈີນ ​ໂດຍ​ສະ​ເພາະ​ ຄົນ​ລຸ້ນ​ໃໝ່​ ແລະ ອູ​ກັນດາ ຮ່ວມ​ກັບ​ເມືອງ​ຊຽງ​ເຫ​ມີນຂອງ ສປຈີນ ຈະ​ຈັດ​ງານ​ມະຫາ​ກຳ​ກາ​ເຟ ​ໃນ​ເດືອນ​ພະຈິກ​ນີ້.

KPL

ຂ່າວອື່ນໆ

ads
ads

Top