ເພີ່ມຄຸນຄ່າເພື່ອສ້າງແຮງດຶງດູດ

26/09/2024 11:13
Email Print 141
ຂປລ ອາທິດຜ່ານມາ ໄດ້ສົນທະນາກັບຜູ້ອ່ານອາວຸໂສບໍານານ, ເພິ່ນຍົກຂຶ້ນມາແລກປ່ຽນຄໍາເຫັນກ່ຽວກັບການສ້າງ-ເພີ່ມຄຸນຄ່າດ້ານວັດທະນະທໍາ ເຊິ່ງມີຫລາຍອັນຕິດພັນວັດທະນະ ທໍາ, ໃນນັ້ນໝາຍເຖິງການເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມ ໃຫ້ຕິດພັນການສ້າງລາຍຮັບທັງໃນລະດັບຄອບຄົວ.

     *ອາທິດຜ່ານມາ ໄດ້ສົນທະນາກັບຜູ້ອ່ານອາວຸໂສບໍານານ, ເພິ່ນຍົກຂຶ້ນມາແລກປ່ຽນຄໍາເຫັນກ່ຽວກັບການສ້າງ-ເພີ່ມຄຸນຄ່າດ້ານວັດທະນະທໍາ ເຊິ່ງມີຫລາຍອັນຕິດພັນວັດທະນະທໍາ, ໃນນັ້ນໝາຍເຖິງການເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມ ໃຫ້ຕິດພັນການສ້າງລາຍຮັບທັງໃນລະດັບຄອບຄົວ ແລະ ຫົວໜ່ວຍທຸລະກິດ.

     ລົມກັນໄປມາ ກໍ່ຢາກເວົ້າເຖິງການສ້າງມູນຄ່າ ເພີ່ມໃຫ້ບັນດາຜະລິດຕະພັນອັນເປັນມູນເຊື້ອ ແລະ ອັນໃໝ່ ຕາມກະແສການພັດທະນານັ້ນລະ. ການສົນທະນາມີທັງທັດສະນະແຕກຕ່າງ ແລະ ຈຸດຮວມສູນຕໍ່ການເສີມຂະຫຍາຍມູນເຊື້ອອັນດີງາມ ໃຫ້ສາມາດກາຍເປັນມູນຄ່າ, ເປັນລາຍຮັບ, ອັນທີ່ພໍຂາຍໄດ້ສໍ່າໃດສໍ່າໜຶ່ງ ໃຫ້ໄດ້ມູນຄ່າເພີ່ມອີກ ໂດຍອາໄສຄວາມຄິດ, ຄວາມພຽນ, ຄວາມເອົາໃຈໃສ່ ແລະ ອື່ນໆ ຕໍ່ສິ່ງທີ່ເຮັດອອກມາເປັນຜົນນັ້ນໆ. ມີການສົມທຽບຜົນຜະລິດຈາກໂຮງງານໃຊ້ເຄື່ອງມືເຕັກທັນສະໄໝ ຜະລິດ ຊົ່ວໂມງໜຶ່ງໄດ້ຫລວງຫລາຍກັບການຜະລິດດ້ວຍມື, ລາຄາກໍ່ຕ່າງກັນ, ຊຸມທີ່ຫລົງໄຫລວຽກສີມືລາຄາແພງທໍ່ໄດກໍ່ຊື້, ທຽບໃສ່ຜົນຜະລິດຈາກໂຮງງານດ້ວຍເຄື່ອງຈັກ ລາຄາກໍ່ຕ່າງກັນ.

    ເຖິງຢ່າງໃດກໍ່ດີ ທັງສອງກໍ່ມີທັງອັນດີ ແລະ ຂໍ້ຈໍາກັດຂອງມັນ ນັ້ນເປັນເລື່ອງປົກກະຕິ ທມດ ທໍາມະດາ ວ່າແນວນັ້ນສາ. ເວົ້າເຖິງການເພີ່ມຄຸນຄ່າ, ມີການຍົກໃຫ້ເຫັນ ຮ້ອຍຜັກ ຢູ່ຫລວງພະບາງ, ນັບທັງມັດຫ້ອມກິນກັບເຝີ... ຫລາຍຄົນກໍ່ວ່າຈໍາເປັນຫຍັງຕ້ອງຮ້ອຍຕ້ອງມັດ? ມີຄົນຍົກຂຶ້ນມາແລກປ່ຽນມັນຄືການໃຫ້ຄວາມສໍາຄັນເລື່ອງຄຸນຄ່າຂອງສິ່ງນັ້ນ, ຖ້າເອົາຜັກນັ້ນມາຂາຍເປັນຂີດເປັນກິໂລ ລາຄາກໍ່ອີກແບບ, ແຕ່ຖ້າເອົາຄວາມພຽນ, ຄວາມລະອຽດເອົາໃຈໃສ່ເຂົ້າໄປ ມັນກໍ່ສາມາດເພີ່ມມູນຄ່າໄດ້, ຄົນເຫັນກໍ່ຢາກຈັບຢາກບາຍຢາກຊື້ ເພາະມັນສະທ້ອນເຖິງຄວາມເອົາໃຈໃສ່. ທັດສະນະແນວຄິດທີ່ເຫັນວ່າດີແມ່ນມັນຕິດພັນກັບຫລາຍອາຊີບ ຄືການຮ້ອຍຜັກກ້ານກໍ່າ, ຜັກ ບົວລະພາ, ຜັກຫອມລາບ, ເຫັນວ່າຢ່າງໜ້ອຍກໍ່ແມ່ນສົ່ງເສີມສອງສາມອາຊີບ ຄືຜູ້ປູກ, ຜູ້ຈັກຕອກ (ໄມ້ຕອກກໍ່ວ່າ), ຜູ້ບໍລິການ-ຂາຍ.. ມັນມີລັກສະນະຕ່ອງໂສ້.

    ຜູ້ສົນໃຈໃນຄວາມບະອຽດເປັນສິລະປະ ເຫັນຮ້ອຍຜັກ ກໍ່ຢາກແລ່ນຫລູບໃສ່ຊື້ໂລດ, ນັກທ່ອງທ່ຽວຕ່າງປະເທດ ບາງຄົນສົນໃຈຮອດວິທີບິດຕອກຫໍ່ ຄືມັດຕອກ...ບາງຄົນວ່າຄັນມັນບໍ່ແຫ່ວ ຈະຊື້ເມືອຕ້ອນຄອບຄົວ, ໝູ່ຄູ່...ວ່າຊັ້ນ ເຊິ່ງມັນມີເຫດຜົນແທ້. ສະຫລຸບວ່າເຮັດອັນໃດກໍ່ດີ, ການມີຄວາມປະດິດສ້າງ, ເອົາໃຈໃສ່ຈິງໃຈຈິງຈັງ ມັນຈະສ້າງມູນຄ່າໃຫ້ເຮົາໄດ້ ແລະ ເພີ່ມຄຸນຄ່າຈາກທີ່ເຮົາມີເປັນມູນເຊື້ອແລ້ວນັ້ນ ໃຫ້ມັນຍືນຍົງຕໍ່ໄປ. ອັນເກົ່າທີ່ດີກໍ່ໃຫ້ມີ ແລະ ປະດິດສ້າງທີ່ບໍ່ຂັດກັບອັນເກົ່າກໍຄວນມີໄປຄຽງຄູ່ກັນ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top