ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ

24/09/2024 14:27
Email Print 305
ຂປລ ຂປລ. ວັນທີ 23 ກັນຍາ 2024 ຜ່ານມາ, ຢູ່ສະພາແຫ່ງຊາດ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ ສະພາແຫ່ງຊາດເພື່ອນຳໄປມອບຕໍ່ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດ ນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້, ຕາງໜ້າຮັບໂດຍທ່ານ ບຸນຕາ ເທບພະວົງ ປະທານກຳມາທິການ ວັດທະນະທຳ-ສັງຄົມ ໂດຍມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.



ຂປລ. ວັນທີ 23 ກັນຍາ 2024 ຜ່ານມາ, ຢູ່ສະພາແຫ່ງຊາດ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ ສະພາແຫ່ງຊາດເພື່ອນຳໄປມອບຕໍ່ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດ ນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້
, ຕາງໜ້າຮັບໂດຍທ່ານ ບຸນຕາ ເທບພະວົງ ປະທານກຳມາທິການ ວັດທະນະທຳ-ສັງຄົມ ໂດຍມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ  ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້, ທ່ານ ຄຳໃບ ດຳລັດ ໄດ້ແຈ້ງໃຫ້ຊາບກ່ຽວກັບ ການຊ່ວຍເຫລືອຂອງສະພາແຫ່ງຊາດ ຕໍ່ປະຊາຊົນທີ່ປະສົບໄພພິບັດໃນໄລຍະຜ່ານມາ, ພ້ອມທັງມາຍັງ ທ່ານ ໂພໄຊ ໄຊຍະສອນ ກໍຄື ກະຊວງພະບັງງານ ແລະ ບໍ່ແຮ່ ທີ່ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາການຊ່ວຍ ເຫລືອໄປຮອດ ພໍ່ແມ່ປະຊາຊົນຜູ້ປະສົບໄພຢ່າງທົ່ວເຖິງ.

ພ້ອມນີ້, ທ່ານ ໂພໄຊ ໄຊຍະສອນ ຍັງໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຊ່ວຍເຫລືອສັງຄົມ ກໍຄື ຜູ້ປະສົບໄພນໍ້າຖ້ວມ. ພ້ອມກັນນັ້ນ, ຍັງໄດ້ຫ້າງຫາກະກຽມແຜນງານ, ແຜນການຕ່າງໆ ເພື່ອປະກອບສ່ວນຊ່ວຍເຫລືອ ຟື້ນຟູພື້ນຖານໂຄງລ່າງຂອງບັນດາແຂວງ ທີ່ປະສົບໄພ ເປັນຕົ້ນແມ່ນລະບົບນ້ຳປະປາ, ໄຟຟ້າ, ອາຄານຮຽນ ແລະ ຖະໜົນຫົນທາງ.

ຂ່າວ: ອາລິນ ສຸພິມມະປະດິດ

KPL

ຂ່າວອື່ນໆ

ads
ads

Top