ຢູນີເທວ ແຈກໂຊກຄັ້ງຍິ່ງໃຫຍ່ ໂອກາດ ສະຫລອງຄົບຮອບ 15 ປີ ທີ່ໄດ້ໃຫ້ບໍລິການສູ່ສັງຄົມ

24/09/2024 10:34
Email Print 336
ຂປລ ຢູນີເທວ ສະເຫລີມສະຫລອງຄົບຮອບ 15 ປີ, ພ້ອມຈັດກິດຈະກຳແຈກລາງວັນ ເພື່ອມອບຂອງຂວັນໃຫ້ແກ່ລູກຄ້າ ໃນເດືອນ ຕຸລາ ຫາ ພະຈິກ 2024 ນີ້.

ຂປລ - ຢູນີເທວ ສະເຫລີມສະຫລອງຄົບຮອບ 15 ປີ, ພ້ອມຈັດກິດຈະກຳແຈກລາງວັນ ເພື່ອມອບຂອງຂວັນໃຫ້ແກ່ລູກຄ້າ ໃນເດືອນ ຕຸລາ ຫາ ພະຈິກ 2024 ນີ້ ເຊິ່ງຂອງລາງວັນປະກອບມີ: ລົດຈັກ Scoopy ຈຳນວນ 5 ລາງວັນ, TV SMART 50” ຈຳນວນ 15 ລາງວັນ, ຕູ້ເຢັນ TOSHIBA 8,2Q ຈຳນວນ 20 ລາງວັນ, ໝໍ້ຫູງເຂົ້າ ຈຳນວນ 40 ລາງວັນ, ລຳໂພງ Wireless G63 smart ຈຳນວນ 100 ລາງວັນ, ຈອກນ້ຳເກັບຄວາມຮ້ອນ-ເຢັນ ຈຳນວນ 300 ລາງວັນ, ເສື້ອຢືດຢູນີເທວ ຈຳນວນ 100 ລາງວັນ, ຄັນຮົ່ມ ຢູນີເທວ 100 ລາງວັນ ແລະ ລາງວັນ ອື່ນໆອີກຫລາກຫລາຍລາງວັນ
ສຳລັບລູກຄ້າທີ່ນຳໃຊ້ເບີຢູນີເທວ ຄົບ 1 ປີ ຈະໄດ້ຮັບ 1 ລະຫັດລຸ້ນໂຊກ ເພື່ອຮ່ວມແລນດອມຫາຜູ້ໂຊກດີ ໃນເດືອນ ພະຈິກ 2024 ນີ້!

KPL

ຂ່າວອື່ນໆ

    • ເຊເວັ່ນ ອີເລຟເວັ່ນ ສົ່ງເສີມນະໂຍບາຍ “ສ້າງຄົນ” ເພື່ອພັດທະນາເສດຖະກິດ-ສັງຄົມລາວໃຫ້ຍືນຍົງວັດທະນະທຳ-ສັງຄົມ

      ເຊເວັ່ນ ອີເລຟເວັ່ນ ສົ່ງເສີມນະໂຍບາຍ “ສ້າງຄົນ” ເພື່ອພັດທະນາເສດຖະກິດ-ສັງຄົມລາວໃຫ້ຍືນຍົງ

      9/27/2024 12:16:08 PM

      ເຊເວັ່ນ ອີເລຟເວັ່ນ ໃນ ສປປ ລາວ ເຊິ່ງບໍລິຫານໂດຍ ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ໃນກຸ່ມ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ດໍາເນີນທຸລະກິດໂດຍຍຶດໝັ້ນ “ຄ່ານິຍົມ 3 ປະໂຫຍດ” ຂອງເຄືອຈະເລີນໂພກກະພັນ (Charoen Pokphand Group) ຄືສ້າງປະໂຫຍດໃຫ້ປະເທດ, ປະຊາຊົນ ແລະ ອົງກອນ ແລະ ຂັບເຄື່ອນນະໂຍບາຍແບບຍືນຍົງໂດຍສະເພາະການ “ສ້າງຄົນ” ເພື່ອຮ່ວມພັດທະນາເສດຖະກິດ ແລະ ສັງຄົມລາວໃຫ້ເຕີບໃຫຍ່ແບບຍືນຍົງ.

    • ເພີ່ມຄວາມຮັບຮູ້ ວຽກຕ້ານການຟອກເງິນ- ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ວຽກຕ້ານການຟອກເງິນ- ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ

      9/25/2024 12:45:26 PM

      ຂປລ. ວັນທີ 17-18 ກັນຍາ 2024 ຜ່ານມາ, ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ຈັດສຳມະນາ ກ່ຽວກັບວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ (AML/CFT) ສໍາລັບພະນັກງານກະຊວງການຕ່າງປະເທດ ຢູ່ເມືອງວັງວຽງ ແຂວງວຽງຈັນ

    • ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊວັດທະນະທຳ-ສັງຄົມ

      ປະທານສູນກາງແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ

      9/24/2024 9:32:27 PM

      ຂປລ. ໃນລະຫວ່າງວັນທີ 20-21 ກັນຍາ ຜ່ານມາ, ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວ ສ້າງຊາດ, ຜູ້ຊີ້ນຳແຂວງອຸດົມໄຊ ພ້ອມຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ພ້ອມທັງມອບເງິນ ຈຳນວນ 200 ລ້ານກີບ ໃຫ້ອົງການປົກຄອງແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນການຕ້ານໄພນ້ຳຖ້ວມ.

    • ທາບທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກ ຮວຜທວັດທະນະທຳ-ສັງຄົມ

      ທາບທາມບຸກຄະລາກອນສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານພັກ ຮວຜທ

      9/24/2024 9:24:12 PM

      ຂປລ. ວັນທີ 24 ກັນຍາ 2024 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ເປີດກອງປະຊຸມ ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ສະໄໝທີ I ຮອບທີ 3 ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວ ໜ້າການເມືອງໂຮງຮຽນ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ, ຫົວໜ້າການທະ ຫານໂຮງຮຽນ, ວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.

    • ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມວັດທະນະທຳ-ສັງຄົມ

      ກະຊວງພະລັງງານ ແລະ ບໍ່ແຮ່ ມອບເງິນຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ

      9/24/2024 2:27:47 PM

      ຂປລ. ວັນທີ 23 ກັນຍາ 2024 ຜ່ານມາ, ຢູ່ສະພາແຫ່ງຊາດ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ ສະພາແຫ່ງຊາດເພື່ອນຳໄປມອບຕໍ່ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ຈາກໄພພິບັດ ນໍ້າຖ້ວມຢູ່ບັນດາແຂວງພາກເໜືອ ແລະ ພາກໃຕ້, ຕາງໜ້າຮັບໂດຍທ່ານ ບຸນຕາ ເທບພະວົງ ປະທານກຳມາທິການ ວັດທະນະທຳ-ສັງຄົມ ໂດຍມີທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top