ເອດີບີ ແລະ ສະຫະລັດອາເມລິກາ ສະໜັບ ສະໜູນ ວິສະຫະກິດຂະໜາດນ້ອຍ-ກາງ ຢູ່ລາວ

22/05/2024 16:00
Email Print 787
ຂປລ ຂປລ. ທະນາຄານພັດທະນາອາຊີ (ADB) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຮ່ວມກັນປະກາດບ້ວງທຶນ ປະກອບສ່ວນໃສ່ໂຄງການລິເລີ່ມຂອງ ທະນາຄານພັດທະນາອາຊີ ຫລື ADB Frontier ຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ



ຂປລ. ທະນາຄານພັດທະນາອາຊີ (
ADB) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ຮ່ວມກັນປະກາດບ້ວງທຶນ ປະກອບສ່ວນໃສ່ໂຄງການລິເລີ່ມຂອງ ທະນາຄານພັດທະນາອາຊີ ຫລື ADB Frontier ຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່ງໂຄງການດັ່ງກ່າວ, ຈະສະໜອງເງິນທຶນ ແລະ ສະໜັບສະໜູນດ້ານວິຊາການ ໃຫ້ແກ່ວິສະຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ມີການຂະຫຍາຍຕົວ ໂດຍນໍາໃຊ້ເຕັກໂນໂລຊີ ຢູ່ ສປປ ລາວ ແລະ ກຳປູເຈຍ ໂດຍເນັ້ນໃສ່ຂະຫຍາຍຕົວຢ່າງ ທົ່ວເຖິງທາງດ້ານເສດຖະກິດ ແລະ ການປະຕິບັດງານ ດ້ານການປ່ຽນແປງດິນຟ້າອາກາດ.



ທ່ານ ນາງ ໂຊໂນມີ ທະນາກະ
ຫົວໜ້າສໍານັກງານ ທະນາຄານພັດທະນາອາຊີ ປະຈຳສປປ ລາວ ໄດ້ກ່າວວ່າ: ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ແມ່ນການລິເລີ່ມການພັດທະນາຢ່າງມີວິໄສທັດ ທີ່ລົງທຶນໃສ່ບໍລິສັດ ທີ່ເປັນວິສະຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການເຕີບໂຕໄວຢ່າງຕໍ່ເນື່ອງ ເຊິ່ງເປັນວິສະຫະກິດມີທ່າກ້າວ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ໃຫ້ພວກເຂົາມີທຶນ ພ້ອມທັງເຄື່ອງມືດັ່ງທີ່ພວກເຂົາຕ້ອງການ ໃນການສ້າງ ແລະ ຫັນປ່ຽນອຸດສາຫະກຳ ທ້ອງຖິ່ນຢູ່ ສປປ ລາວ, ອົງການພັດທະນາສາກົນ ສະຫະລັດອາເມລິກາ ໄດ້ປະກອບສ່ວນທຶນສົມທົບມູນຄ່າ 3 ລ້ານໂດລາສະຫະລັດ ເຂົ້າໃສ່ໂຄງການດັ່ງກ່າວ. ນອກຈາກນີ້, ໂຄງການຍັງໄດ້ຮັບທຶນສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນຂອງສາທາລະນະລັດເກົາຫລີ ແລະ ທະນາຄານພັດທະນາອາຊີ.



ພ້ອມກັນນີ້, ທ່ານ ຄູເລີນ ຮິວ (
Cullen Hughes) ຮັກສາການຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ໄດ້ມີຄຳເຫັນວ່າ:  ອົງການພັດທະນາສາກົນສະຫະລັດອາເມລິກາ ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບ ທະນາຄານພັດທະນາອາຊີ ແລະ ສາທາລະນະ ລັດເກົາຫລີ ໂດຍການປະກອບທຶນເຂົ້າໃສ່ໂຄງການດັ່ງກ່າວ ເຊິ່ງການປະກອບສ່ວນທຶນນີ້ ເປັນການສະໜັບສະໜູນ ຂອງອົງການພັດທະນາສາກົນ ສະຫະລັດອາເມລິກາ ເພື່ອຊຸກຍູ້ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ໃນຂົງເຂດການ ພັດທະນາວິສະຫະກິດ ຂະໜາດນອ້ຍ ແລະ ກາງ ແລະ ການເຕີບໂຕສີຂຽວ.



ຂ່າວ: ສົມຫວັງ

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

    • ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ ວັດທະນະທຳ-ສັງຄົມ

      ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

      3/25/2025 5:08:05 PM

      ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).

ads
ads

Top