ຟີລິບປິນ ເຕືອນໄພ ພູໄຟລະເບີດ ຮຸນແຮງ

08/06/2023 22:37
Email Print 427
ຂປລ ເຈົ້າໜ້າ​ທີ່​ ທາງ​ການ ຟີ​ລິບ​ປິນ​ ກ່າວເຕືອນ​ ພູ​ໄຟ​ ມາ​ຢອນ(Mayon) ​ໃນ​ແຂວງ ອໍລ​ເບຍ ຫ່າງ​ຈາກ ນະຄອນຫລວງ​ມະນິລາ ​ໄປ​ທາງ​ຕາ​ເວັນ​ອອກ ສຽງ​ໃຕ້ 330 ກິ​ໂລ​ແມັດ ລະ​ເບີດ​ຂຶ້ນ ​ຢ່າງ​ຮຸນ​ແຮງ ​ເປັນ​ອັນ​ຕະລາຍ​ຫລາຍ ​ແລະ ຂໍ​ໃຫ້​ປະຊາຊົນ ທີ່ຢູ່​ອາ​ໄສ ​ເຂດ​​ໃກ້​ຄຽງ ຍົກຍ້າຍ​ ອອກຈາກ​ເຮືອນ​ ໄປ​ຢູ່ສະຖານ​ທີ່​ ປອດ​ໄພ

ຂປລ.ຕາມ​ຂ່າວ​ຈາກ ມະນິລາ,ວັນ​ທີ8​ ມິຖຸນາ​ນີ້,​ເຈົ້າໜ້າ​ທີ່​ ທາງ​ການ ຟີ​ລິບ​ປິນ​ ກ່າວເຕືອນ​ ພູ​ໄຟ​ ມາ​ຢອນ(Mayon) ​ໃນ​ແຂວງ ອໍລ​ເບຍ ຫ່າງ​ຈາກ ນະຄອນຫລວງ​ມະ ນິລາ ​ໄປ​ທາງ​ຕາ​ເວັນ​ອອກ ສຽງ​ໃຕ້ 330 ກິ​ໂລ​ແມັດ ລະ​ເບີດ​ຂຶ້ນ ​ຢ່າງ​ຮຸນ​ແຮງ ​ເປັນ​ອັນ​ຕະລາຍ​ຫລາຍ ​ແລະ ຂໍ​ໃຫ້​ປະຊາຊົນ ທີ່ຢູ່​ອາ​ໄສ ​ເຂດ​​ໃກ້​ຄຽງ ຍົກຍ້າຍ​ ອອກຈາກ​ເຮືອນ​ ໄປ​ຢູ່ ສະຖານ​ທີ່​ ປອດ​ໄພ ຫລັງ​ຈາກ​ ພູ​ໄຟ ​ໄດ້​ປະທຸ ຂີ້​ເຖົ່າ​ໄຟ​ຫິນ, ກຸ່ມ​ແກັສ ​ແລະ ລາ​ວາ ​ໄຫລ​ອອກ​ມາ ຕາ​ມຕີນ​ພູ ຢ່າງ​ຮຸນ​ແຮງ ຈຶ່ງ​ມີ​ການ​ ຍົກ​ລະດັບ​ ເຕືອນ​ໄພ ຈາກ​ລະດັບ 2 ມາ​ເປັນ​ລະດັບ 3 ຈາກ​ທັງ​ໝົດ 5 ລະດັບ ​ແລະ ກຽມ​ຄວາມ​ພ້ອມ ​​ໃນ​ການ​ຮັບ​ມື ​ກັບ​ພູ​ໄຟ ​ລະ​ເບີ​ດ​ ໃນ​ຄັ້ງນີ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top