ສປຈີນ ປ່ອຍຈະຫລວດ ລີ່ຈ້ຽນ-1 ວາຍ 2 ພ້ອມດາວທຽມ 26 ດວງ ຂຶ້ນສູ່ອາວະກາດ

09/06/2023 16:06
Email Print 323
ຂປລ ຈີນ ປ່ອຍຈະຫລວດ ຂົນສົ່ງ ລີ່ຈ້ຽນ-1 ວາຍ2 (Lijian-1 Y2) ຂຶ້ນສູ່ອາວະກາດ ຈາກ ສູນປ່ອຍດາວທຽມ ຈິ່ວສຽນ ທາງພາກຕາເວັນຕົກສຽງເໜືອ ຂອງ ປະເທດ ແລະ ສົ່ງກຸ່ມດາວທຽມ ທົດລອງ ຈຳນວນ 26 ດວງ ຂຶ້ນສູ່ ວົງໂຄຈອນ ທີ່ໄດ້ກຳນົດ ຢ່າງປະສົບຜົນສຳເລັດ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 8 ມິຖຸນາ, ຈີນ ປ່ອຍຈະຫລວດ ຂົນສົ່ງ ລີ່ຈ້ຽນ-1 ວາຍ2 (Lijian-1 Y2) ຂຶ້ນສູ່ອາວະກາດ ຈາກ ສູນປ່ອຍດາວທຽມ ຈິ່ວສຽນ ທາງພາກຕາເວັນຕົກສຽງເໜືອ ຂອງ ປະເທດ ແລະ ສົ່ງກຸ່ມດາວທຽມ ທົດລອງ ຈຳນວນ 26 ດວງ ຂຶ້ນສູ່ ວົງໂຄຈອນ ທີ່ໄດ້ກຳນົດ ຢ່າງປະສົບຜົນສຳເລັດ. ໂດຍດາວທຽມກຸ່ມນີ້ ຈະຖືກນໍາໃຊ້ ສຳລັບ ການທົດລອງ ເຕັກໂນໂລຊີ ແລະ ໃຫ້ບໍລິການ ຂໍ້ມູນສຳຫລວດ ໃນໄລຍະໄກ ທາງດ້ານການຄ້າ ເປັນຫລັກ .ການສົ່ງດາວທຽມໃນຄັ້ງນີ້ ເປັນພາລະກິດຄັ້ງທີ 2 ຂອງ ຈະຫລວດຂົນສົ່ງ ຕະກູນລີ່ຈ້ຽນ-1(Lijian-1).

KPL

ຂ່າວອື່ນໆ

ads
ads

Top