ຂປລ
ຂປລ. ພິທີມອບ-ຮັບ ຫລຽນໄຊມິດຕະພາບ ຂອງປະທານປະເທດ ແຫ່ງ ສສ ຫວຽດນາມ ໃຫ້ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຫ້ອງວ່າການສູນກາງພັກ
ຂປລ. ພິທີມອບ-ຮັບ ຫລຽນໄຊມິດຕະພາບ ຂອງປະທານປະເທດ ແຫ່ງ ສສ ຫວຽດນາມ ໃຫ້ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຫ້ອງວ່າການສູນກາງພັກ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວປະກອບສ່ວນຢ່າງຕັ້ງໜ້າກ່ຽວກັບ ສິ່ງທີ່ເປັນອະນຸ ສອນສະຖານໃຫ້ແກ່ປະທານ ໂຮ່ຈີ່ມິງ, ວິລະຊົນປົດປ່ອຍຊາດຫວຽດນາມ, ນັກວັດທະນະທຳທີ່ດີເດັ່ນຂອງຫວຽດນາມ ແລະ ຂອງໂລກ ຈັດຂຶ້ນໃນວັນທີ 7 ພຶດສະພາ 2023 ຕາງໜ້າມອບໂດຍ ທ່ານ ຫງວຽນ ບ່າ ຮຸ່ງ ເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ມີ ທ່ານ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າ ການສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.
ທ່ານ ໄຊຍະລາດ ພົງຍາລັກ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ກົມການເມືອງສູນກາງພັກປະ ຊາຊົນປະຕິວັດລາວ ໄດ້ມອບໃຫ້ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ດໍາເນີນການສ້າງສິ່ງທີ່ເປັນອະນຸສອນ ໃຫ້ແກ່ປະທານ ໂຮ່ຈີ່ມິງ ຢູ່ ສປປ ລາວ ຈໍານວນ 3 ແຫ່ງຄື: ຢູ່ນະຄອນຫລວງວຽງຈັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ. ໃນປີ 2012 ໄດ້ສ້າງອະນຸສອນປະທານ ໂຮ່ຈີ່ມິງ ຢູ່ບ້ານຊຽງຫວາງ ເມືອງໜອງບົກ ແຂວງຄຳມ່ວນ (ສ້າງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ),ໃນປີ 2014 ສ້າງອະນຸສອນປະທານ ໂຮ່ຈິມິນ ຢູ່ເຂດທ່າດ່ານ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ (ສ້າງສຳເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ). ສໍາລັບ ຢູ່ນະຄອນຫລວງວຽງຈັນ ພວມກະກຽມຈະລົງມືກໍ່ສ້າງ.
ການໄດ້ຮັບຫລຽນໄຊມິດຕະພາບ ຈາກ ສສ ຫວຽດນາມ ໃນຄັ້ງນີ້, ເປັນການຢັ້ງຢືນໃຫ້ເຫັນເຖິງຜົນງານຂອງພວກເຮົາ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທາງດ້ານສະຕິປັນຍາ, ກຳລັງວັງຊາ ແລະ ທຸ່ມເທເຫື່ອແຮງທີ່ມີ ໃນການປະກອບສ່ວນເສີມສ້າງ ສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງ ສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ການປະກອບສ່ວນໃນການສ້າງສິ່ງທີ່ເປັນອະນຸສອນ ໃຫ້ແກ່ປະທານໂຮ່ຈີ່ມິງ ຢູ່ ສປປ ລາວ. ພ້ອມທັງ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສສ ຫວຽນນາມ ແລະ ສະຖານທູດ ຫວຽດນາມ ທີ່ໄດ້ໃຫ້ການຊຸກຍູ້ສົ່ງ ເສີມທາງດ້ານຈິດໃຈ, ຍາມໃດພວກເຮົາກໍໄດ້ຮັບການຊຸກຍູ້ສົ່ງເສີມດ້ວຍດີຕະຫລອດມາ ແລະ ຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ຈະໄດ້ຮັບການເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຂ່າວ: ທະນູທອງ
ພາບ: ອ່າຍຄຳ
KPL