ຂປລ
*ສູນສອບເສັງ ມສ ວຽງຈັນ ໄດ້ວາງຫລາຍມາດຕະການ ໃນການສອບເສັງຈົບຊັ້ນ ມັດທະຍົມຕົ້ນ ມ4 ແລະ ມັດຍົມປາຍ ມ 7 ໃນລະຫວ່າງ ເດືອນມີຖຸນາທີ່ຈະມາເຖິງນີ້ ບໍ່ວ່າຈະເປັນມາດຕະການຂອງຄະນະກໍາມະການ ຊີ້ນໍາຂອງສູນສອບເສັງ ແລະ ມາດຕະການຂອງນັກສອບເສັງ ແຕ່ລະຄົນກໍ່ໄດ້ວາງໄວ້ຢ່າງເຂັ້ມງວດ ເພື່ອຮັກສາໄດ້ຄວາມໂປ່ງໄສໃນການສອບເສັງຄັ້ງນີ້.
*ສູນສອບເສັງ ມສ ວຽງຈັນ ໄດ້ວາງຫລາຍມາດຕະການ ໃນການສອບເສັງຈົບຊັ້ນ ມັດທະຍົມຕົ້ນ ມ4 ແລະ ມັດຍົມປາຍ ມ 7 ໃນລະຫວ່າງເດືອນມີຖຸນາທີ່ຈະມາເຖິງນີ້ ບໍ່ວ່າຈະເປັນມາດຕະການຂອງຄະນະກໍາມະການ ຊີ້ນໍາຂອງສູນສອບເສັງ ແລະ ມາດຕະການຂອງນັກສອບເສັງ ແຕ່ລະຄົນກໍ່ໄດ້ວາງໄວ້ຢ່າງເຂັ້ມງວດ ເພື່ອຮັກສາໄດ້ຄວາມໂປ່ງໄສໃນການສອບເສັງຄັ້ງນີ້.
ທ່ານ ທອງພັນ ຜູ້ອໍານວຍການ ມສ ວຽງຈັນ ເວົ້າສູ່ຟັງວ່າ: ອີກບໍ່ພໍເທົ່າໃດມື້ກໍຈະຮອດມື້ສອບເສັງຈົບຊັ້ນ ມ4 ແລະ ມ7 ແລ້ວ ສະນັ້ນທາງສູນຂອງພວກເຮົາ ແມ່ນໄດ້ກຽມຄວາມພ້ອມທາງສະຖານທີ່ ຫ້ອງສອບເສັງ,ໂຕະຕັ່ງ, ນໍ້າສະອາດສໍາລັບກິນ, ບ່ອນກິນເຂົ້າທ່ຽງ ເພື່ອບໍໃຫ້ນັກຮຽນອອກນອກໂຮງ ຮຽນ ແລະ ອື່ນໆ ເພື່ອອໍານວຍຄວາມສະດວກໃຫ້ນັກສອບເສັງ. ສໍາລັບມາດຕະການຂອງການສອບເສັງໃນຄັ້ງນີ້ ແມ່ນໄດ້ວາງມາດຕະການອອກເປັນ 2 ແບບ ຄືມາດຕະການຂອງ ຄະນະກໍາມະການຊີ້ນໍາ ຂອງສູນສອບເສັງ ແລະ ມາດຕະການຂອງນັກສອບເສັງ ໂດຍມາດຕະການຂອງຄະນະກໍາມະການສອບເສັງ ຄື ຫ້າມ ຕັດຊອງຫົວບົດສອບເສັງແຕ່ລະວິຊາກ່ອນ ເວລາສອບເສັງເກີນ 15 ນາທີ, ຫ້າມຕັດຊອງຫົວບົດສອບເສັງ ທີ່ບໍ່ຖືກວິຊາສອບເສັງ ຕາມຕາຕະລາງການສອບເສັງ, ຫ້າມນໍາຫົວບົດສອບເສັງແຕ່ລະວິຊາທີ່ເຫລືອ ຈາກຈໍານວນນັກສອບເສັງ ໄປແຈກຢາຍ ຫລື ໄປອັດສໍາເນົາໃນເວລາສອບເສັງ, ຫ້າມຕັດຊອງຫົວບົດສອບເສັງ ສໍາຮອງ ຫລື ນໍາໃຊ້ຫົວບົດສໍາຮອງ ກ່ອນໄດ້ຮັບອະນຸຍາດ ຈາກປະທານຊີ້ນໍາການສອບເສັງຂັ້ນແຂວງ, ນະຄອນຫລວງ, ຫ້າມໃຊ້ໂທລະສັບມືຖື ແລະ ເຄື່ອງສື່ສານທຸກຊະນິດ, ຫ້າມເຜີຍແຜ່ຂໍ້ມູນ, ຂ່າວສານຕ່າງໆ ທີ່ກ່ຽວພັນກັບການສອບເສັງ ຕໍ່ໃຫ້ບຸກຄົນອື່ນ ທາງໂທລະສັບ ຫລື ສື່ເອເລັກໂຕນິກຕ່າງໆ ກ່ອນໄດ້ຮັບ ອະນຸຍາດຈາກຂັ້ນເທີງ, ຫ້າມຮັບສິນບົນຈາກນັກສອບເສັງ, ບໍ່ໃຫ້ກໍາມະການຍາມຫ້ອງສອບເສັງ ໃຫ້ນັກສອບເສັງກ່າຍບົດຕອບຢ່າງເດັດຂາດ, ຫ້າມຄົນພາຍນອກ ຫລື ກໍາມະການຍາມຫ້ອງສອບເສັງ ແກ້ບົດຕອບສົ່ງໃຫ້ນັກສອບເສັງ, ຫ້າມບຸກຄົນທີ່ບໍ່ມີສ່ວນກ່ຽວຂ້ອງ ເຂົ້າມາໃນສູນສອບເສັງ, ຫ້າມຄະນະກໍາມະ ການຊີ້ນໍາສູນສອບເສັງ ຖືຫົວບົດສອບເສັງທີ່ບໍ່ທັນໄດ້ສອບເສັງ ແລະ ບົດຕອບນັກສອບເສັງ ໄປສະຖານທີ່ຕ່າງໆ ພາຍຫລັງສອບເສັງສໍາເລັດ. ສ່ວນມາດຕະການຂອງນັກສອບເສັງ ແມ່ນເຂົ້າຮ່ວມການສອບເສັງ ຄົບທຸກວິຊາທີ່ກໍານົດໄວ້, ຈັດບ່ອນນັ່ງທີ່ເໝາະສົມ ສໍາລັບຜູ້ພິການ, ຫ້າມອອກຈາກບ່ອນນັ່ງ ຫລື ອອກຫ້ອງ ສອບເສັງ ກ່ອໝົດເວລາ ຖ້າບໍ່ໄດ້ຂໍອະນຸຍາດໄປ - ກັບຈາກຄະນະກໍາມະການຍາມ ຫ້ອງສອບເສັງກ່ອນ, ນັກສອບເສັງມີສິດນໍາໃຊ້ ບິກ, ສໍດໍາ, ຢາງລຶບ, ບັນທັດ, ຮູບຊົງເລຂາຄະນິດ ຫລື ວົງວຽນ ລາຍງານກໍາມະການຍາມຫ້ອງ ເມື່ອຖືກຄົນອື່ນລົບກວນໃນເວລາສອບເສັງ, ສາມາດລາຍງານພຶດຕິກໍາ ຂອງກໍາມະການ ຍາມຫ້ອງສອບເສັງ ທີ່ເຫັນວ່າເຮັດບໍ່ຖືກຕ້ອງ, ບໍ່ຍຸດຕິທໍາ ໃຫ້ຄະນະຊີ້ນໍາສູນສອບເສັງ ດ້ວຍຮູບການລາຍງານໂດຍກົງ ຫລື ເປັນໜັງສືລາຍງານ, ໃຫ້ຜູ້ປົກຄອງຕາງໜ້າກໍ່ໄດ້ນັກຮຽນ ມີສິດສະເໜີສອບເສັງຄືນໃນກໍລະນີຈໍາເປັນ.
ອາຈານ ທອງພັນ ເວົ້າຕື່ມວ່າ: ການເສັງຈົບຊັ້ນ ມຕົ້ນ ຫລື ມປາຍ ມີຄວາມສໍາຄັນຫລາຍຈຶ່ງຢາກໃຫ້ນັກຮຽນທຸກຄົນເອົາໃຈໃສ່ ຄົ້ນຄວ້າບົດຮຽນ,ແກ້ບົດເຝິກຫັດ ແລະ ມາສອບເສັງໃຫ້ຄົບທຸກວິຊາທີ່ໄດ້ກໍານົດໄວ້ ເພື່ອເກັບກໍາຄະແນນທີ່ດີ ທີ່ສາມາດນໍາໄປຕໍ່ຍອດໃນອະນາຄົດໄດ້.
ຂຽນໂດຍ: ມາລີດາ
KPL