ເປີດໂຄງການວິໄຈອາຫານເປັນຢາ ແລະ ພັດທະນາຜະລິດຕະພັນ

25/05/2023 15:55
Email Print 619
ຂປລ ຂປລ. ໃນວັນທີ 24 ພຶດສະພາ 2023 ຜ່ານມາ, ຢູ່ຄະນະວິທະຍາສາດປ່າໄມ້ ມະຫາວິທະ ຍາໄລແຫ່ງຊາດ(ມຊ) ໄດ້ເປີດໂຄງການວິໄຈອາຫານເປັນຢາ ແລະ ພັດທະນາຜະລິດຕະພັນ ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມຊ

ຂປລ. ໃນວັນທີ 24 ພຶດສະພາ 2023 ຜ່ານມາ, ຢູ່ຄະນະວິທະຍາສາດປ່າໄມ້ ມະຫາວິທະ ຍາໄລແຫ່ງຊາດ(ມຊ) ໄດ້ເປີດໂຄງການວິໄຈອາຫານເປັນຢາ ແລະ ພັດທະນາຜະລິດຕະພັນ ໂດຍການເປັນປະທານຂອງທ່ານ ນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມຊ, ມີບັນດາຄູອາຈານ, ນັກສຶກສາ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການວິໄຈອາຫານເປັນຍາ ແລະ ພັດທະນາຜະລິດຕະພັນ ມີເປົ້າໝາຍໃນ 5 ກິດຈະກຳເປັນຕົ້ນ ການສ້າງສວນປູກພືດສະໜຸນໄພ ແລະ ການລ້ຽງແມງຂີ້ສູດ; ການແປຮູບສະໜຸນໄພເພື່ອເປັນອາຫານ-ເປັນຢາ ແລະ ພັດທະນາເຄືອຂ່າຍສະຫະກອນໃຫ້ປະຊາຊົນ; ການສ້າງສູນຮຽນຮູ້ຝຶກອົບຮົມ (ພັດທະນາຫລັກສູດການສຶກສາ) ແລະ ກິດຈະກຳມວນຊົນ ໃນພື້ນທີ່ປ່າໄມ້; ວິໄຈຄຸນນະພາບພືດ ແລະ ພັດທະນາຜະລິດຕະພັນ; ການຊອກຫາຕະຫລາດພາຍໃນ ແລະ ຕ່າງປະເທດໃຫ້ແກ່ປະຊາຊົນທີ່ເປັນສະມະຊິກ ​ເຊິ່ງກິດຈະກຳຕ່າງໆ ເຫັນວ່າມີຄວາມສອດຄ່ອງກັບຫລັກສູດການຮຽນ-ການສອນ ຂອງຄະນະວິທະຍາສາດປ່າໄມ້ ໃນ 5 ສາຂາວິຊາ ເປັນຕົ້ນ ອຸດສະຫະກຳປຸງແຕ່ງ, ການຈັດສັນ ແລະ ປູກໄມ້, ການພັດນາຊົນນະບົດ, ການວາງແຜນນຳໃຊ້ທີ່ດິນ, ການທ່ອງທ່ຽວທຳມະຊາດ ແລະ ການອະນຸລັກສັດປ່າ.

ທ່ານ ດວງຕາ ບົວພາວົງ ຫົວໜ້າໂຄງການຝ່າຍລາວ ໄດ້​ໃຫ້​ຮູ້ວ່າ: ​ຄະນະວິທະຍາສາດປ່າ ໄມ້ ໄດ້ຕົກລົງເຮັດບົດບັນທຶກສັນຍາຮ່ວມມື (MOA) ກັບມູນລະນິທິສີລາທໍາ ແລະ ບໍລິສັດ ລານພິລາໄລ ຈຳກັດ ໃນວັນທີ 4 ພະຈິກ 2022 ​ເພື່ອປະຕິບັດ​ໂຄ​ງການ​ດັ່ງກ່າວ ​ໃນໄລຍະ 3 ປີ. ໂຄງການນີ້ ​ເກີດ​ຂຶ້ນ​ໄດ້ ​ເນື່ອງ​ຈາກ​ວ່າ ​ໃນ​ປີ 2022 ຜ່ານ​ມາ, ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ເດີນທາງໄປຈັງຫວັດຊຽງໄໝ ເພື່ອໄປເປັນປະທານເປີດງານແລ່ນເພື່ອສຸຂະພາບ ແລະ ໄດ້ລົງຢ້ຽມຢາມປະຊາຊົນ ທີ່ເປັນເຄືອຂ່າຍຂອງມູນນິທິສິນລະທຳ ແລະ ບໍລິສັດ ລານພິລາໄລ ຈຳກັດ ເຊິ່ງເປັນການສຶກສາຄັ້ງສຳຄັນ ​ໂດຍ​ທ່ານ​ກ່າວ​ວ່າ ຢາກໄດ້ໂຄງການການສ້າງສູນວິໄຈພືດ, ອາຫານເປັນຢາ ແລະ ພັດທະນາຜະລິດຕະພັນດັ່ງກ່າວ ມາໃຫ້ປະຊາຊົນລາວ ເພື່ອໃຫ້ເຂົານຳໃຊ້ພືດຜັກ,ຜົນລະປູກ ມາປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ”. ຈາກນັ້ນ, ປະ ທານມູນລະນິທິດັ່ງກ່າວ ກໍ​ໄດ້ເດີ່ນທາງມາຢ້ຽມຢາມຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ເພື່ອສຶກສາຄວາມເປັນໄປໄດ້ ແລະ ວາງແຜນຂອບເຂດການຮ່ວມມື ​ໂດຍຄະນະວິທະ ຍາສາດປ່າໄມ້ ກໍໄດ້ຕອບຮັບການຮ່ວມມືກັບມູນລະນິທິສິນລະທຳ ແລະ ບໍລິສັດລານພິລາໄລ ຈຳກັດ ເພື່ອເປັນຄູ່ຮ່ວມພັດທະນາຫລັກສູດ ແລະ ການສ້າງອາຊີບ.

ພາຍຫລັງໄດ້ຕົກລົງຮ່ວມມື​ແລ້ວ, ຄະນະວິທະຍາສາດປ່າໄມ້ ໄດ້ສົ່ງພະນັກງານຈຳນວນ 4 ທ່ານ ໄປຝຶກອົບຮົມຢູ່ຈັງຫວັດຊຽງໄໝ ເພື່ອທົດລອງການແປຮູບພືດມາເປັນຜະລິດຕະພັນ ແລະ ການລົງສຶກສາຄວາມເປັນໄປໄດ້ ການທົດລອງການແປຮູບ ແລະ ສ້າງຜະລິດຕະພັນ ຂອງຄູອາຈານ, ຈາກ​ນັ້ນ ກໍນຳເອົາຜະລິດຕະພັນທີ່​​ແປຮູບ ກັບຄືນປະເທດລາວ ພ້ອມທັງວາງສະແດງໃນງານສະ ເຫລີມສະຫລອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ ຜົນປະກົດວ່າໄດ້ຮັບການຕອບຮັບເປັນຢ່າງດີ.

ຂ່າວ-ພາບ: ສຸກສະຫວັດ

KPL

ຂ່າວອື່ນໆ

ads
ads

Top