ຂປລ
ຂປລ. ກະຊວງຍຸຕິທຳ ຈັດປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ໃນວັນທີ 22 ມີນາ 2023 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານເຊື່ອມຊຶມຮັບຮູ້ເຂົ້າໃຈກ່ຽວກັບວິລະກຳອັນລ້ຳເລີດ
ຂປລ. ກະຊວງຍຸຕິທຳ ຈັດປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ໃນວັນທີ 22 ມີນາ 2023 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານເຊື່ອມຊຶມຮັບຮູ້ເຂົ້າໃຈກ່ຽວກັບວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງພັກຕະຫລອດໄລຍະ 60 ກວ່າປີຜ່ານມາ ແລະ ເຫັນໄດ້ການປະກອບສ່ວນຂອງນັກຮົບປະ ຕິວັດ ແລະ ປະຊາຊົນລາວ ໃນການຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານຕ່າງຊາດ ເພື່ອຍາດເອົາເອກະລາດແຫ່ງຊາດ ມາໃຫ້ແກ່ປະຊາຊົນເຮົາ.
ໂອກາດນີ້, ສະຫາຍ ໄພວີ ສີບົວລິພາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປະຊາຊົນລາວ ໃນເມື່ອກ່ອນ ກໍຄື ພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ ແລະ ບັນດາຜົນງານອັນໃຫຍ່ຫລວງໃນການນໍາພາ-ຊີ້ນຳ ທີ່ສະຫລາດສ່ອງໃສຂອງພັກ ໃນຂະບວນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນໃນປີ 1975, ສຳເລັດການປະຕິວັດຊາດ ປະຊາທິປະໄຕ ແລະ ການນຳພາຂອງພັກໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດເປັນເວລາ 40 ກວ່າປີຜ່ານມາ ອັນໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງພັກ-ລັດ ສປປ ລາວ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ຈາກນັ້ນ, ສະຫາຍ ບຸນທາ ຊົງເຢີທ່າວ ຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳໄດ້ຫວນຄືນເຫດການປະຫວັດສາດ ແຫ່ງການຕໍ່ສູ້ຢ່າງພິລະອາດຫານ, ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ, ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກຈາກພວກລ່າເມືອງຂຶ້ນຜູ້ຮຸກຮານ ໃນວັນທີ 21 ມີນາ 1946 ຊຶ່ງໄດ້ກາຍເປັນກະແສຟອງປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮື້ຂຶ້ນຢ່າງເປັນຂະບວນ ຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ.
ໂອກາດນີ້, ສະຫາຍ ໄພວີ ສີບົວລິພາ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ມອບບັດສະມາຊິກພັກສົມບູນ ຕື່ມອີກ.
KPL