ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດໄທ ປະຈໍາລາວ ຄົນໃໝ່

17/03/2023 15:33
Email Print 699
ຂປລ ຂປລ. ວັນທີ 16 ມີນາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ

  ຂປລ. ວັນທີ 16 ມີນາ 2023 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍລະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ໃນໂອກາດມາດໍາລົງຕໍາແໜ່ງ ເປັນເອກອັກຄະຣາຊະທູດ ປະຈໍາ ສປປ ລາວ ຄົນໃໝ່.
  ໂອກາດນີ້
, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ທ່ານ ນາງ ມໍລະກົດ ສີສະຫວັດດີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່ ເພື່ອສືບຕໍ່ປະກອບ ສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນ ແລະ ເພີ່ມທະວີຂຶ້ນໃນທຸກລະດັບ ໂດຍສະເພາະແມ່ນການຮ່ວມມືກັນໃນດ້ານວຽກງານການຕ່າງປະເທດ ລະຫວ່າງສອງປະເທດ ແນໃສ່ຮັບປະກັນໃຫ້ການທ່ອງທ່ຽວ, ການໄປ-ມາ ຫາສູ່ກັນເຊິ່ງກັນ ແລະ ກັນ, ການທໍາມາຫາກິນຂອງປະຊາຊົນທັງສອງປະເທດ ໃຫ້ມີຄວາມສະດວກສະບາຍຍິ່ງຂຶ້ນ.
   ໂອກາດດຽວກັນນີ້
, ທ່ານ ນາງ ມໍລະກົດ ສີສະຫວັດດີ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສະເຫລີມໄຊ ກົມມະສິດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນການເຂົ້າຢຽມຂ່ຳນັບໃນຄັ້ງນີ້ ແລະ ພ້ອມໃຫ້ການພົວພັນຮ່ວມມືຢ່າງຮອບດ້ານ ແນໃສ່ຮັບປະກັນໃນການປະຕິບັດວຽກງານດ້ານການທູດມີຄວາມຮັດແໜ້ນ ແລະ ໄດ້ຮັບຜົນສຳເລັດຫລາຍຂຶ້ນກວ່າທີ່ຜ່ານມາ.

ຂ່າວ: ສົມຫວັງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top