ຂປລ
ສຳນັກງານ ພາສີ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ມູນຄ່າ ການຄ້າ ຂອງ ສ.ເກົາຫລີ ຜ່ານ ຂໍ້ຕົກລົງ ຫຸ້ນສ່ວນ ທາງເສດຖະກິດ ລະດັບ ພາກພື້ນ (RCEP) ບັນລຸ 8,9 ຕື້ໂດລາ ສະຫະລັດ ໃນປີ 2022.
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 2 ກຸມພາ, ສຳນັກງານ ພາສີ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ມູນຄ່າ ການຄ້າ ຂອງ ສ.ເກົາຫລີ ຜ່ານ ຂໍ້ຕົກລົງ ຫຸ້ນສ່ວນ ທາງເສດຖະກິດ ລະດັບ ພາກພື້ນ (RCEP) ບັນລຸ 8,9 ຕື້ໂດລາ ສະຫະລັດ ໃນປີ 2022. ໃນນັ້ນ ມູນຄ່າການສົ່ງອອກ ເມື່ອເດືອນກຸມພາ ປີກາຍນີ້ ລວມມີ 3,3 ຕື້ໂດລາສະຫະລັດ, ສ່ວນມູນຄ່າ ການນໍາເຂົ້າ 5,6 ຕື້ໂດລາ ສະຫະລັດ. ຂໍ້ຕົກລົງ ຫຸ້ນສ່ວນ ທາງເສດຖະກິດ ລະດັບ ພາກພື້ນ ປະກອບດ້ວຍ 15 ປະເທດ ໃນອາຊີ-ປາຊີຟິກ ຊຶ່ງລວມເຖິງ 10 ປະເທດ ສະມາຊິກອາຊຽນ ໄດ້ແກ່: ບຣູໄນ, ກຳປູເຈຍ, ອິນໂດເນເຊຍ,ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ. ພ້ອມດ້ວຍ ຄູ່ຮ່ວມການຄ້າ ອາຊຽນອີກ 5 ປະເທດ ໄດ້ແກ່: ຈີນ, ຍີ່ປຸ່ນ, ສ.ເກົາຫລີ, ອົດສະຕຣາລີ ແລະ ນູແວນເຊລັງ./
KPL