ອີຣັກ ສົ່ງອອກນໍ້າມັນດີບ ບັນລຸ 100 ລ້ານຖັງ

03/02/2023 17:02
Email Print 255
ຂປລ ກະຊວງ ນໍ້າມັນຂອງ ອີຣັກ ເປີດເຜີຍວ່າ: ປະລິມານ ການສົ່ງອອກ ນໍ້າມັນດີບ ໃນໄລຍະເດືອນ ມັງກອນ ປະມານ 101,24 ລ້ານຖັງ, ຊຶ່ງສ້າງລາຍຮັບໄດ້ເຖິງ 7,69 ຕື້ໂດລາ ສະຫະລັດ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 2 ກຸມພາ,  ກະຊວງ ນໍ້າມັນຂອງ ອີຣັກ ເປີດເຜີຍວ່າ: ປະລິມານ ການສົ່ງອອກ ນໍ້າມັນດີບ ໃນໄລຍະເດືອນ ມັງກອນ ປະມານ 101,24 ລ້ານຖັງ,​ ຊຶ່ງສ້າງລາຍຮັບໄດ້ເຖິງ 7,69 ຕື້ໂດລາ ສະຫະລັດ. ກະຊວງກ່ຽວຂ້ອງ ອ້າງອິງ ຕາມສະຖິຕິ ຈາກ ອົງການ ຕະຫລາດ ນໍ້າມັນແຫ່ງລັດ ລະບຸວ່າ: ລາຄາຈຳໜ່າຍ ນໍ້າມັນດີບ ໃນໄລຍະເດືອນ ມັງກອນ ສະເລ່ຍ 75,96 ໂດລາ ສະຫະລັດ ຕໍ່ຖັງ. ໂດຍແຫລ່ງນໍ້າມັນ ທາງພາກກາງ ແລະ ພາກໃຕ້ຂອງ ອີຣັກ ໄດ້ສົ່ງອອກນໍ້າມັນ ຜ່ານທ່າກຳປັ່ນ ບາສຣາປະມານ 98,46 ລ້ານຖັງ, ໃນຂະນະທີ່ ແຫລ່ງນໍ້າມັນ ຈາກ ແຂວງເຄີຣຄຸກ ທາງພາກເໜືອ ສົ່ງອອກນໍ້າມັນ ຜ່ານທ່າກຳປັ່ນ ເມືອງ ເຊຍຮັນຂອງ ຕວັກກີ ໃນທະເລ ເມດີເຕເຣນຽນ ຫລາຍກວ່າ 2 ລ້ານຖັງ.​ ລາຄານໍ້າມັນ ໃນຕະຫລາດໂລກ ໄດ້ປັບຕົວເພີ່ມສູງຂຶ້ນ ຕັ້ງແຕ່ເກີດ ວິກິດການ ຣັດເຊຍ-ອູແກຣນ ເມື່ອເດືອນກຸມພາ ປີ 2022 ຊຶ່ງກາຍເປັນ ຜົນປະໂຫຍດ ຕໍ່ ອີຣັກ ແລະ ກຸ່ມປະເທດ ຜູ້ສົ່ງອອກ ນໍ້າມັນ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top