67 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນກຳມະບານລາວ

02/02/2023 11:41
Email Print 1518
ຂປລ *ເມື່ອເຖິງວັນທີ 1 ກຸມພາ ຂອງທຸກໆປີ ສູນກາງສະຫະພັນກຳມະບານລາວ ກໍ່ຄືສະຫະພັນກຳມະບານແຕ່ລະຂັ້ນ ໄດ້ມີການຈັດຕັ້ງ ສະເຫລີມສະຫລອງວັນດັ່ງກ່າວ ດ້ວຍບັນຍາກາດ ທີ່ມີຄວາມໝາຍຄວາມສຳຄັນ ສຳລັບຖັນແແຖວ ຄະນະນຳ ກຳມະບານ.



(ເນື່ອງໃນໂອກາດວັນສ້າງຕັງສະຫະພັນກຳມະບານລາວ ວັນທີ 1 ກຸມພາ 1956 - 1 ກຸມພາ 2023)





*ເມື່ອເຖິງວັນທີ 1 ກຸມພາ ຂອງທຸກໆປີ ສູນກາງສະຫະພັນກຳມະບານລາວ ກໍ່ຄືສະຫະພັນກຳມະບານແຕ່ລະຂັ້ນ ໄດ້ມີການຈັດຕັ້ງ ສະເຫລີມສະຫລອງວັນດັ່ງກ່າວ ດ້ວຍບັນຍາກາດ ທີ່ມີຄວາມໝາຍຄວາມສຳຄັນ ສຳລັບຖັນແແຖວ ຄະນະນຳ ກຳມະບານ, ພະນັກງານລັດຖະກອນ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ເພື່ອລະນຶກເຖິງມູນເຊື້ອ ຜົນງານການເຄື່ອນໄຫວ ໃນແຕ່ລະໄລຍະຂອງອົງການຈັດຕັ້ງ ກຳມະບານກໍ່ຄື ສະຫະພັນກຳມະບານ ລາວ.

ປະຊາຊົນລາວ ເປັນຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີມູນເຊື້ອອັນພິລະອາດຫານ ຕໍ່ສູ້ບໍ່ຍອມຈຳນົນ ແລະ ໄດ້ດຳລົງຊີວິດໃນຜືນແຜ່ນດິນແຫ່ງນີ້ ນັບເປັນເວລາຫລາຍພັນໆປີມາແລ້ວ, ແຕ່ໃນປະຫວັດສາດຂອງ ຊາດລາວ ນັບເປັນເວລາດົນນານທີ່ຊາດລາວ, ປະຊາຊົນລາວໄດ້ຕົກເປັນຫົວເມືອງຂຶ້ນ ແລະ ຖືກສັກດີນາຕ່າງຊາດ ເຂົ້າມ້າງເພທຳລາຍ, ກົດຂີ່ຂົ່ມເຫັງຢ່າງໜັກໜ່ວງ, ຕໍ່ມາກໍຖືກພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ ເຂົ້າ ມາຮຸກຮານ ເຮັດໃຫ້ຊາດ ແລະ ປະຊາຊົນລາວ ໄດ້ເສຍຄວາມເປັນເອກະລາດແຫ່ງຊາດ. ຕໍ່ໜ້າສະພາບການດັ່ງກ່າວປະຊາຊົນ, ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຂະບວນການຕໍ່ສູ້ຕ່າງໆ ຂອງບັນພະບູລຸດ ທີ່ຮັກຊາດຂອງລາວເຊັ່ນ: ຂະບວນການຕໍ່ຂອງເຈົ້າຟ້າງຸ່ມ ເພື່ອເຕົ້າໂຮມປະເທດຊາດ, ເຈົ້າອານຸວົງຕໍ່ສູ້ ເພື່ອທວງເອົາດິນແດນ ຄວາມເປັນເອກະລາດແຫ່ງຊາດ, ຂະບວນການຕໍ່ສູ້ ຂອງເຈົ້າໄຊເສດຖາທິລາດ ເພື່ອປາບ ປາມ ພວກທີ່ຫວັງແບ່ງແຍກດິນແດນ, ພໍ່ກະດວດ, ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໃຈ, ນາຍຄູຄຳ ແລະ ທ່ານອື່ນໆ ຕ້ານກັບການກົດຂີ້່ຂົ່ມເຫັງ, ບີບບັງຄັບ, ການຈັບກຸມຄຸມຂັງ, ການເກັບເກນໄປເປັນກຸລີ ຂອງພວກລ່າເມືອ ຂຶ້ນ ຝຣັ່ງຢ່າງພິລະອາດຫານ. ໃນທ້າຍສະຕະວັດທີ 19, ພວກລ່າເມືອງຂື້ນຝຣັ່ງ ໄດ້ເຂົ້າມາຍຶດຄອງ 3 ປະເທດອິນດູຈີນ ( ຫວຽດນາມ, ລາວ ແລະ ກຳປູເຈຍ ) ເປັນຫົວເມືອງຂຶ້້ນ, ແລ້ວສ້າງຕັ້ງເປັນສະຫະພັນ ອິນດູຈີນຝຣັ່ງເສດຂຶ້້ນ. ສ່ວນປະ ເທດລາວ ພວກລ່າເມືອງຂຶ້້ນຝຣັ່ງ ເຂົ້າມາຍຶດຄອງແຕ່ປີ 1893-1954 ເປັນເວລາ ( 61 ປີ ).ໃນນັ້ນ ພວກເຂົາໄດ້ເກັບເກນ ເອົາຊາວໄຮ່ນາໄປຂຸດຄົ້ນ ເອົາແຮ່ກົ່ວຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງແຂວງຄຳມ່ວນ, ໄປເປັນກຸລີເຮັດທາງ, ຈາກນັ້ນ ເກີດມີກຳມະກອນລະດູການ ດ້ວຍການນຳໃຊ້ແຮງງານ ນັບມື້ນັບຫລາຍຂຶ້້ນ ແລະ ໄດ້ກາຍເປັນກຳມະກອນອາຊີບ. ຕໍ່ມາພວກເຂົາ ໄດ້ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ, ໂຮງຈັກໄຟຟ້າຈຳນວນໜຶ່ງ ຢູ່ບາງແຫ່ງ, ຈາກນັ້ນກຳມະກອນລາວ ກໍໄດ້ ເພີ່ມຂຶ້້ນເລື່ອຍໆ.

ໃຕ້ການປົກຄອງຂອງພວກລ່າເມືອງຂຶ້້ນຝຣັ່ງ ກຳມະກອນລາວໄດ້ຖືກກົດຂີ່ຂຸດຮີດແຮງງານ ຢ່າງໜັກໜ່ວງທາງເສດຖະກິດ, ວັດທະນະທຳ-ສັງຄົມ, ພວກເຂົາບັງຄັບ ໃຫ້ກຳມະກອນອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານ ຫຼາຍ ໃຫ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ໄລ່ອອກການ ໂດຍບໍ່ມີເຫດຜົນພຽງພໍ, ຖືກທຸບຕີທໍລະມານແສນສາຫັດ ຈາກພວກລ່າເມືອງຂຶ້້ນ ແລະ ນາຍທຶນ, ມີຄວາມສ່ຽງອັນຕະລາຍ ຕໍ່ການອອກແຮງງານ. ຊີວິດການເປັນຢູ່ ຂອງ ກຳມະກອນ ແລະ ປະຊາຊົນບັນດາເຜົ່າ ອຶດຢາກຂາດແຄນ, ບໍ່ໄດ້ຮັບຄວາມເປັນທຳ, ຂາດສິດເສລີພາບ ດ້ານການເມືອງ ແລະ ກົດໝາຍ, ບໍໍ່ໄດ້ຮັບການດູແລ ດ້ານສະຫວັດດີການສັງຄົມ, ບໍ່ໄດ້ຮັບການສຶກສາຮ່ຳຮຽນ ແລະ ອື່ນໆ; ໂທດກຳ ອັນໂຫດຮ້າຍປ່າເຖື່ອນ ຂອງລັດທິລ່າເມືອງຂຶ້້ນ ທີ່ໄດ້ກະທຳຕໍ່ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ໄດ້ສ້າງຄວາມເຈັບແສບ ແລະ ຄຽດແຄ້ນ ທີ່ສຸດສຳລັບຄົນລາວທຸກຄົນ. ຕໍ່ໜ້າສະພາບການດັ່ງກ່າວ ກຳມະກອນ, ຜູ້ ອອກແຮງງານ ແລະ ປະຊາຊົນບັນດາເຜົ່າ ໄດ້ລຸກຂຶ້້ນຕໍ່ສູ້ ຢ່າງອົງອາດກ້າຫານ, ໂດຍເລີ່ມຈາກການຕໍ່ສູ້ ທີ່ມີລັກສະນະເກີດເອງ ໄດ້ກາຍເປັນຂະບວນການ ອັນກວ້າງຂວາງ ນຳພາໂດຍບັນພະບູລຸດ ຜູ້ຮັກຊາດແຕ່ເໜືອຮອດໃຕ້, ຕໍ່ສູ້ຕ້ານ ພວກລ່າເມືອງຂຶ້້ນ ຢ່າງດຸເດືອດ, ແຕ່ຂະບວນການຕໍ່ສູ້ໄລຍະນັ້ນ ບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນຳພາ. ປີ 1930 ພັກຄອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍແມ່ນທ່ານປະທານໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງ ແລະ ນຳພາ. ພັກໄດ້ວາງ ແນວທາງອັນຖືກຕ້ອງ ເພື່ອນຳພາຂະບວນການຕໍ່ສູ້ ປົດປ່ອຍຊາດອິນດູຈີນ ຕ້ານພວກລ່າເມືອງຂຶ້້ນຝຣັ່ງ.



ພາຍຫລັງທີ່ມີພັກນຳພາ ຂະບວນການຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນກຳມະກອນ, ຜູ້ອອກແຮງງານ 3 ຊາດອິນດູຈີນ ໄດ້ມີຄຸນນະພາບໃໝ່ ສາມາດຍາດໄດ້ ໄຊຊະນະເປັນກ້າວໆມາ, ພັກເຮົາໄດ້ຖືເອົາ ແນວໂຮມແຫ່ງຊາດ ເປັນການເຕົ້າໂຮມ ຄວາມສາມັກຄີ ອັນກວ້າງຂວາງ, ຖືເອົາພັນທະພາບ, ກຳມະກອນ, ຊາວນາ ແລະ ນັກຮຽນຮູ້ປັນຍາຊົນ ເປັນກຳລັງແຮງພື້ນຖານຂອງພັກ ໃນການຜັນແຍກລ້ອມປ່ຽວ, ໂຄ່ນລົ້ມສັດຕູຂອງຊາດ; ບັນດາສະມາຊິກພັກ, ສະມາຊິກ ກຳມະບານ ລຸ້ນທຳອິດ ໄດ້ນຳພາຂະບວນການຕໍ່ສູ້ ຂອງກຳມະກອນ ຕ້ານການເສຍຊ່ວຍ, ການຈັບກຸມຂຸມຂັງ ບັນດາຜູ້ນຳຂອງແນວລາວຮັກຊາດ ແລະ ອື່ນໆ ທີ່ພວກຈັກກະພັດ ລ່າເມືອງຂຶ້້ນ ແລະ ສັກດີນາທ້ອງຖິ່ນ ໄດ້ກະທຳດ້ວຍ ການນັດ ຢຸດງານ ທວງໃຫ້ຂຶ້້ນເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກ. ປີ 1946 ພັກກອມມູນິດອິນດູຈີນ ( ແຄ້ວນລາວ ) ໄດ້ສ້າງຕັ້ງໜ່ວຍກຳມະບານຂຶ້້ນ ເປັນເທື່ອທຳອິດ ຢູ່ບໍ່ກົ່ວໂພນຕິ້ວ; ພັກສືບຕໍ່ນຳພາກຳມະກອນ, ລັດຖະກອນ, ປະຊາຊົນ ລາວບັນດາເຜົ່າ ໂດຍດຳເນີນການຕໍ່ສູ້ ລົບລ້າງລັດທິລ່າເມືອງຂຶ້້ນ ແບບເກົ່າໃນປີ 1954. ກຳລັງປະເທດລາວມີ 2 ແຂວງເຕົ້າໂຮມ. ພາຍຫລັງຈັກກະພັດຝຣັ່ງປະລາໄຊ ຈັກກະພັດອາເມລິກາ ນຳໃຊ້ລັດທິລ່າເມືອງຂຶ້້ນ ແບບໃໝ່ເຂົ້າມາຮຸກ ຮານ, ຍຶດຄອງລາວໃນປີ 1955. ຕໍ່ໜ້າສະພາບການດັ່ງກ່າວ ໄດ້ພັກກອມມູນິດອິນດູຈີນ ໄດ້ເປີດກອງປະຊຸມ ເພື່ອແຍກຈາກ ພັກກອມມູນິດອິນດູຈີນ ເປັນພັກຂອງປະເທດໃຜລາວ, ຈາກນັ້ນພັກປະຊາຊົນລາວ (ພັກປະຊາຊົນປະຕິວັດ ລາວ ໃນປະຈຸບັນ ) ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ແລະ ໄດ້ກຳນົດບ່ອນຢືນຂອງພັກ “ ແມ່ນພັກຂອງຊົນຊັ້ນ ກຳມະກອນລາວ ທີ່ຖືລັດທິມາກ-ເລນິນ ເປັນລະບົບແນວຄິດຊີ້ນຳໆພາ ໂດຍຖືກຳລັງແຮງ ມາຈາກມະຫາ ຊົນ”. ພາຍຫລັງການສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ເກືອບ 1 ປີ; ມາເຖິງວັນທີ 1 ກຸມພາ ປີ 1956 ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງ ສ້າງຕັ້ງອົງການຈັດຕັ້ງ ກຳມະບານຂຶ້ນ ຢ່າງເປັນທາງການ ຢູ່ເຂດທີ່ໜັ້ນ ແຂວງຫົວ ພັນ ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນຳ. ໂດຍມີຈຸດປະສົງ ເພື່ອສືບຕໍ່ໂຄສະນາ ຂົນຂວາຍເຕົ້າໂຮມ ກຳມະກອນ, ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວ ປະຕິວັດນ້ຳໃຈຮັກຊາດ, ມີລະບຽບແບບແຜນ, ເປັນພົນ ລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນ ໃຫ້ແກ່ການປົກປ້ອງ ສິດຜົນປະໂຫຍດອັນຊອບທຳ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກຳລັງແຮງ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການ ໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ.



ປີ 1966 ສູນກາງພັກໄດ້ປັບປຸງການຈັດຕັ້ງກຳມະບານ ຢ່າງເປັນທາງການ ໂດຍມອບຄວາມຮັບຜິດຊອບ ໃຫ້ທ່ານໜູຮັກ ພູມສະຫວັນ ເປັນຜູ້ຊີ້ນຳ. ເພື່ອສືບຕໍ່ເສີມຂະຫຍາຍສິດ ເປັນເຈົ້າຂອງມະຫາຊົນ, ປະກອບສ່ວນ ໃນພາລະກິດຕໍ່ສູ້ ປະຕິວັດ ເພື່ອກໍ່ສ້າງເຂດປົດປ່ອຍເປັນລດໜຶ່ງ, ກຽມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ຢູ່ເຂດປົດປ່ອຍພັກ ໄດ້ເອົາໃຈໃສ່ຊີ້ນຳກໍ່ສ້າງ ເສດຖະກິດຢ່າງເປັນລະບົບສ້າງໂຮງຈັກ, ໂຮງງານຈຳນວນໜຶ່ງເຊັ່ນ: ໂຮງງານຕີ ເຫຼັກ, ໂຮງງານຕ່ຳແຜ່ນ, ໂຮງງານປຸງແຕ່ງສະບຽງອາຫານ, ໂຮງພິມ, ໄປສະນີ, ສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ, ອັນໄດ້ເຮັດໃຫ້ກຳມະກອນ ນັບມື້ນັຍເພີ່ມຂຶ້ນ, ອົງການກຳມະບານ ກໍ່ໄດ້ສ້າງຕັ້ງຮາກຖານຂຶ້ນ ຢູ່ແຕ່ລະຫົວ ໜ່ວຍການຜະລິດ, ແຕ່ລະສຳນັກງານ ອົງການຂອງລັດ, ໂຮງຮຽນ, ໂຮງໝໍ. ໜ້າທີ່ຕົ້ນຕໍຂອງກຳມະບານ: ຖືເອົາການໂຄສະນາ ປະຕິບັດແນວທາງຂອງພັກ ແຕ່ລະໄລຍະເປັນເນື້ອໃນ ໃຈກາງຂອງການເຄື່ອນໄຫວ ສ້າງຂະບວນການຕ່າງໆ, ທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍ ໃຫ້ເຂັ້ມແຂງສຶກສາ ອົບຮົມມະຫາຊົນ, ເຮັດລ້ອນໜ້າທີ່ ວິຊາສະເພາະລົງຂົນຂວາຍ ກໍ່ສ້າງຮາກຖານ, ເຂົ້າຮ່ວມການ ກໍ່ສ້າງກຳລັງກົມກອງທ້ອງ ຖິ່ນຕ່າງໆ, ປຸກລະດົມຊຸກຍູ້ ຂະບວນການຕໍ່ສູ້ຂອງມະຫາຊົນ ໃຫ້ຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນແນວທາງ ນະໂຍບາຍຂອງພັກ: ສັນຕິພາບ, ເອກະລາດ ປະຊາທິປະໄຕ ແລະ ເອກະພາບ. ພາຍຫລັງສ້າງຕັ້ງລະບອບໃໝ່ (ສະຖາປະນາສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ) ກົມການເມືອງສູນກາງພັກ ໄດ້ສືບຕໍ່ຊີ້ນຳການເຄື່ອນໄຫວ ຂອງສະຫະພັນກຳມະບານລາວ ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ປັບປຸງການຈັດຕັ້ງ ສະຫະພັນກຳມະ ບານລາວ ເປັນລະບົບແຕ່ສູນກາງ ລົງຮອດຮາກຖານໃນທົ່ວປະເທດ, ໃນນີ້ເພື່ອກະກຽມ ໃຫ້ການດຳເນີນກອງປະຊຸມໃຫຍ່ ກຳມະບານທົ່ວປະເທດ ຄັ້ງທີ I ສູນກາງພັກ ໄດ້ແຕ່ງຕັ້ງຄະນະຄົ້ນຄວ້າ ປັບປຸງການຈັດຕັ້ງກຳມະບານລາວ ຂຶ້ນປະ ກອບ ມີ 5 ທ່ານ ໂດຍແມ່ນທ່ານ ສະນັ່ນສຸດທິຈັກ ກຳມະການສູນກາງພັກ ເປັນປະທານໃນເວລານັ້ນ.



ນັບແຕ່ມີການສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ກໍ່ຄືສະຫະພັນກຳມະບານລາວໄດ້ເອົາໃຈໃສ່ ປະຕິບັດຕາມພາລະບົດບາດ ໃນການໂຄສະນາສຶກສາອົບຮົມ ທາງດ້ານການເມືອງ-ແນວຄິດ ໃຫ່ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ, ປົກປ້ອງ ສິດຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ມີຜົນສຳເລັດຫລາຍໆດ້ານ ເປັນຕົ້ນ ໃນປີ 2022 ໄດ້ສະເໜີລັດຖະບານ ຂຶ້ນຄ່າແຮງງານ ຂັ້ນຕ່ຳຊຸດໃໝ່ ໃນພາກວິສາຫະກິດ ຈາກ 1.100.000 ກີບ ມາເປັນ 1.200.000 ກີບ ໄດ້ເລີ້ມຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 1 ສິງຫາ 2022 ເປັນຕົ້ນມາ ແລະ ໃນວັນທີ 1 ພຶດສະພາ 2023 ທີ່ຈະມາເຖິງຈະເພີ່ມຈາກ 1.200.000 ກີບ ຂຶ້ນເປັນ 1,300,000 ກີບ ແລະ ໄດ້ລົງຊຸກຍູ້ການເຄື່ອນໄຫວ ວຽກງານກຳມະບານ ຢູ່ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ.

ເພື່ອເປັນການສະເຫລີມສະຫລອງ ແລະ ຂ່ຳນັບຊົມເຊີຍ ວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 67 ປີ 1 ກຸມພາ ປີ 2023 ນີ້ ສູນກາງສະຫະພັນກໍາມະບານລາວ ໄດ້ຈັດຕັງຫລາຍກິດຈະກຳດັ່ງທີ່ ທ່ານ ອາລິຍາວັນ ອັກຄະວົງ ຮອງປະ ທານຄະນະບໍລິຫານງານ ສູນກາງກຳມະບານລາວ ໃຫ້ຮູ້ວ່າ: ເພື່ອຈັດຕັ້ງການສະເຫລີມສະຫລອງ ວັນດັ່ງກ່າວໃຫ້ມີເນື້ອໃນເລິກເຊິ່ງ ແລະ ກ້ວາງຂວາງ ໄດ້ຈັດຕັ້ງປາຖະກະຖາ ເລົ່າຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນ ກຳມະບານລາວ ຄົບ ຮອບ 67 ປີ ເພື່ອເປັນການໂຄສະນາ ສຶກສາອົບຮົມ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານໃຫ້ຮັບຮູ້ ແລະ ເຂົ້າໃຈເຫັນໄດ້ ຄວາມໝາຍ ແລະ ຄວາມສໍາຄັນ, ເຫັນໄດ້ການກໍາເນີດ, ເຕີບໃຫຍ່ ຂອງຂະບວນກໍາມະ ກອນລາວ; ຈັດກິດຈະກຳຕ່າງໆເປັນຕົ້ນ : ຂະບວນການອະນາໄມ ອອກແຮງງານລວມ, ແຂ່ງຂັນກິລາ ( ຕີດອກປີກໄກ່ ) ເພື່ອມິດຕະພາບ ຊີງຂັນປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ວັນທີ 24 ມັງກອນ 2023 ທີ່ຜ່ານມາ. ພິເສດກໍ່ຄືສູນກາງສະຫະພັນ ກຳມະບານລາວ ສົມທົບກັບອົງການກາແດງລາວ ຈະໄດ້ຈັດກິດຈະກຳບໍລິຈາກ ເລືອດຊ່ວຍເຫລືອສັງຄົມ ໃນວັນທີ 26 ມັງກອນ 2023 ຂໍເຊີນຊວນສະມາຊິກ ກຳມະບານ, ກຳມະກອນ ແລະ ຜູ້ອອກ ແຮງງານ ເຂົ້າຮ່ວມບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ, ຊ່ວຍຄົນເຈັບທີ່ກຳລັງປິ່ນປົວ ແລະ ຕ້ອງການເລືອດ. ນອກຈາກນັ້ນ ຄະນະນຳຂອງສູນກາງ ສະຫະພັນກຳມະບານລາວ ຈະໄດ້ລົງຢ້ຽມຢາມຊຸກຍູ້ ຕິດຕາມການເຄື່ອນໄຫວ ວຽກ ງານການຜະລິດ ຂອງສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ ຢູ່ໂຮງຈັກໂຮງງານ ແລະ ບັນດາຫົວໜ່ວຍແຮງງານຕ່າງໆ. ພ້ອມທັງຮຽກຮ້ອງ ມາຍັງບັນດາສະຫາຍ ຈົ່ງໄດ້ຜັນຂະຫຍາຍມະຕິ ກອງປະຊຸມສາມັນ ຄົບຄະນະ ບໍລິ ຫານງານ ສູນກາງສະຫະພັນກຳມະບານລາວ ຄັ້ງທີ 3 ສະໄໝທີ VIII ເຂົ້າສູ່ການເຄື່ອນໄຫວ ວຽກງານຕົວຈິງ ຂອງແຕ່ລະທ້ອງຖິ່ນ ແລະ ກະກຽມສະຫລຸບ ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໃນຂົງເຂດວຽກງານ ກຳມະບານ ໃນ ທົ່ວປະເທດ ເພື່ອພ້ອມກັນສະຫລຸບຕີລາຄາ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ./. 

 ໂດຍ: ໄໝຄຳຍ້ອມສິນ


KPL

ຂ່າວອື່ນໆ

ads
ads

Top