ຂປລ
*ໃນພາສາລາວເຮົາມີຄວາມອຸ ດົມສົມບູນ ບໍ່ນ້ອຍໜ້າພາສາໃດໃນໂລກ, ໄດ້ຮັບການພັດທະນາ ຕາມກະແສຟອງຂອງຄວາມຮຽກຮ້ອງຕ້ອງການ ຂອງໄລຍະປະຫວັດສາດ.
*ໃນພາສາລາວເຮົາມີຄວາມອຸ ດົມສົມບູນ ບໍ່ນ້ອຍໜ້າພາສາໃດໃນໂລກ, ໄດ້ຮັບການພັດທະນາ ຕາມກະແສຟອງຂອງຄວາມຮຽກຮ້ອງຕ້ອງການ ຂອງໄລຍະປະຫວັດສາດ. ຄໍາສັບຊຸມໜຶ່ງເຄີຍໃຊ້ຢ່າງແຜ່ ຫລາຍໃນເມື່ອກ່ອນ, ມາຮອດປັດຈຸບັນ ກໍ່ອາດຖືກໃຊ້ໜ້ອຍລົງ, ອີງຕາມກະແສສັງ ຄົມ, ແຕ່ບັນດາຄໍາສັບເຫລົ່ານັ້ນ ມັນບໍ່ໄດ້ຕາຍໄປກັບ ໄລຍະປະຫວັດສາດແຕ່ປະການໃດ, ຍັງຄົວົນວຽນປ່ຽນໃຊ້ໃນຊີວິດປະຈໍາວັນ ກໍ່ຄືວຽກສິນງານວັນນະກໍາຕ່າງໆ, ໂດຍສະເພາະ ຢູ່ໃນການແຕ່ງບົດວັນນະຄະດີຕ່າງໆ ທັງປະເພດຮ້ອຍແກ້ວ ແລະ ຮ້ອຍກອງ.
ຄໍາວ່າ: “ບ່າວ” ອີງຕາມວັດຈະ ນານຸກົມພາສາລາວ ສະບັບຄົ້ນຄວ້າ, ຮິບໂຮມ ແລະຮຽບຮຽງໂດຍ ທ່ານ ດຣ ທອງຄໍາ ອ່ອນມະນີສອນ ຈັດພິມໂດຍກົມວັນນະຄະດີ ຄັ້ງທີ1 ປີ 1992 ໄດ້ອະທິບາຍໄວ້ຄື: ບ່າວ 1 ເປັນຄໍານາມ ໝາຍເຖິງຄົນໃຊ້, ພົນລະເມືອງ, ລາສະດອນທົ່ວ ໄປ(ພົນລະ ເມືອງໃນລະບອບສັກ ດິນາ); ບ່າວ 2 ເປັນຄໍານາມໝາຍເຖິງຊາຍໜຸ່ມ... ນອກນັ້ນ ໃນວັດຈະນານຸກົມນີ້ ຍັງມີຄໍາ: ບ່າວນາ ເຊິ່ງເປັນຄໍານາມໝາຍເຖິງຊາຍ ຫລື ຍິງ ຜູ້ທີ່ຂໍເຮັດນານໍາເພິ່ນ ເພື່ອໃຫ້ໄດ້ຜົນແບ່ງປັນຄ່າແຮງງານ ພາຍຫລັງເກັບກ່ຽວເຂົ້າແລ້ວ ເອີ້ນ ວ່າ “ບ່າວນາ”.
ຄໍາ: “ສາວ” ອີງຕາມວັດຈະນານຸກົມເຫລັ້ມດຽວກັນ, 1 ເປັນຄໍານາມ, ເປັນຄໍາບອກໝາຍເພດຍິງ ໃຊ້ປະກອບໜ້າຊື່ຂອງແມ່ຍິງດັ່ງ ເຊັ່ນ: ສາວແພງ, ສາວເພົາເປັນຕົ້ນ; 2 ເປັນຄໍານາມ, ເປັນຄໍາເອີ້ນຜູ້ຍິງ ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ ເຊິ່ງຍັງ ບໍ່ມີຜົວວ່າ “ສາວ” ຫລື “ຜູ້ສາວ”; ສາວເຮັດ ໜ້າທີ່ເປັນຄໍາກໍາມະ ຫລື ກິລິຍາ, ໝາຍເຖິງ ດຶງນ້າວເຂົ້າມາ ບາດຫ່າງໆ ຫລື ບາດຍາວໆ, ໄສໄປທາງໜ້າຊົ່ວໄລຍະແຂນ ເຊັ່ນ: ສາວກົບ, ສາວເຊືອກ, ສາວໄໝ ຫລື ສາວຫລອກ; ຍ່າງບາດກວ້າງ ແລະ ອຟ້າວ ເອີ້ນວ່າ ສາວບາດຕີນ...ນອກນັ້ນ ຍັງມີຄໍາວະລີ: ສາວໄສ້, ສາວແສ້ ແລະ ອື່ນໆ ອີກ.
ດັ່ງນັ້ນ, ຈຶ່ງນໍາມາສຶກສານໍາກັນ ຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.
KPL