ຂປລ
ຂປລ. ເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ທີ່ຈັດຂຶ້ນລະຫວ່າງ ວັນທີ 26-29 ມັງກອນ 2023 ໄດ້ຈັດການປະກວດ ນາງສາວດອກງິ້ວບານ ໂດຍໄດ້ປະກາດຮັບສະໝັກ ຕົວແທນຈາກເມືອງຕ່າງໆ ພາຍໃນແຂວງບໍ່ແກ້ວ ເພື່ອເຂົ້າຮ່ວມປະກວດ, ໃນປີນີ້ໄດ້ຮັບສະໝັກ ແລະ ຄັດເລືອກຈາກ 5 ເມືອງພາຍໃນແຂວງບໍ່ແກ້ວ ທີ່ຜ່ານເຂົ້າຮອບ 20 ນ້ອງນາງສາວ.

ຜ່ານການຄັດເລືອກ ໃຫ້ເຫລືອພຽງ 4 ນ້ອງນາງສາວ ເພື່ອເຂົ້າຮອບຕອບຄຳຖາມ ແລະ ຄະນະກຳມະການ ໄດ້ຕັດສິນໃຫ້ໝາຍເລກ MK8 ນາງ ເໝີຍຊຽນ ແຊ່ຈາວ ຕົວແທນຈາກ ບ້ານ ໃຫຍ່ຫ້ວຍຊາຍໃຕ້ ເປັນນາງສາວດອກງິ້ວບານ ປະຈຳປີ 2023 ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 50 ລ້ານກີບ; ຮອງອັນດັບທີ 1 ໝາຍເລກ MK 13 ນາງ ສວຍ ພົມມະລິ ຈາກເມືອງຕົ້ນເຜີ້ງ ໄດ້ຮັບ ມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 30 ລ້ານກີບ; ຮອງຊະນະເລີດ ອັນດັບທີ 2 ໝາຍເລກ MK 12 ນາງ ແພັດ ຄຳເຄື່ອງ ຈາກເມືອງຕົ້ນເຜີ້ງ ໄດ້ຮັບມົງກຸດ ພ້ອມສາຍສະພາບ ແລະ ເງິນລາງວັນ 25 ລ້ານກີບ ແລະ ອັນດັບ ທີ 4 ໝາຍເລກ MK 15 ນາງ ສຸດາລີ ແສນທະພອນ ຕົວແທນຈາກທະ ນາຄານພັດທະນາສາຂາ ແຂວງບໍ່ແກ້ວ ໄດ້ຮັບເງິນລາງວັນ 20 ລ້ານກີບ. ສ່ວນຜູ້ທີ່ຕົກຮອບ 16 ໝາຍເລກ ໄດ້ຮັບລາງວັນຊົມເຊີຍຄົນລະ 10 ລ້ານກີບ.
ຂ່າວ-ພາບ: ສຸກສະຫວັດ
KPL