ໂຄງການກໍ່ສ້າງ ສະໜາມບິນສາກົນ ບໍ່ແກ້ວ ຈະເປີດໃຫ້ບໍລິການ ໃນປີ 2023 ນີ້

01/02/2023 16:27
Email Print 738
ຂປລ ຂປລ. ປັດຈຸບັນ ໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄວາມຄືບໜ້າ​ແລ້ວ 90% ໂດຍໄດ້ສຳເລັດ ໃນຫລາຍໜ້າວຽກຫລັກ ເປັນຕົ້ນ ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ (taxi way) ແລະ ລານຈອດ Apron, ຕຶກອາຄານຜູ້ໂດຍສານ, ຕຶກຫໍຄອຍ ແລະ ເລັ່ງຕິດຕັ້ງສິ່ງອຳນວຍ ຄວາມສະດວກຕ່າງໆ ພາຍໃນສະໜາມບິນ ​ແລະ ຄາດວ່າ ຈະເປີດໃຫ້ບໍລິການໃນປີ 2023 ນີ້.

ຂປລ. ປັດຈຸບັນ ໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄວາມຄືບໜ້າ​ແລ້ວ 90%  ໂດຍໄດ້ສຳເລັດ ໃນຫລາຍໜ້າວຽກຫລັກ ເປັນຕົ້ນ ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ (taxi way) ແລະ ລານຈອດ Apron, ຕຶກອາຄານຜູ້ໂດຍສານ, ຕຶກຫໍຄອຍ ແລະ ເລັ່ງຕິດຕັ້ງສິ່ງອຳນວຍ ຄວາມສະດວກຕ່າງໆ ພາຍໃນສະໜາມບິນ ​ແລະ ຄາດວ່າ ຈະເປີດໃຫ້ບໍລິການໃນປີ 2023 ນີ້.

ທ່ານ ຈື່ຊົງ ຈົງຢາ ຫົວໜ້າຄະນະປະສານງານ ຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ, ຄະນະຄຸ້ມຄອງໂຄງການ ກໍ່ສ້າງສະຫນາມບິນສາກົນ ບໍ່ແກ້ວ ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ​ໄດ້ໃຫ້ສຳພາດ​ເມື່ອ​ບໍ່​ດົນ​ນີ້ວ່າ: ຕາມແຜນແລ້ວໂຄງການນີ້ ຈະໃຫ້ສຳເລັດພາຍໃນ 18 ເດືອນ, ພາຍຫລັງເລີ່ມລົງມື ແຕ່ວັນທີ 20 ກັນຍາ 2020, ແຕ່ເນື່ອງຈາກມີການແພ່ລະບາດ ຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການມີຄວາມຊັກຊ້າ. ແຕ່ມາຮອດປັດຈຸບັນ ໂຄງການພວກເຮົາ ກໍໄດ້ສ້າງສຳເລັດໄດ້ ຫລາຍໜ້າວຽກ ແລະ ກຳລັງເລັ່ງຕິດຕັ້ງສິ່ງ ອຳນວຍຄວາມສະດວກຕ່າງໆ, ພ້ອມທັ້ງ ຕິດຕັ້ງລະບົບ ຄວາມປອດໄພ ແລະ ຈັດຊື້ຍານພາຫະນະຂົ່ນສົ່ງຕ່າງໆ, ຄາດວ່າຈະເປີດໃຫ້ບໍລິການ ໃນປີ 2023 ນີ້.

ການກໍ່ສ້າງສະໜາມບິນສາກົນແຂວງບໍ່ແກ້ວ ເປັນການກໍ່ສ້າງໃຫ້ໄດ້ ຕາມມາດຕະຖານຄວາມປອດໄພຂອງ ກົມການບິນພົນລະເຮືອນ ແລະ ມາດຕະຖານຂອງອົງການ ການບິນພົນລະເຮືອນສາກົນ (ICAO) ວາງອອກ ຄື: ຂະໜາດຂອງສະໜາມບິນ ທີ່ມີລະຫັດໝາຍເລກ ແລະ ຕົວອັກສອນ 4C (Aerodrome Code  4C) ທາງແລ່ນຂຶ້ນ-ລົງຂອງເຮືອບິນ ມີຄວາມຍາວ 2.500 ແມັດ, ກວ້າງ 45 ແມັດ ແລະ ບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7,5 ແມັດ ຊຶ່ງສາມາດຮອງຮັບເຮືອບິນ ຂະໜາດ Boing 737-900ER Airbus A320/ A321 ຫລື ເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍສານໄດ້ 200 ບ່ອນນັ່ງລົງມາ ແລະ ມີແຜນທີ່ຈະຕໍ່​ເຕີມທາງແລ່ນຂຶ້ນ-ລົງ ໃນອະນາຄົດອີກ ເພື່ອສາມາດຮອງຮັບ ເຮືອບິນຂະໜາດ Boing 747 ໄດ້, ພາຍໃນອາຄານ ຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກ ສາມາດຮອງຮັບໄດ້ຜູ້ໂດຍສານ 600 ຄົນ ໃນເວລາດຽວກັນ, ໂຄງການນີ້ ມີທີ່ຕັ້ງຫ່າງຈາກ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ 5 ກິໂລແມັດ ແລະ ຫ່າງຈາກເທສະບານ ເມືອງຕົ້ນເຜິ້ງ ປະມານ 7 ກິໂລແມັດ, ເມື່ອໂຄງການສໍາເລັດ ແລະ ສາມາດເປີດນໍາໃຊ້ ໄດ້ຢ່າງເຕັມຮູບແບບ ຈະສາມາດຮອງຮັບຜູ້ໂດຍໄດ້ເຖິງ 2 ລ້ານເທື່ອຄົນຕໍ່ປີ.

ສໍາລັບເປົ້າໝາຍຂອງໂຄງການ ກໍ່ສ້າງສະໜາມບິນສາກົນ ແຂວງບໍ່ແກ້ວ ເພື່ອພັດທະນາ ໂຄງລ່າງພື້ນຖານ ພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາ ເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ເສີມສ້າງການຄົມມະນາຄົມ ຂົນສົ່ງທາງອາກາດ ໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ, ທັງອຳນວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມຂີດຄວາມສາມາດ ໃນການພັດທະນາ ພື້ນຖານໂຄງລ່າງ ຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ.

ໂຄງການນີ້ ແມ່ນຢູ່ໃນຮູບແບບ BOT (ຜູ້ຮັບເໝົາລົງທຶນໃນການກໍ່ສ້າງ) ໂດຍເນື້ອທີ່ຂອງໂຄງການກໍ່ສ້າງປະມານ 300 ເຮັກຕາ ທີ່ນອນຢູ່ໃນເຂດດິນ ສຳປະທານຂອງກຸ່ມ ບໍລິສັດດອກງິ້ວຄຳ, ເປັນດິນກະສິກຳ ທີ່ໄດ້ໄປຮັບຊື້ຈາກປະຊາຊົນ ເພື່ອມາພັດທະນາ, ງົບປະມານຂອງການ ກໍ່ສ້າງໂຄງການນີ້ແມ່ນ 175 ລ້ານໂດລາສະຫະລັດ ໂດຍແມ່ນທຶນຂອງ ບໍລິສັດເກຣເຕີເບ ເຊິ່ງເປັນບໍລິສັດທີ່ນອນ ຢູ່ໃນກຸ່ມບໍລິສັດດອກງິ້ວຄຳ, ໄລຍະການສຳປະທານ 50 ປີ, ພາຍຫລັງໝົດສັນຍາ ແມ່ນຈະມອບໃຫ້ລັດເປັນຜູ້ຄຸ້ມຄອງຕໍ່ໄປ.

ຂ່າວ-ພາບ: ສຸກສະຫວັດ

KPL

ຂ່າວອື່ນໆ

ads
ads

Top