ກົມພາສີ ກະຊວງການເງິນ ສະຫລອງວັນພາສີສາກົນ ປະຈຳປີ 2023

01/02/2023 16:15
Email Print 1012
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມານີ້, ກົມພາສີ ກະຊວງການເງິນ ຈັດພິທີສະເຫລີມສະຫລອງ ວັນພາສີສາກົນປະຈຳປີ 2023 ແລະ ມອບໃບຍ້ອງຍໍຈາກ ອົງການພາສີໂລກ ໂດຍການເປັນປະທານຂອງ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ, ມີຮອງຫົວໜ້າກົມພາສີ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ​ເມື່ອ​ບໍ່​ດົນ​ມານີ້, ກົມພາສີ ກະຊວງການເງິນ ຈັດພິທີສະເຫລີມສະຫລອງ ວັນພາສີສາກົນປະຈຳປີ 2023 ແລະ ມອບໃບຍ້ອງຍໍຈາກ ອົງການພາສີໂລກ ໂດຍການເປັນປະທານຂອງ ທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີກະຊວງການເງິນ, ມີຮອງຫົວໜ້າກົມພາສີ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ພູເຂົາຄຳ ວັນນະວົງໄຊ ໄດ້ມີຄຳເຫັນວ່າ: ການສະເຫລີມສະຫລອງ ວັນພາສີສາກົນ ເພື່ອສະແດງເຖິງ ການປະກອບສ່ວນຢ່າງຕັ້ງໜ້າ ຂອງກົມພາສີລາວ ຕໍ່ບັນດາວຽກງານ ອົງການາສີໂລກ ໃນນາມເປັນສະມາຊິກຂອງອົງການພາສີໂລກ ແລະ ປີນີ້ເປັນການສະເຫລີມສະຫລອງ ຄົບຮອບ 70 ປີ ຂອງອົງການພາສີໂລກ (WCO) ​ເປັນອົງການຈັດຕັ້ງທີ່ມີ ເອກະລັກສະເພາະ ເພື່ອການຮ່ວມມືສາກົນ ແລະ ແລກປ່ຽນຄວາມຮູ້ດ້ານວຽກງານພາສີ.

​ໂອກາດ​ດຽວ​ກັນ, ຍັງໄດ້ມອບໃບຍ້ອງຍໍ ຈາກອົງການພາສີໂລກ ໃຫ້ແກ່ເຈົ້າໜ້າທີ່ພາສີ ຈຳນວນ 20 ທ່ານ ທີ່ໄດ້ປະຕິບັດວຽກງານ ທີ່ພົ້ນເດັ່ນດ້ວຍ ຄຳຂວັນປະຈຳປີ ທີ່ອົງການພາສີໂລກ ໄດ້ກຳນົດຂຶ້ນດັງຄຳຂວັນທີ່ວ່າ “ບຳລຸງສ້າງຄົນລຸ້ນໃໝ່, ຊຸກຍູ້ວັດທະນະທຳ ແບ່ງປັນຄວາມຮູ້ ແລະ ຄວາມພາກພູມໃຈໃນອາຊີບພາສີ” ເພື່ອເນັ້ນໜັກເຖິງການສ້າງ ຄວາມສະດວກໃຫ້ແກ່ ການແລກປ່ຽນຄວາມຮູ້, ເພີ່ມທະວີຄວາມພາກພູມໃຈໃນ ການເປັນສ່ວນໜຶ່ງ ຂອງລັດຖະການພາສີ ແລະ ຂອງປະຊາຄົມພາສີທົ່ວໂລກ.

ຂ່າວ-ພາບ: ກະຊວງ​ການ​ເງິນ

KPL

ຂ່າວອື່ນໆ

ads
ads

Top