ຫ້ອງວ່າການສູນກາງພັກ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

01/02/2023 11:30
Email Print 715
ຂປລ ຂປລ. ຫ້ອງວ່າການສູນກາງພັກ ຈັດປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20/1/1949-20/1/2023) ແລະ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 67 ປີ (1/2/1956-1/2/2023) ໃນວັນທີ 1 ກຸມພາ 2023, ມີຄະນະຫ້ອງວ່າການສູນກາງພັກ, ຄະນະກົມ, ຄະນະພະແນກ ແລະ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ຂປລ. ຫ້ອງວ່າການສູນກາງພັກ ຈັດປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20/1/1949-20/1/2023) ແລະ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 67 ປີ (1/2/1956-1/2/2023) ໃນວັນທີ 1 ກຸມພາ 2023, ມີຄະນະຫ້ອງວ່າການສູນກາງພັກ, ຄະນະກົມ, ຄະນະພະແນກ ແລະ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນ ນັກຮົບເກົ່າແຫ່ງຊາດ ໄດ້ຫວນຄືນປະຫວັດມູນເຊື້ອ ແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ ລວມທັງຜົນງານ ແລະ ໄຊຊະ ນະ ທີ່ກອງທັບປະຊາຊົນລາວຍາດ​ມາ​ໄດ້ ຕະຫລອດໄລຍະ 74  ປີຜ່ານມາ. ກອງທັບປະຊາຊົນລາວ ກຳເນີດເກີດຂຶ້ນ ໃນທ່າມກາງປະເທດຊາດ ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວ ໂດຍພາຍໃຕ້ການນຳພາຂອງພັກ ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮື້ຂຶ້ນຕໍ່ສູ້ຕ້ານການຮຸກຮານ ຢ່າງເປັນຂະບວນຟົດຟື້ນ ໃນທົ່ວປະເທດ, ໃນວັນທີ 20 ມັງກອນ 1949 ກອງທັບລາວອິດສະຫລະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດ ຂອງກອງທັບເຮົາ ໃນປັດຈຸບັນ) ຢູ່ເຂດລາວຮຸ່ງ ພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳບັນຊາໂດຍກົງ, ນັບແຕ່ກອງທັບໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ຮັບພາລະອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກ ກະພັດຜູ້ຮຸກຮານທັງແບບເກົ່າ ແລະ ​ແບບໃໝ່ ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອກວ່າ ເພື່ອປົກປັກຮັກສາປະເທດຊາດ ດ້ວຍນ້ຳໃຈຮັກຊາດ ເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນ ກອງ ທັບໄດ້ຮ່ວມກັບປະຊາຊົນລາວບັນດາ ເຜົ່າສືບຕໍ່ດຳເນີນການ ຕໍ່ສູ້ຢ່າງອົງອາດກ້າຫານ ຍິ່ງຕີຍິ່ງໄດ້ຮັບໄຊຊະນະ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບໃໝ່ ສາທາລະນະລັດປະ ຊາທິປະໄຕປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ໂອກາດ​ດຽວ​ກັນ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງກຳມະບານລາວ ກໍໄດ້ຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນກໍາມະບານລາວ ຕະຫລອດໄລ ຍະຜ່ານມາ, ເຊິ່ງສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງ ຫ້ອງການກໍາມະບານລາວຂຶ້ນ ໃນວັນທີ 1 ກຸມພາ 1956 ຢູ່ເຂດທີ່ໝັ້ນແຂວງຫົວພັນ ເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກໍາມະກອນ, ຊາວຜູ້ອອກ ແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ທັດສະນະຊົນຊັ້ນກໍາມະ ກອນ, ຄວາມຕື່ນຕົວທາງດ້ານ ຊົນຊັ້ນຢ່າງຈະແຈ້ງ; ເປັນຕົວແທນໃຫ້ແກ່ ການປົກປ້ອງສິດ ຜົນປະໂຫຍດອັນຊອບທໍາ ຂອງກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ; ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນ ສູ່ສັງຄົມນິຍົມ. ຕະຫລອດໄລຍະຜ່ານມາສູນກາງພັກ ໄດ້ເອົາໃຈໃສ່ປັບປຸງ ການຈັດຕັ້ງກໍາມະບານລາວ ໃຫ້ມີຄວາມໜັກ   ແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງໜ້າທີ່ຕົ້ນຕໍຂອງກໍາມະບານ ໄດ້ຖືເອົາວຽກງານໂຄສະນາ ການປະຕິບັດແນວທາງ ນະໂຍບາຍຂອງພັກແຕ່ລະໄລຍະ ເປັນເນື້ອໃນໃຈກາງ ຂອງການເຄື່ອນໄຫວ ສ້າງຂະບວນການຕ່າງໆ, ທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາ ເຂດປົດປ່ອຍໃຫ້ເຂັ້ມແຂງ, ປຸກລະດົມຊຸກຍູ້ ຂະບວນການຕໍ່ສູ້ ຂອງມະຫາຊົນໃຫ້ຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນແນວທາງ ນະໂຍບາຍຂອງພັກ ສັນຕິພາບ ເອກະລາດ ປະຊາທິປະໄຕ ແລະ ເອກະພາບ”. ພາຍໃຕ້ການນໍາພາຂອງພັກ ອົງການຈັດຕັ້ງກໍາມະບານລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານ ຈໍານວນ ແລະ ຄຸນນະພາບ, ໄດ້ສືບຕໍ່ປັບປຸງພາລະບົດບາດ, ໜ້າທີ່ແບບແຜນວິທີເຮັດວຽກ, ໂຄງປະ ກອບບຸກຄະລາກອນ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກໍາມະບານ ໄປສູ່ຂົງເຂດຫົວໜ່ວຍ ທຸລະກິດເອກະຊົນ ແລະ ການລົງທຶນຂອງຕ່າງປະເທດ, ປະກອບສ່ວນເຂົ້າໃນການປຸກລະດົມ, ສຶກສາອົບ ຮົມຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ເປັນເຈົ້າການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຂ່າວ: ກິດຕາ


KPL

ຂ່າວອື່ນໆ

ads
ads

Top