ຫລວງພະບາງຈັດ ປະກາດອະໄພຍະໂທດ ຜູ້ມີຄວາມກ້າວໜ້າ

01/02/2023 11:15
Email Print 428
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ວັນທີ 31 ມັງກອນ 2023 ນີ້, ຢູ່ອົງ ການໄອຍະການປະຊາຊົນ ແຂວງຫລວງພະບາງ ຈັດພິທີປະກາດການອະໄພຍະໂທດ ແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າ ປະຈໍາປີ 2022 ໂດຍອີງຕາມລັດຖະດໍາລັດ ສະບັບເລກທີ 206/ປປທ ລົງວັນທີ 30 ພະຈິກ 2023 ວ່າດ້ວຍການອະໄພຍະໂທດ ແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ.

ຂປລ. ​ແຫ​ລ່ງຂ່າວ​ຈາກ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ວັນທີ 31 ມັງກອນ 2023 ນີ້, ຢູ່ອົງ ການໄອຍະການປະຊາຊົນ ແຂວງຫລວງພະບາງ ຈັດພິທີປະກາດການອະໄພຍະໂທດ ແກ່ນັກໂທດຜູ້ທີ່ມີຄວາມກ້າວໜ້າ ປະຈໍາປີ 2022 ໂດຍອີງຕາມລັດຖະດໍາລັດ ສະບັບເລກທີ 206/ປປທ ລົງວັນທີ 30 ພະຈິກ 2023 ວ່າດ້ວຍການອະໄພຍະໂທດ ແກ່ນັກໂທດທີ່ມີຄວາມກ້າວໜ້າ ໃນຂອບເຂດທົ່ວປະເທດ.

ການປະຕິບັດວຽກງານອະໄພຍະໂທດ ຂອງຄະນະກໍາມະການ ອະໄພຍະໂທດ ແຂວງຫລວງພະບາງ ໄດ້ດໍາເນີນໄປຕາມຂັ້ນຕອນ ແລະ ລະບຽບການ ແລະ ເປັນໜູ່ຄະນະ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ ເຊິ່ງເລີ່ມແຕ່ຂັ້ນຕອນ ຂອງການຄົ້ນຄວ້າ ຄັດເລືອກ ໄຈ້ແຍກຜູ້ທີ່ກ້າວໜ້າ ແລະ ການຄົ້ນຄວ້າຕົກລົງນໍາສະເໜີ ບັນຊີລາຍຊື່ນັກໂທດ ທີ່ເຫັນວ່າມີເງື່ອນໄຂ ຕາມທີ່ໄດ້ກໍານົດໄວ້ ໃນລັດຖະບັນຍັດ ວ່າດ້ວຍການອະໄພຍະໂທດ ປີນີ້ ແມ່ນຮັບປະກັນຄວາມຖືກຕ້ອງ ຄົບຖ້ວນ, ຊັດເຈນ ແລະ ທັນຕາມກໍານົດເວລາ ທີ່ຂັ້ນເທິງໄດ້ກໍານົດໄວ້. ສຳລັບ, ນັກໂທດທີ່ໄດ້ຮັບ ການອະໄພຍະໂທດ ຕາມດໍາລັດ ຂອງປະທານປະເທດ ໃນປີ 2022 ຈໍານວນ 130 ຄົນ, ຍິງ 31 ຄົນ. ໃນນັ້ນ, ຕະຫລອດຊີວິດ 5 ຄົນ, ຂໍ້ຫາຢາເສບຕິດ 114 ຄົນ, ຍິງ 31 ຄົນ, ຕະຫລອດຊີວິດ 5 ຄົນ, ຍິງ 0 ຄົນ.

ໂອກາດນີ້, ທ່ານ ບຸນເລື່ອນ ມະນີວົງ ປະທານຄະນະກໍາມະການ ອະໄພຍະໂທດຂັ້ນແຂວງ, ຮອງເຈົ້າແຂວງຫລວງພະບາງ ​ໄດ້​ມີ​ຄຳ​ເຫັນວ່າ: ຜູ້ທີ່ໄດ້ຮັບການອະໄພຍະໂທດ ຜ່ອນໂທດ ແລະ ອະໄພຍະໂທດ ປ່ອຍຕົວໃນຄັ້ງນີ້ ແລະ ບັນດານັກໂທດ ທີ່ພວມປະຕິບັດໂທດ ຢູ່ຄ້າຍຄຸມຂັງ-ດັດສ້າງ ທຸກຄົນ ໃຫ້ສໍານຶກຄືນຕໍ່ການກະທໍາຜິດຂອງຕົນເອງ, ແລ້ວຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນຜູ້ທີ່ຫ້າວ ຫັນ ເປັນນັກໂທດທີ່ດີ ໃນຊູມປີຕໍ່ໄປ, ສືບຕໍ່ປະຕິບັດກົດລະບຽບ ຂອງຄ້າຍຄຸມຂັງຢ່າງເຂັ້ມງວດ, ຈິງໃຈໃຊ້ແທນຄ່າເສຍຫາຍ, ຄ່າປັບໃໜຕາມຄໍາຕັດສິນຂອງສານ ເພື່ອເຮັດໃຫ້ຕົນເອງກາຍເປັນ ນັກໂທດທີ່ດີເດັ່ນໃນຊຸມປີຕໍ່ໜ້າ ເພື່ອຈະຮັບນະໂຍບາຍຂອງພັກ ແລະ ລັດຖະບານ ໃຫ້ບັນດານັກໂທດ ທີ່ພວມປະຕິບັດໂທດ ຈົ່ງເຊື່ອໜັ້ນຕໍ່ການນໍາພາຂອງ ພັກ-ລັດ, ຍົກສູງສະຕິຕໍ່ການເຄົາລົບ ປະຕິບັດກົດລະບຽບຢູ່ຄ້າຍຂຸມຂັງ ແລະ ກົດໜາຍຢ່າງເຂັ້ມງວດ, ຕັ້ງໜ້າປະຕິບັດພາລະໜ້າທີ່ ເປັນພົນລະເມືອງດີຂອງຊາດ, ຍົກສູງສະຕິ ເປັນເຈົ້າຂອງປະເທດຊາດ, ຮັກບ້ານເກີດເມືອງນອນ, ຮັກສາລະບອບໃໜ່ ລະບອບປະຊາ ທິປະໄຕຢ່າງແທ້ຈິງ.

ຂ່າວ: ວົງເດືອນ ສຸພັນທອງ

KPL

ຂ່າວອື່ນໆ

ads
ads

Top