ພະນັກງານ ຫ້ອງວ່າການສູນກາງພັກ ຍົກລະດັບວຽກເສນາທິການ ຮັບໃຊ້ການນຳ

31/01/2023 15:28
Email Print 631
ຂປລ ຂປລ. ໃນລະຫວ່າງວັນທີ 30-31 ມັງກອນ 2023 ນີ້, ຫ້ອງວ່າການສູນກາງພັກ ຈັດຊຸດອົບຮົມວຽກງານການເປັນເສນາທິການຮັບໃຊ້ການນຳ ເພື່ອຍົກສູງຄວາມຮູ້ ຄວາມສາມາດໃນການປະຕິບັດວຽກງານຕົວຈິງ ໃຫ້ພະນັກພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ນັບມື້ມີປະສິດທິຜົນສູງຂຶ້ນ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 68 ປີ

 

ຂປລ. ໃນລະຫວ່າງວັນທີ 30-31 ມັງກອນ 2023 ນີ້, ຫ້ອງວ່າການສູນກາງພັກ ຈັດຊຸດອົບຮົມວຽກງານການເປັນເສນາທິການຮັບໃຊ້ການນຳ ເພື່ອຍົກສູງຄວາມຮູ້ ຄວາມສາມາດໃນການປະຕິບັດວຽກງານຕົວຈິງ ໃຫ້ພະນັກພະນັກງານ-ລັດຖະກອນ ພາຍໃນຫ້ອງວ່າການສູນກາງພັກ ໃຫ້ນັບມື້ມີປະສິດທິຜົນສູງຂຶ້ນ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 68 ປີ (24 ມີນາ 1955-24 ມີນາ 2023) ໃຫ້ມີເນື້ອໃນເລິກເຊິ່ງ ແລະ ເປັນຂະບວນການຝົດຟື້ນ.

ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮຽນຮູ້ຫລາຍບົດຮຽນທີ່ສຳຄັນ ເປັນຕົ້ນ ຄູ່ມາດຕະເກນພື້ນຖານຂອງວິທີສັດຈະວິພາກວັດຖຸນິຍົມ, ວິທີວິທະຍາໃນການຄົ້ນຄວ້າວິທະຍາສາດ, ວິທີສຳຫລວດແບບສັງຄົມສາດ, ວິທີຄົ້ນຄວ້າເຊີງຄຸນນະພາບ ແລະ ວິທີຄົ້ນຄວ້າເຊີງປະລິມານ ແລະ ບາງບົດຮຽນພື້ນຖານກ່ຽວກັບການຂຽນບົດລາຍງານ ຮັບໃຊ້ການນຳ ແລະ ການຮ່າງມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ. ພ້ອມນັ້ນ, ຍັງໄດ້ ສົນທະນາແລກປ່ຽນຄຳຄິດຄຳເຫັນດ້ວຍບັນຍາກາດຟົດຟື້ນ,ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ກຳໄດ້ບັນຫາທາງດ້ານທິດສະດີ ແລະ ພຶດຕິກຳ ເພື່ອໝູນໃຊ້ໃນວຽກງານຕົວຈິງຂອງຕົນແນໃສ່ຍົກສູງວຽກງານ ການເປັນເສນາທິການຮັບໃຊ້ໃຫ້ແກ່ການນຳ ​ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.

 ໂອກາດນີ້, ສະຫາຍທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ​ໄດ້ເນັ້ນໃຫ້ ພະນັກງານ-ລັດຖະກອນທີ່ເຂົ້າຝຶກອົບຮົມຄັ້ງ​ນີ້, ນຳເອົາບົດຮຽນທີ່ເປັນປະໂຫຍດ ໄປຈັດຕັ້ງຜັນຂະຫຍາຍ  ​ແລະ ໜູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີຜົນສໍາເລັດໃໝ່ ນັບມື້ສູງເດັ່ນຂຶ້ນກວ່າເກົ່າ ຕອບສະໜອງໄດ້ກັບຄວາມຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່.


 

KPL

ຂ່າວອື່ນໆ

ads
ads

Top