ນາຍົກລັດຖະມົນຕີ ຕ້ອນຮັບປະທານ ຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ

31/01/2023 15:19
Email Print 494
ຂປລ ຂປລ. ໃນວັນທີ 30 ມັງກອນ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຢໍ ບາທາຣ໌ບີເລັກ(Yo. BAATARBILEG) ສະມາຊິກສະພາຄູຣານໃຫຍ່, ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ປະຈໍາສະພາຄູຣານໃຫຍ່ ແຫ່ງ ມົງໂກລີ

 

       ຂປລ. ໃນວັນທີ 30 ມັງກອນ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ  ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຢໍ ບາທາຣ໌ບີເລັກ(Yo. BAATARBILEG) ສະມາຊິກສະພາຄູຣານໃຫຍ່, ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ປະຈໍາສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ພ້ອມຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 28 ມັງກອນ ຫາ ວັນທີ 3 ກຸມພາ 2023.
  ໂອກາດນີ້
, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຢໍ ບາທາຣ໌ບີເລັກ ພ້ອມຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ  ລາວ-ມົງໂກລີ, ມົງໂກລີ-ລາວ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນເປັນກ້າວໆ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃນໄລຍະຜ່ານມາ ເຫັນວ່າ ການນຳຂັ້ນສູງ ຂອງສອງປະເທດ ໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ໂດຍສະເພາະ ໄລຍະກ່ອນ ເກີດການແຜ່ລະບາດ ຂອງພະຍາດໂຄວິດ-19. ຄຽງຄູ່ກັນນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງ ກໍມີການພົວພັນຮ່ວມມືກັນ ໃນຂົງເຂດວຽກງານຕ່າງໆ ເປັນຕົ້ນ ຂະແໜງກະສິກຳ, ສາທາລະນະສຸກ, ສຶກສາ (ການພັດທະນາຊັບພະຍາກອນມະນຸດ) ແລະ ອື່ນໆ ຊຶ່ງການພົວພັນຮ່ວມມືເຫລົ່ານັ້ນ ລ້ວນແຕ່ມີປະສິດທິພາບ ແລະ ປະສິດທິຜົນ ເປັນຢ່າງດີ. ອັນພົ້ນເດັ່ນ ໃນປີ 2022 ຜ່ານມາ ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ ແລະ ມົງໂກລີ, ມົງໂກລີ-ລາວ ໂດຍໄດ້ຈັດກິດຈະກຳຕ່າງໆ ເພື່ອສະເຫລີມສະຫລອງວັນສຳຄັນທາງປະຫວັດສາດດັ່ງກ່າວ ມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນຢ່າງດີ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢ້ຽມ ຢາມຖາມຂ່າວ ແລະ ຄຳເຊື້ອເຊີນຜ່າທ່ານ ຢໍ ບາທາຣ໌ບີເລັກ ໄປຍັງທ່ານນາຍົກລັດຖະມົນຕີ ແລະ ທ່ານປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ເພື່ອມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ, ທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ຢ່າງສຸດຄວາມສາມາດ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ມົງໂກລີ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ບໍ່ຢຸດຢັ້ງ ໂດຍຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າ ມົງໂກລີ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຕື່ມອີກ.
  ໂອກາດດຽວກັນ
, ທ່ານ ຢໍ ບາທາຣ໌ບີເລັກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ, ພ້ອມທັງ ລາຍງານໃຫ້ຊາບກ່ຽວກັບຈຸດປະສົງ ແລະ ຜົນສຳເລັດເບື້ອງຕົ້ນ ໃນການເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ສອງມື້ຜ່ານມາ. ພ້ອມນັ້ນ, ກໍໄດ້ສະເໜີທ່ານ ນາຍົກລັດຖະມົນຕີ ສືບຕໍ່ຊຸກຍູ້ການພົວພັນຮ່ວມມື ທາງດ້ານເສດຖະກິດຂອງສອງປະເທດ ໂດຍສະ ເພາະ ການຄ້າ, ການລົງທຶນ, ການຜະລິດກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ນັບມື້ມີຜົນສຳເລັດຫລາຍຂຶ້ນເປັນກ້າວໆ, ເນື່ອງຈາກວ່າ ໃນເງື່ອນໄຂປັດຈຸບັນ ແມ່ນມີສິ່ງອຳນວຍຄວາມສະດວກຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ການຂົນສົ່ງຜ່ານເສັ້ນທາງລົດໄຟ ລາວ-ຈີນ, ລວມທັງ ແຜນການຮ່ວມມືກັນໃນຕໍ່ໜ້າ ໃນການພິຈາລະນາເປີດສາຍການບິນໂດຍກົງ ລະຫວ່າງ ລາວ-ມົງໂກລີ ແລະ ມົງໂກລີ-ລາວ.

ຂ່າວ: ກົມ​ປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ

ads
ads

Top