ເຜີຍແຜ່ເນື້ອໃນກອງປະຊຸມວຽກງານ ການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

31/01/2023 14:43
Email Print 702
ຂປລ ຂປລ. ກະຊວງການຕ່າງປະເທດ ເຜີຍແຜ່ເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949- 20 ມັງກອນ 2023) ໃນວັນທີ 31 ມັງກອນ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,

 

ຂປລ. ກະຊວງການຕ່າງປະເທດ ເຜີຍແຜ່ເນື້ອໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949- 20 ມັງກອນ 2023) ໃນວັນທີ 31 ມັງກອນ 2023 ພາຍໃຕ້ການເປັນປະທານຂອງ ສະຫາຍ ຕິ່ງ ສຸກສັນ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ-ຄະນະນຳ, ສະມາຊິກພັກ ​ແລະ ພະນັກງານ-ລັດຖະກອນ ພາຍ​ໃນກະຊວງເຂົ້າຮ່ວມ.
   
​ໃນ​ພິທີ, ສະຫາຍ ຕິ່ງ ສຸກສັນ ໄດ້ຍົກ​ໃຫ້​ເຫັນເຖິງເນື້ອໃນທີ່ສຳຄັນ ຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ທີ່ຜ່ານມາ ​ໂດຍເນື້ອໃນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການນຳພາ-ຊີ້ນຳຂອງພັກ ເຊິ່ງຍາມໃດກໍຖືວ່າ ວຽກງານການເມືອງ-ແນວຄິດ ເປັນວຽກງານກົກໃນການກໍ່ສ້າງປັບປຸງພັກເປັນປັດໄຈສຳຄັນ ຮັບປະກັນສະຖຽນລະພາບທາງດ້ານການ ເມືອງຄວາມໝັ້ນຄົງ ຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ. ໃນນັ້ນ ສະຫາຍ ໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານອ່ອນ-ຂໍ້ຄົົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອໃຫ້ຄະນະພັກ-ຄະນະນຳກະຊວງ, ບັນດາເລຂາໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານຂອງກະຊວງການຕ່າງປະເທດ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກໍາແໜ້ນ ເນື້ອໃນຈິດໃຈຂອງກອງປະຊຸມດັ່ງກ່າວ ແລະ ນໍາໄປຄົ້ນຄວ້າ ເພື່ອຫັນເປັນນິຕິກໍາລະອຽດ ແລະ ເປັນແຜນການເຄື່ອນໄຫວຕົວຈິງເຂົ້າໃນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ທັງເປັນການສ້າງກໍາລັງແຮງແຫ່ງຄວາມເປັນເອກະພາບດ້ານການເມືອງ, ແນວຄິດ ແລະ ກໍາລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນ, ກໍເພື່ອຍົກສູງຄວາມຮູ້ຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຄະນະພັກ, ບັນດາເລຂາໜ່ວຍພັກ ແລະ ສະມາຊິກພັກ ໃນການເປັນແບບຢ່າງນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ ໃຫ້ຢູ່ໃນທ່າບຸກ ແລະ ມີການຫັນປ່ຽນທີ່ດີຂຶ້ນເປັນກ້າວໆ.  
  ​ໃນ​ໂອກາດ​ດຽວ​ກັນ, ສະຫາຍ ຕິ່ງ ສຸກສັນ ຍັງໄດ້ເຜີຍແຜ່ເອກະສານ ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ວັນທີ
20 ມັງກອນ ຄົບຮອບ 74 ປີ ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ ຂອງກະຊວງການຕ່າງປະເທດ ໄດ້ຮັບຮູ້, ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນຂອງວັນດັ່ງກ່າວ ໂດຍສະຫາຍ ໄດ້ຍົກໃຫ້ເຫັນເຖິງທາດແທ້ ມູນເຊື້ອປະຕິວັດຂອງຊາດລາວເຮົາ, ການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຍຸດຢັ້ງ, ຜົນງານອັນໃຫຍ່ຫລວງຂອງກອງທັບປະຊາຊົນລາວ, ມູນເຊື້ອການຕໍ່ສູ້ພິລະອາດຫານ, ຜົນງານອັນໃຫຍ່ຫລວງຂອງວິລະຊົນລາວ ທີ່ຍາດມາໄດ້ ຕະຫລອດໄລຍະ 74 ປີ ຜ່ານມາ.

KPL

ຂ່າວອື່ນໆ

ads
ads

Top