ປະຊາຊົນບ້ານພູກະທະ ຈະມີອາຊີບໝັ້ນຄົງ ແລະ ຕະຫລາດຄ້າ-ຂາຍກະສິກຳ

31/01/2023 11:41
Email Print 578
ຂປລ *ຫລັງຈາກໂຄງການສົ່ງເສີມຜະລິດກະສິກຳ ແລະ ສ້າງຕະຫລາດ ໄດ້ຍືນມືເຂົ້າມາຊ່ວຍເຫລືອ ໃຫ້ແກ່ປະຊາຊົນບ້ານພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ໂດຍສະເພາະແມ່ນ ໄດ້ຝຶກອົບຮົມເຕັກນິກ ການເຮັດຝຸ່ນທຳມະຊາດ, ຜະລິດຢາສະໝູນໄພ ປາດສະຕູພືດ, ການເຮັດເຮືອນ ຮົ່ມປູກຜັກ, ເຕັກນິກລ້ຽງສັດຕິດພັນ ກັບການສ້າງຕະຫລາດ .



*ຫລັງຈາກໂຄງການສົ່ງເສີມຜະລິດກະສິກຳ ແລະ ສ້າງຕະຫລາດ ໄດ້ຍືນມືເຂົ້າມາຊ່ວຍເຫລືອ ໃຫ້ແກ່ປະຊາຊົນບ້ານພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ໂດຍສະເພາະແມ່ນ ໄດ້ຝຶກອົບຮົມເຕັກນິກ ການເຮັດຝຸ່ນທຳມະຊາດ, ຜະລິດຢາສະໝູນໄພ ປາດສະຕູພືດ, ການເຮັດເຮືອນ ຮົ່ມປູກຜັກ, ເຕັກນິກລ້ຽງສັດຕິດພັນ ກັບການສ້າງຕະຫລາດ ໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ເພື່ອຫວັງສົ່ງເສີມ ໃຫ້ປະຊາຊົນມີອາຊີບ, ມີລາຍຮັບໝັ້ນຄົງເຂົ້າ ໃນການແກ້ໄຂ ຄວາມຊີວິດການເປັນຢູ່ ແລະ ຄວາມທຸກຍາກ ໃຫ້ນັບມື້ຫລຸດລົງເທື່ອລະກ້າວ.

          ທ່ານ ນາງ ພັນສະໄໝ ພົມມີໄຊ ຜູ້ປະສານງານໂຄງການສົ່ງເສີມຜະລິດກະສິກຳ ແລະ ສ້າງຕະຫລາດຊຸມຊົນ ໄດ້ໃຫ້ສຳພາດວ່າ: ຈຸດປະສົງຂອງໂຄງການ ແມ່ນເພື່ອສ້າງອາຊີບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນຊົນນະບົດ ໃຫ້ມີການພັດທະນາດີຂຶ້ນ ທັງກ້າວໄປສູ່ການຫລຸດພົ້ນ ອອກຈາກ ຄວາມທຸກຍາກເທື່ອລະກ້າວ ຊຶ່ງໂຄງການມີແຜນສົ່ງເສີມ ປະຊາຊົນບ້ານພູກະທະ ໃຫ້ສາມາດທຳການຜະລິດ ເປັນສິນຄ້າໃນຕໍ່ໜ້າ. ສຳລັບໜ້າວຽກຂອງໂຄງການປະກອບມີ ສ້າງຕະຫລາດຊຸມຊົນ, ພັດທະນາອາຊີບ ແລະ ປັບປຸງຄຸນນະພາບຂອງດິນ ໃຫ້ແກ່ປະຊາຊົນຜູ້ທຸກຍາກ ກໍ ຄືຜູ້ສົນໃຈ ຢາກປະກອບອາຊີບ ກະສິກຳການປູກ-ການລ້ຽງ ຂອງບ້ານພູກະທະ ຊຶ່ງໃນເບື້ອງຕົ້ນ ກໍໄດ້ຈັດຕັ້ງປະຕິບັດ ໂຄງການແດ່ແລ້ວ ໂດຍສະເພາະແມ່ນ ໄດ້ສ້າງຕະຫລາດ ການຄ້າ-ຂາຍຊຸມຊົນ ໃນບ້ານພູກະທະ ແລະ ຄາດວ່າ ເດືອນມີນາທີ່ຈະມາເຖິງນີ້ ຈະໃຫ້ສຳເລັດ ທັງສາມາດນຳເອົາ ຜົນຜະລິດ ມາວາງຈຳໜ່າຍ. ຂະນະທີ່ປັດຈຸບັນນີ້ ກໍໄດ້ຈັດຕັ້ງປະຕິບັດ ໃນການຝຶກອົບຮົມ ດ້ານປັບປຸງຊີວິດການເປັນຢູ່ ໃຫ້ແກ່ປະຊາຊົນ ຊຶ່ງການຈັດຕັ້ງດັ່ງກ່າວ ກໍໄດ້ແບ່ງອອກເປັນສອງໄລຍະ ຄື: ໄລຍະທີໜຶ່ງແມ່ນຝຶກອົບຮົມ ເຕັກນິກດ້ານການປູກຜັກ ແລະ ປັບປຸງດິນ ແລະ ຄາດວ່າເດືອນມີນາ ທີ່ຈະ ເຖິງນີ້ ຈະໄດ້ພ້ອມກັນ ຈັດຕັ້ງຝຶກອົບຮົມ ເຕັກນິກການລ້ຽງສັດ ໃຫ້ແກ່ປະຊາຊົນຕື່ມ. ໂດຍອີງຕາມການສຳຫລວດເບື້ອງຕົ້ນ ແລະ ປຶກສາກັບຄະນະ ຊີ້ນຳໂຄງການ ຊຶ່ງແມ່ນນາຍບ້ານ ກໍຄືອຳນາດການປົກຄອງ ເພິ່ນກໍສະເໜີວ່າ: ການສົ່ງເສີມລ້ຽງສັດ ແມ່ນເອົາສັດຂະໜາດນ້ອຍ ແລະ ອາຍຸສັ້ນ ໂດຍສະເພາະແມ່ນເປັດ, ໄກ່, ປາ ແລະ ລ້ຽງແບ້.    

          ທ່ານ  ນາງ ພັນສະໄໝ ກ່າວຕື່ມວ່າ: ສຳລັບເປົ້າໝາຍຂອງໂຄງການແມ່ນເລັ່ງໃສ່ ຄອບຄົວທຸກຍາກພາຍໃນ ບ້ານພູກະທະມີທັງໝົດ 8 ຄອບຄົວ. ຂະນະທີ່ກໍໄດ້ເປີດກວ້າງ ໃຫ້ຄອບຄົວອື່ນໆ ທີ່ສົນໃຈຢາກເຂົ້າຮ່ວມໂຄງການ ເພື່ອປັບປຸງຊີວິດການເປັນຢູ່ ໃຫ້ດີຂຶ້ນກວ່າເກົ່າ ກໍສາມາດເຂົ້າ ຮ່ວມ. ພາຍຫລັງໄດ້ແຈ້ງມາ ຫານາຍບ້ານບ້ານດັ່ງກ່າວ ຊຶ່ງນອກຈາກຄອບຄົວເປົ້າໝາຍແລ້ວ ກໍຍັງມີຄອບຄົວອື່ນ ມີຄວາມສົນໃຈ ແລະ ເຂົ້າຮ່ວມຫລາຍກວ່າ 20 ຄອບຄົວ. ແນວໃດກໍດີເປົ້າໝາຍ ຂອງໂຄງການແມ່ນລົງ ບ້ານພູກະທະເປັນບ້ານທຳອິດ ຊຶ່ງໃນຕໍ່ໜ້າຖ້າວ່າ ເຫັນຜົນໄດ້ຮັບດີ ແລະ ເຫັນຜົນສຳເລັດ ໄດ້ກໍມີແຜນຂະຫຍາຍໄປບ້ານອື່ນໆ ທີ່ຍັງມີຄອບຄົວທຸກຍາກຫລາຍ ໃນເຂດຊົນນະບົດ. ສຳລັບໂຄງການສົ່ງ ເສີມຜະລິດກະສິກຳ ແລະ ສ້າງຕະຫລາດໃຫ້ແກ່ປະຊາຊົນ ບ້ານພູກະທະ ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການກອງທຶນ ສິ່ງແວດລ້ອມໂລກ ແຜນງານຂະ ໜາດໜ້ອຍ ທີ່ຂຶ້ນກັບ ຢູເອັມພີພີ (UMPP).  


ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top