ສານເຄມີ 3 ຊະນິດ ທາງກະສິກຳທີ່ອັນຕະລາຍຕໍ່ສຸຂະພາບ

31/01/2023 11:30
Email Print 493
ຂປລ ສານເຄມີທາງກະສິກຳ ທີ່ໃຊ້ສຳລັບຂ້າແມງໄມ້, ຂ້າຫຍ້າ, ກຳຈັດເຊື້ອລາ ແລະ ອື່ນໆ ລວມທັ້ງສານຂ້າໜູ ລ້ວນມີປະໂຫຍດໃນການປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍຕໍ່ພືດ, ເພີ່ມຜົນຜະລິດ ແລະ ເພີ່ມລາຍໄດ້.

ສານເຄມີທາງກະສິກຳ ທີ່ໃຊ້ສຳລັບຂ້າແມງໄມ້, ຂ້າຫຍ້າ, ກຳຈັດເຊື້ອລາ ແລະ ອື່ນໆ ລວມທັ້ງສານຂ້າໜູ ລ້ວນມີປະໂຫຍດໃນການປ້ອງກັນບໍ່ ໃຫ້ເກີດຄວາມເສຍຫາຍຕໍ່ພືດ, ເພີ່ມຜົນຜະລິດ ແລະ ເພີ່ມລາຍໄດ້.
ແຕ່ຫາກໃຊ້ບໍ່ລະມັດລະວັງ ອາດມີຜົນກະທົບ ຕໍ່ສຸຂະພາບຂອງກະສິກອນ ແລະ ປະຊາຊົນຜູ້ບໍລິໂພກ ເຮັດໃຫ້ເກີດການເຈັບເປັນຢ່າງຮຸນແຮງ ເຊັ່ນ: ຕຸ່ມຄັນ, ຕຸ່ມແດງ, ເຈັບຫົວ, ມຶນງົງ, ແສບຕາ, ນ້ຳຕາໄຫລ, ອ່ອນເພຍ, ປວດຮາກ ແລະ ບາງຄົນອາດຮຸນແຮງ ເຖິງຂັ້ນ ເສຍຊີວິດ. ນອກນີ້ ຍັງເປັນສານຕົກຄ້າງ ສົ່ງຜົນຕໍ່ສຸຂະພາບ ໃນໄລຍະຍາວ ເຮັດໃຫ້ເກີດພະຍາດມະເຮັງ ແລະ ພະຍາດທາງລະບົບປະສາດ.

ດັ່ງນັ້ນ ກະຊິກອນ ຄວນຫລີກລ່ຽງ 3 ສານເຄມີທີ່ອັນຕະລາຍຕໍ່ສຸຂະພາບ ເຊັ່ນ:  ສານ ພາຣາຄວອດ (Paraquat) ເປັນສານທີ່ມີພິດສູງ ບໍ່ມີຢາຕ້ານພິດ ແລະ ໄດ້ມີການຍົກເລີກການ ໃຊ້ຢູ່ຫລາຍປະເທດທົ່ວໂລກ ຊຶ່ງພິດເຮັດໃຫ້ແສບຕາ, ຫາກຜິວໜັງ ມີບາດ ແຜສານເຄມີ ກໍຈະຊຶມເຂົ້າສູ່ຮ່າງກາຍຢ່າງໄວວາ ເຂົ້າໄປກັດບາດແຜ ແລະ ມີຜົນໄລຍະຍາວຕໍ່ລະບົບປະສາດ ເຮັດໃຫ້ເກີດພະຍາດພາກກິນສັນ (Parkinson). ສານ ຄໍໄພຣິຟອສ (Chlorpyrifos) ຜົນວິໄຈໃນຕ່າງປະເທດ ກວດພົບວ່າ ສົ່ງຜົນຕໍ່ພັດທະນາ ການທາງສະ ໝອງຂອງເດັກນ້ອຍ ທີ່ແມ່ໄດ້ຮັບສານ ລະຫວ່າງຖືພາ ເຮັດໃຫ້ເດັກນ້ອຍພັດທະນາຊ້າ, ຄວາມຈຳສັ້ນ IQ ຕ່ຳ ສົ່ງຜົນຕໍ່ລະບົບໄທຣອຍ ກະຕຸ້ນການຂະຫຍາຍຕົວ ຂອງເຊື້ອມະເຮັງລຳໄສ້. ສານ ໄກໂຟເຊັດ (Glyphosate) ສະຖາບັນວິໄຈມະເຮັງ ຂອງອົງການອານະໄມ ໂລກ ກຳນົດໃຫ້ເປັນສານ ທີ່ເຮັດໃຫ້ເກີດມະເຮັງf ກະຕຸ້ນການຂະຫຍາຍຕົວ ຂອງເຊື້ອມະເຮັງເຕົ້ານົມ, ເຮັດໃຫ້ເກີດພະຍາດ ໝາກໄຂ່ຫລັງຊໍາເຮື້ອ ແລະ ກະຕຸ້ນການເກີດ ພະຍາດຫລາຍຊະນິດເຊັ່ນ: ເບົາຫວານ, ພະຍາດຕຸ້ຍ, ຄວາມຈໍາເຊື່ອມ ແລະ ອື່ນໆ.

ການນຳໃຊ້ສານເຄມີທາງກະສິກຳ ບໍ່ວ່າຈະເປັນຊະນິດໃດ ກໍເປັນອັນຕະລາຍຕໍ່ຮ່າງກາຍ ທັງແບບຮຸນແຮງ ແລະ ຊຳເຮື້ອໄດ້ ປະຊາຊົນຈຶ່ງບໍ່ຄວນໃຊ້ ຫລື ສຳຜັດສານເຄມີຕ່າງໆ ແລະ ຄວນປ້ອງກັນຕົນເອງ. ແຕ່ຫາກຈຳເປັນຕ້ອງໃຊ້ ກໍໃຫ້ລະມັດລະວັງ ສຳຄັນ ຕ້ອງປະກອບຊຸດເຄື່ອງແບບ, ຜ້າອັດປາກ, ອັດດັງ ໃຫ້ດີ ຊຶ່ງກໍສາມາດຊ່ວຍໄດ້ລະດັບໜຶ່ງ ແຕ່ໃຫ້ດີແທ້ບໍ່ຄວນໃຊ້ເລີຍ.

KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top