ກອງພັນນ້ອຍ 414 ແຂວງອຸດົມໄຊ ເດັ່ນໃນການປູກຝັງ-ລ້ຽງສັດ

31/01/2023 11:26
Email Print 621
ຂປລ ກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ ສ້າງຕັ້ງຂຶ້ນໃນວັນທີ 11 ເດືອນ ສິງຫາ ປີ 2004 ປະກອບມີ 4 ກອງຮ້ອຍ ມີ 1 ສຳນັກງານ, ມີຈຳນວນພົນ 313 ສະຫາຍ ຍິງ 17 ສະຫາຍ ພະນັກງານ 178 ສະຫາຍ ນັກຮຽນ 134 ສະຫາຍ, ມີສາຍຕັ້ງຂຶ້ນກັບກອງບັນຊາການ ທະຫານແຂວງອຸດົມໄຊ .





ກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ ສ້າງຕັ້ງຂຶ້ນໃນວັນທີ 11 ເດືອນ ສິງຫາ ປີ 2004 ປະກອບມີ 4 ກອງຮ້ອຍ ມີ 1 ສຳນັກງານ, ມີຈຳນວນພົນ 313 ສະຫາຍ ຍິງ 17 ສະຫາຍ ພະນັກງານ 178 ສະຫາຍ ນັກຮຽນ 134 ສະຫາຍ, ມີສາຍຕັ້ງຂຶ້ນກັບກອງບັນຊາການ ທະຫານແຂວງອຸດົມໄຊ ມີໜ້າທີ່ປົກປ້ອງຮັກສາພື້ນທີ່ 2 ເຂດ ຄື ເຂດຫົວໜ້ຳງາ ແລະ ເຂດຫົວນ້ຳບາກ, ລວມ 14 ບ້ານ ທັງເຮັດໜ້າທີ່ຮັກສາເຂດ ຊາຍແດນ ລະຫວ່າງ ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ, ກອງພັນນ້ອຍ 414 ນອກຈາກຈະເຮັດວຽກ ຕາມພາລະບົດບາດ ຂອງຕົນແລ້ວ ຍັງໄດ້ເອົາໃຈໃສ່ເຂົ້າ ໃນການເພີ້ມພູນຜະລີດຜົນ ປູກຝັງ-ລ້ຽງສັດ ເພື່ອສະໜອງ ໃຫ້ແກ່ເຮືອນ ຄົວພາຍໃນກົມກອງ ແລະ ສ້າງລາຍຮັບໃຫ້ຕົນເອງຕື່ມອີກ. ທ່ານ ພັນໂທ ໄພວັນ ປັນຍາສິດ ເລຂາພັກຮາກຖານ ຫົວໜ້າການເມືອງກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ, ໄດ້ໃຫ້ສໍາພາດວ່າ: ພາຍໃນກອງພັນນ້ອຍ 414 ນອກຈາກຈະເຄື່ອນໄຫວຫນ້າທີ່ ເຮັດໃຫ້ສະພາບມີຄວາມສະຫງົບແລ້ວ ຍັງໄດ້ເຮັດໜ້າທີ່ແກ້ໄຂ ຊີວິດການເປັນຢູ່ ຂອງພະນັກງານທະຫານ ໂດຍການລະດົມ ໃຫ້ພົນທະຫານ ປູກຜັກສວນຄົວ ເພື່ອສະໜອງໃຫ້ແກ່ ເຮືອນຄົວ ແລະ ຂາຍໃຫ້ກັບປະຊາຊົນ ໃນເຂດໃກ້ຄຽງ ເພື່ອສ້າງລາຍຮັບເຂົ້າກົມກອງ ແລະ ສ່ວນບຸກຄົນຕື່ມອີກ.

ທ່ານຍັງໃຫ້ຮູ້ຕື່ມວ່າ ສຳລັບການປູກ, ການລ້ຽງຂອງກົມກອງ ກໍເພື່ອຕອບສະໜອງ ໃນຖັ້ນແຖວກໍາລັງປະກອບອາວຸດ ໂດຍສະເພາະແມ່ນກຳລັງທະຫານ ທີ່ຢູ່ຫ່າງໄກຈາກຕົວເມືອງ ຫຼຸດຜ່ອນລາຍຈ່າຍ ໃນການອອກຕະ ຫຼາດ ທີ່ພົ້ນເດັ່ນແມ່ນການປູກຜັກ ຂອງກົມກອງ ແມ່ນໄດ້ຂາຍໃຫ້ກັບປະຊາຊົນ ສ້າງລາຍຮັບເຂົ້າກົມກອງ ໄດ້ຫຼາຍພໍສົມຄວນ. ສຳລັບແຜນໃນຕໍ່ໜ້າ ແມ່ນຈະໄດ້ປຸກລະດົມ ອ້າຍນ້ອງທະຫານ ໃຫ້ປູກຜັກພັນທະ ໃຫ້ເຮືອນ ຄົວ ໄດ້ຢ່າງເປັນປົກກະຕິ ແລະ ຈະຂະຫຍາຍເຮືອນຮົ່ມອອກຕື່ມ ເພື່ອໃຫ້ພຽງພໍກັບກຳລັງ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຕະຫຼາດ ເຊິ່ງປັດຈຸບັນ ມີເຮືອນຮົມ ສຳລັບປູກຜັກທັງໝົດ 5 ຫຼັງ, ປູກມັນຕົ້ນ 2 ເຮັກຕາ, ກ້ວຍ, ໝາກນັດ, ມີດີນປູກຫຍ້າ 16 ເຮັດຕາ ມີງົວຈຳນວນ 6 ໂຕ ມີຫນອງປາ 5 ໜອງ, ລ້ຽງກົບ, ປາດຸກ, ໄກ່ພັນ ແລະ ເປັດໄກ່ທີ່ສ່ວນບຸກຄົນລ້ຽງ ຈຳນວນໜຶ່ງ. ເຮັດໃຫ້ດ້ານສະບຽບອາຫານ ແມ່ນສາມາດກຸ້ມຕົນເອງ ຫຼຸດຜ່ອນການອອກຕະຫຼາດ ໄດ້ຫຼາຍສົມຄວນ. ຄຽງຄູ່ກັນນີ້ ກອງພັນນ້ອຍ 414 ຍັງໄດ້ເລັ່ງໃສ່ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ກົມກອງຮາກຖານປະຊາຊົນ ໃນເຂດທີ່ຕົນຮັບຜິດຊອບ ປັບປຸງກົມກອງ, ປັບປຸງພື້ນຖານປະຊາຊົນ ເຂດຮັບຜິດຊອບ ໃຫ້ມີຄວາມສະຫງົບໂດຍພື້ນຖານ.





ທັງນີ້ກໍ່ເພື່ອປະຕິບັດຕາມທິດຊີ້ນຳຂອງ ກົມໃຫຍ່ພາລາ ທີ່ໄດ້ຊີ້ນໍາໃຫ້ກໍາລັງທະຫານ ໃນທົ່ວປະເທດເພີ່ມພູນຜະລິດຜົນ ເພິ່ງຕົນເອງ, ກຸ້ມຕົນເອງ ໃນດ້ານສະບຽງອາຫານ ໂດຍສະເພາະເຂດຫ່າງໄກສອກຫຼີກ ຈຶ່ງຈໍາເປັນໃນ ການປູກ ການລ້ຽງໃຫ້ຫຼາຍ ໂດຍໄດ້ກຳນົດໃຫ້ຄົນໜຶ່ງ ຕ້ອງປູກຜັກ ສົ່ງເຮືອນຄົວລວມ 120 ກິໂລ ຕໍ່ຄົນຕໍ່ປີ ແຕ່ ກອງພັນນ້ອຍ 414 ທະຫານແຂວງອຸດົມໄຊ ມີຄວາມດຸຫມັ່ນ ພາກພຽນ ສາມາດສົ່ງໃຫ້ເຮືອນຄົວ ລວມ ໄດ້ຕາມກຳນົດ ແລະ ເຫຼືອຂາຍໃຫ້ກັບປະຊາຊົນ ເພື່ອສ້າງລາຍຮັບເຂົ້າກົມກອງ ແລະ ຕົນເອງຕື່ມອີກ.


ໂດຍ: ແສງອາທິດ

KPL

ຂ່າວອື່ນໆ

ads
ads

Top