ປະຢັດ ແລະ ຟູມເຟືອຍ ໃນພາສາລາວ

25/01/2023 16:03
Email Print 813
ຂປລ ໃນສະພາບໂລກ ແລະ ພາກພື້ນ ຍັງສືບຕໍ່ມີຄວາມຫຍຸ້ງຍາກສັບສົນ ໂດຍສະເພາະທາງດ້ານເສດຖະກິດ, ບໍ່ເວັ້ນແຕ່ປະເທດທີ່ພັດທະນາແລ້ວ, ຫລາຍປະເທດປະຕິບັດນະໂຍບາຍ ປະຢັດ ຮັດສາຍແອວ ໃຫ້ການໃຊ້ການຈ່າຍກຸ້ມຄ່າ ມີປະໂຫຍດສູງສຸດ ເພື່ອພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຂັດສົນຊົ່ວຄາວນີ້ໃຫ້ໄດ້.

          ໃນສະພາບໂລກ ແລະ ພາກພື້ນ ຍັງສືບຕໍ່ມີຄວາມຫຍຸ້ງຍາກສັບສົນ ໂດຍສະເພາະທາງດ້ານເສດຖະກິດ, ບໍ່ເວັ້ນແຕ່ປະເທດ ທີ່ພັດທະນາແລ້ວ, ຫລາຍປະເທດປະຕິ ບັດນະໂຍບາຍ ປະຢັດຮັດສາຍແອວ  ໃຫ້ການໃຊ້ ການຈ່າຍກຸ້ມຄ່າ ມີປະໂຫຍດສູງສຸດ ເພື່ອພ້ອມກັນຜ່ານຜ່າ ຄວາມຫຍຸ້ງຍາກຂັດສົນ ຊົ່ວຄາວນີ້ໃຫ້ໄດ້. ບົດຮັກພາສາລາວວັນນີ້ ຈຶ່ງນໍາເອົາສອງຄໍາດັ່ງຫົວຂໍ້ມາທົບທວນນໍາກັນ.

          ຄໍາ “ປະຢັດ” ເປັນຄໍາລາວ ມີເຄົ້າມາຈາກພາສາຂະແມ ຖ້າຂຽນແບບລາວຈະອອກເປັນຮູບ “ບຣຢັດ” ທີ່ອອກສຽງວ່າ ປຣໍຢັດ ມີຄວາມໝາຍວ່າ ລະວັງ ຫລື ລະມັດລະວັງ. ຢູ່ໃນດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານ ການຟູມເຟືອຍ (ເລກທີ 205/ລບ, ລົງວັນທີ 22/7/2022) ໄດ້ນິຍາມຄວາມໝາຍ “ການປະຢັດ” ແມ່ນການຫລຸດຜ່ອນຄ່າສິ້ນເປືອງ ໃນການນໍາໃຊ້ງົບປະມານຂອງລັດ, ແຫລ່ງທຶນ, ຊັບສິນ, ແຮງງານ, ເວລາ, ຊັບພະຍາ ກອນທໍາມະຊາດ, ພະລັງງານ ແລະ ອື່ນໆ ທີ່ມີຢູ່ຢ່າງຈໍາກັດ ໃຫ້ມີປະສິດທິຜົນສູງສຸດ ໂດຍການນໍາໃຊ້ ແຫລ່ງຊັບພະຍາກອນດັ່ງກ່າວ ດ້ວຍແຫລ່ງທຶນທີ່ເທົ່າ ຫລື ໜ້ອຍກວ່າເກົ່າ, ແຕ່ໄດ້ຮັບຜົນຕອບແທນຫລາຍ ແລະ ດີກວ່າ ເກົ່າ ຕາມອັດຕາທີ່ຕໍ່າກວ່າ ກໍານົດໝາຍ, ຫົວໜ່ວຍລາຄາ, ປະລິມານ ແລະ ລະດັບທີ່ໄດ້ກໍານົດໄວ້ ຫລື ຕາມຄວາມຈໍາເປັນ ແຕ່ກໍ່ຍັງສາມາດເຮັດໃຫ້ ວຽກງານບັນລຸຜົນສໍາເລັດໄດ້ຕາມເປົ້າໝາຍ.

          ຄໍານີ້ ພື້ນຖານແລ້ວມີຄວາມໝາຍຄືກັນກັບຄໍາລາວດັ້ງເດີມ “ຢອມ” ເຊິ່ງການໃຊ້ຕົວຈິງມັກພົບ ທັງລັກສະນະສະເພາະ ແລະ ໂດຍລວມ ເຊັ່ນ ຢອມກິນ ໝາຍເຖິງ ກິນຢ່າງລະມັດລະວັງ ບໍ່ໃຫ້ເຮ່ຍຮວາຍເສຍຖິ້ມ, ແຕ່ບໍ່ໝາຍວ່າບໍ່ກິນ. ຄວາມໝາຍ ຢອມ ບໍ່ໄດ້ກໍານົດຕາຍຕົວປະລິມານ. ນອກນັ້ນຍັງພົບການໃຊ້ “ຢອມກີິນຢອມຈ່າຍ” ຫລື ຢອມກິນຢອມໃຊ້. ໃນຄວາມໝາຍ ວະລີທີ່ຍົກມາ ບໍ່ໝາຍວ່າ ບໍ່ໃຫ້ກິນ ບໍ່ໃຫ້ຈ່າຍ, ແຕ່ຫາກ ໝາຍເຖິງ ກິນ-ໃຊ້-ຈ່າຍ ຢ່າງມີສະຕິ ລະມັດລະວັງ ມີສ່ວນຈົ່ງເອົາໄວ້ແດ່ວ່າຊັ້ນສາ. ຕາມການສຶກສາ, ຄໍາ “ຢອມ” ບໍ່ພົບການໃຊ້ໄປກັບເວລາ.

          ສ່ວນຄໍາ “ຟູມເຟືອຍ” ມີຄວາມໝາຍກົງກັນຂ້າມກັບຄໍາ “ປະຢັດ” ເຊິ່ງໃນດໍາລັດສະບັບເລກທີ 205/ລບ ກໍ່ໄດ້ອະທິບາຍແຈ້ງວ່າ “ການຟູມເຟືອຍ” ໝາຍເຖິງ ການນໍາໃຊ້ງົບປະມານ, ທຶນ ແລະ ຊັບສິນ, ແຮງງານ, ເວລາ, ຊັບພະຍາກອນທໍາມະຊາດ, ພະລັງງານ ແລະ ອື່ນໆ ທີ່ເກີນກໍານົດໝາຍ, ບໍ່ເກີດປະໂຫຍດ ແລະ ບໍ່ມີປະສິດທິຜົນສູງ. ສະນັ້ນ ໃນຄວາມໝາຍ “ຟູມເຟືອຍ” ກໍ່ໝາຍເຖິງພຶດຕິກໍາຂອງມະນຸດທີ່ນໍາໃຊ້ເວລາ, ເງິນ-ທຶນ...ແບບຂາດສະຕິ, ບໍ່ຫລິງເຫັນອະນາຄົດຍາວໄກ, ທັງບໍ່ຄໍານຶງຜົນປະໂຫຍດຂອງການກະທໍານັ້ນໆ ເທົ່າທີ່ຄວນ.

          ຢ່າງໃດກໍ່ດີ ສະເພາະຄໍາ “ປະຢັດ” ກໍ່ມີບາງຄໍາເຫັນວ່າ ແມ່ນຄວາມໝາຍດຽວກັບຄໍາ “ຂີ້ຖີ່”, ແຕ່ໃນຄວາມໝາຍທາງວັດຈະນະນັ້ນ ເປັນຄົນລະອັນ. “ຂີ້ຖີ່” ເປັນຄໍາຄຸນນາມ ຫລື ວິເສດ ໝາຍເຖິງຄຸນລັກສະນະ ຂອງ ຄົນທີ່ບໍ່ ຢາກປັນສິ່ງຂອງຂອງຕົນ ໃຫ້ຜູ້ອື່ນ ເອີ້ນ ຄົນຂີ້ຖີ່ ຫລື ຂີ້ໜຽວ ກໍ່ວ່າ.

          ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.


* ຮິບໂຮມໂດຍ: ພະກາ
KPL

ຂ່າວອື່ນໆ

    • ມ່ວນຊືນໃຫ້ພໍດີບົດ-ສາລະຄະດີ

      ມ່ວນຊືນໃຫ້ພໍດີ

      4/11/2024 9:20:19 AM

      ມື້ຮືກໍ່ເຂົ້າສູ່ເທສະການສະຫລອງສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ລາວ ພ.ສ 2567 ແລ້ວ, ນັບແຕ່ທ້າຍອາທິດແລ້ວມາອາທິດນ້ີຍິນມາວ່າຫລາຍສໍານັກງານຫ້ອງການ ແລະ ຄອບຄົ ໄດ້ສັງສັນສາມັກຄີກັນລ່ວງໜ້າແດ່ແລ້ວ ເພື່ອວ່າໃນໄລຍະສະຫລອງບຸນແທ້ໆຕ່າງຄົນໄປຕາມເປົ້າໝາຍໃຜລາວ, ເປັນການໝູນໃຊ້ກາລະໂອກາດອັນອໍານວຍ ໄດ້ທັງຮີດຄອງ ແລະ ຄວາມສາມັກຄີ.

    • ສະກັດກັ້ນການສວຍໂອກາດບົດ-ສາລະຄະດີ

      ສະກັດກັ້ນການສວຍໂອກາດ

      4/9/2024 5:58:32 AM

      ໃກ້ຮອດປີໃໝ່ລາວ, ອາທິດນີ້ຈະມີຫລາຍສໍານັກງານອົງການ ຕະຫລອດຮອດຄອບຄົວຫົວເຮືອນ ມີແຜນຈັດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເພື່ອວ່າໄລຍະປີໃໝ່ ເອົາເວລາໄປທ່ອງທ່ຽວສົ່ງເສີມປີທ່ອງທ່ຽວລາວ ໃຫ້ຄຶກຄື້ນມ່ວນຊື່ນພາຍໃຕ້ຄໍາຂວັນ ທ່ອງທ່ຽວປອດໄພ ຊື່ນໃຈວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ.

    • ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດບົດ-ສາລະຄະດີ

      ຊາວໜຸ່ມລາວ ແມ່ນກຳລັງແຮງໃນພາລະກິດສ້າງສາພັດທະນາປະເທດຊາດ

      4/9/2024 5:45:56 AM

      ພັກປະຊາຊົນ ປະຕິວັດລາວໄດ້ຂະໜານນາມຊາວໜຸ່ມວ່າ: ເປັນແຂນຂວາຂອງພັກ, ເປັນກະດູກສັນຫລັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົ່ງຮັກພັກດີຂອງປະເທດຊາດ, ມູນເຊື້ອ ແລະ ວິລະກໍາຂອງຊາດໄດ້ຮັບການຜັນຂະຫຍາຍ ເປັນການກະທໍາປະຕິວັດຂອງຊາວໜຸ່ມ ຊຶ່ງສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງພັກ, ຂອງປະເທດຊາດ ແລະ ເຮັດສໍາເລັດພາລະກໍາຂອງຕົນ.

    • 60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດບົດ-ສາລະຄະດີ

      60 ປີ ຊາວໜຸ່ມລາວ ເຕີບໃຫຍ່ຂະຫຍາຍຕົວໃນທຸກພາລະກິດຂອງຊາດ

      4/8/2024 11:28:13 AM

      ຕະຫລອດໄລຍະ 69 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ, ຊາວໜຸ່ມປະຊາຊົນ ປະຕິວັດລາວ ແມ່ນມີບົດບາດສໍາຄັນໃນທຸກພາລະກິດຂອງຊາດ ແລະ ມີບົດບາດໃນການຕັດສິນທຸກໄຊຊະນະຂອງການປະຕິວັດຊາດ ເພາະຊາວໜຸ່ມແມ່ນກໍາລັງແຂນຂວາຂອງຂອງພັກ, ເປັນກະດູກສັນຫລັງຂອງຊາດ ທີ່ເຕັມໄປດ້ວຍມູນເຊື້ອນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ ມີວັດທະນະທໍາອັນດີງາມ ແລະ ມີ ຄວາມເສຍສະຫລະອັນສູງສົ່ງໃນການປະກອບສ່ວນໃນພາລະກໍາປະຫວັດສາດ ແລະ ເຮັດສໍາເລັດໜ້າທີ່ຂອງການປະຕິວັດປະຊາທິປະໄຕ.

    • ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລບົດ-ສາລະຄະດີ

      ລ້ຽງໄກ່ພັນໄຂ່ ລາຍຮັບດີມີກຳໄລ

      4/8/2024 11:20:26 AM

      ໄຂ່ ເປັນອາຫານທີ່ນິຍົມຊົມຊອບຂອງຜູ້ບໍລິໂພກ ເນື່ອງຈາກວ່າສາມາດນໍາມາປຸງແຕ່ງອາຫານໄດ້ຫລາກຫລາຍ ບໍ່ວ່າຈະຕົ້ມ, ຂົ້ວ ຫລື ເປັນສ່ວນປະກອບຂອງອາຫານເຍື່ອງອື່ນໆ ກໍ່ແຊບຊ້ອຍ, ກິນງ່າຍໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່.

ads
ads

Top