ຍີ່ປຸ່ນ ຈະອອກນະໂຍບາຍສົ່ງເສີມການລ້ຽງລູກ

24/01/2023 18:29
Email Print 371
ຂປລ ທ່ານ ຟູ​ມິ​ໂອ ກີ​ຊີ​ດາ (Fumio Kishida),ນາ​ຍົກ​ ລັດ​ຖະ​ມົນ​ຕີ​ ຍີ່​ປຸ່ນ ​ອອກ​ມາ​ ເຕືອນ​ວ່າ: ຍີ່​ປຸ່ນ​ ໃກ້​ຈະ​ສູນ​ເສຍ ​ການ​ເຄື່ອນ​ໄຫວ​ ທາງສັງ​ຄົມ ເນື່ອງຈາກວ່າ ອັດຕາ ການເກີດ ຫລຸດ​ລົງ ຢ່າງໄວວາ.

ຂປລ.ສຳນັກ​ຂ່າວ ກ່ຽວ​​ໂດ(Kyodo), ເມື່ອບໍ່ດົນມານີ້, ທ່ານ ຟູ​ມິ​ໂອ ກີ​ຊີ​ດາ (Fumio Kishida),ນາ​ຍົກ​ ລັດ​ຖະ​ມົນ​ຕີ​ ຍີ່​ປຸ່ນ ​ອອກ​ມາ​ ເຕືອນ​ວ່າ: ຍີ່​ປຸ່ນ​ ໃກ້​ຈະ​ສູນ​ເສຍ ​ການ​ເຄື່ອນ​ໄຫວ​ ທາງສັງ​ຄົມ ເນື່ອງຈາກວ່າ ອັດຕາ ການເກີດ ຫລຸດ​ລົງ ຢ່າງໄວວາ. ພ້ອມ​ທັງ ​ໃຫ້​ຄຳ​ໝັ້ນ ​ສັນຍາ​ ເອົາ​ໃຈ​ໃສ່​ ນະ​ໂຍບາຍ​ ສົ່ງ​ເສີມ ​ການ​ລ້ຽງ​ລູກ ​ເປັນ​ວາລະ ຮີບດ່ວນ ທີ່​ສຸດ​ໃນ​ປີ​ນີ້. ຫລັງ​ຈາກ ​ອັດຕາ​ ການ​ເກີດ ​ຕໍ່​ປີ ​ຂອງ​ຍີ່ປຸ່ນ ມີ​ທ່າ​ອຽງ​ ຫລຸດ​ລົງ ​ຕ່ຳ​ກວ່າ ລະດັບ 800.000ຄົນ ​ເປັນຄັ້ງ ທຳ​ອິດ ​ໃນ​ປີ2022./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top