ສສ ຫວຽດນາມ ຮ່ວມສົນທິສັນຍາ ສປຊ ຕ້ານອາດຊະຍາກຳເຕັກໂນໂລຊີຂໍ້ມູນຂ່າວສານ

24/01/2023 18:18
Email Print 314
ຂປລ ສສ ຫວຽດນາມ ​ເຂົ້າຮ່ວມ ປະຊຸມຄັ້ງທີ 4 ຄະນະ ກຳມະການ ພິເສດ ຂອງ ສະຫະ ​ປະຊາ​ຊາດ (ສປຊ) ສ້າງສົນທິ ສັນ ຍາສາກົນ ຮອບດ້ານ ກ່ຽວກັບ ການຕ້ານ ການນຳໃຊ້ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ໃຫ້ແກ່ ເປົ້າໝາຍ ລະເມີດ ກົດໝາຍ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ,​ເມື່ອ​ບໍ່​ດົນ​ມາ​ນີ້ ສສ ຫວຽດນາມ ​ເຂົ້າຮ່ວມ ປະຊຸມຄັ້ງທີ 4 ຄະນະ ກຳມະການ ພິເສດ ຂອງ ສະຫະ ​ປະຊາ​ຊາດ (ສປຊ) ສ້າງສົນທິ ສັນຍາສາກົນ ຮອບດ້ານ ກ່ຽວກັບ ການຕ້ານ ການນຳໃຊ້ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ໃຫ້ແກ່ ເປົ້າໝາຍ ລະເມີດ ກົດໝາຍ.​ໃນ​ໂອກາດ​ນີ້ ຄະນະຜູ້ແທນ ສສ ຫວຽດນາມ ​ໄດ້​ກ່າວວ່າ: ​ໃນ​ເບື້ອງ​ຕົ້ນ ຮ່າງມະຕິ ໂດຍຄະນະ ເລຂາ ຄະນະ ກຳມະການ ພິເສດ ໄດ້ສ້າງພື້ນຖານ ຢ່າງໝັ້ນແກ່ນ ໃຫ້ແກ່ ການເຈລະຈາ ຄັ້ງຕໍ່ໄປ, ດ້ວຍເປົ້າໝາຍ ສ້າງເນື້ອໃນ ຮ່າງສົນທິ ສັນຍາ ໃຫ້ສົມບູນແບບ ຍື່ນສະເໜີ ສະພາ ສປຊ ເພື່ອຮັບຮອງເອົາ ໂດຍໄວ. ຈາກ​ນັ້ນ ​ໄດ້ປະກອບ ຄຳເຫັນ ກ່ຽວກັບ ບາງເນື້ອໃນ ຮ່າງສົນທິ ສັນຍາຄື: ການລະເມີດ ການນຳໃຊ້, ອາດຊະຍາກຳ ຊະນິດຕ່າງໆ ທີ່ແຊກແຊງ ເຂົ້າລະບົບ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ, ການສໍ້ໂກງ ດ້ວຍເຕັກໂນໂລຢີ ຂໍ້ມູນຂ່າວ ສານ ແລະ ບັນຫາ ຄວາມຮັບຜິດຊອບ ທາງອາຍາ ຂອງສ່ວນບຸກຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top