ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ມອບເຄື່ອງ ຊ່ວຍເຫລືອຢູ່ 2 ໂຮງຮຽນ ເມືອງນາຊາຍທອງ

17/01/2023 11:28
Email Print 2289
ຂປລ ຂປລ. ໃນວັນທີ 14 ມັງກອນ 2023 ນີ້, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈັດກິດຈະກໍາການກຸສົນ ພາຍໃຕ້ຫົວຂໍ້:“ ແສງສະຫວ່າງແຫ່ງຄວາມຫວັງ” ດ້ວຍການມອບເຄື່ອງຊ່ວຍເຫລືອໃຫ້ ໂຮງຮຽນ ປະຖົມສົມບູນສີວິໄລ ແລະ ໂຮງຮຽນວິຊາຊີບຄົນພິການ ສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເພື່ອປະກອບສ່ວນສົ່ງເສີມ ວຽກງານການສຶກສາ ເຊິ່ງມອບໂດຍ ທ່ານ ຢ່າງ ກວາງຢີ້ນ ຮອງປະທານບໍລິສັດການລົງທຶນຕ່າງ ປະເທດ CSG-YNIC.

ຂປລ. ໃນວັນທີ 14 ມັງກອນ 2023 ນີ້, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈັດກິດຈະກໍາການກຸສົນ ພາຍໃຕ້ຫົວຂໍ້:ແສງສະຫວ່າງແຫ່ງຄວາມຫວັງດ້ວຍການມອບເຄື່ອງຊ່ວຍເຫລືອໃຫ້ ໂຮງຮຽນ ປະຖົມສົມບູນສີວິໄລ ແລະ ໂຮງຮຽນວິຊາຊີບຄົນພິການ ສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເພື່ອປະກອບສ່ວນສົ່ງເສີມ ວຽກງານການສຶກສາ ເຊິ່ງມອບໂດຍ ທ່ານ ຢ່າງ ກວາງຢີ້ນ ຮອງປະທານບໍລິສັດການລົງທຶນຕ່າງ ປະເທດ CSG-YNIC.

          
ສຳລັບ, ​ເຄື່ອງທີ່ນໍາໄປມອບ ໃຫ້ໂຮງຮຽນປະຖົມສົມບູນສີວິໄລ ປະກອບມີ: ເຄື່ອງໃຊ້ຫ້ອງການ
, ໄຟ LED ຫ້ອງຮຽນ, ສີທາໂຮງຮຽນ,​ ອຸປະກອນການຮຽນເຊັ່ນ: ຖົງໃສ່ປື້ມ, ປື້ມຂຽນ, ບິກ, ສໍດຳ ແລະ ອຸປະກອນອື່ນໆ, ລວມມູນຄ່າ 44 ລ້ານກວ່າກີບ, ຕ່າງໜ້າຮັບໂດຍ ທ່ານ ນາງ ອໍລະໄທ ນາບຸນແພງ ຜູ້ອໍານວຍການໂຮງຮຽນປະຖົມສົມບູນສີວິໄລ. ສ່ວນໂຮງຮຽນວິຊາຊີບ ຄົນພິການສີເກີດ ແມ່ນໄດ້ຮັບ ອຸປະກອນການຮຽນ-ການສອນ ວິຊາຊີບຄົນພິການ, ເຂົ້າກ່ອງ, ເຂົ້າໜົມ ລວມມູນຄ່າ 42 ລ້ານກວ່າກີບ, ກ່າວຮັບໂດຍ​ ທ່ານ ຄໍາໂກ້ ຈອມລາດ ຮອງຫົວໜ້າສູນການ ແພດຟື້ນຟູໜ້າທີ່ການ, ກະຊວງສາທາ ລະນະສຸກ, ມີ ທ່ານ ທອງສິງ ເທບທໍາວົງ ຜູ້ອໍານວຍການໂຮງຮຽນ ວິຊາຊີບຄົນພິການ ສີເກີດ, ພ້ອມດ້ວຍພະນັກງານຂອງບໍລິສັດ, ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.



ທ່ານ ຢ່າງ ກວາງຢີ້ນ ໄດ້ກ່າວວ່າ: ເຄື່ອງຊ່ວຍເຫລືອຄັ້ງນີ້
, ຈະປະກອບສ່ວນສໍາຄັນ ໃນການປັບປຸງສະພາບແວດລ້ອມ ການຮຽນ-ການສອນຂອງໂຮງຮຽນ ໃຫ້ດີຂຶ້ນໃນລະດັບໜຶ່ງ, ພ້ອມນີ້ຢືນຢັນວ່າ: ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຂອງຈີນ ຈະປະຕິບັດຕາມ ແນວທາງການຮ່ວມມືກັບ ສປປ ລາວ​ ເພື່ອໃຫ້ສາມາດສະໜອງ ໄຟຟ້າສີຂຽວ ແລະ ຍືນຍົງ ແລະ ປະກອບສ່ວນສໍາຄັນ ໃນການພັດທະນາ ເສດຖະກິດ-ສັງຄົມຂອງລາວ ໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.ໃນໄລຍະດຳເນີນໂຄງການຮ່ວມມືຢູ່ລາວ, ບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຂອງຈີນ ຈໍາກັດ ໄດ້ປະກອບສ່ວນ ພັດທະ ນາຊຸມຊົນ ແລະ ສັງຄົມ, ຊຸກຍູ້ໃຫ້ເກີດ ການຈ້າງງານໃນທ້ອງຖິ່ນ ແລະ ດຳເນີນການຝຶກອົບຮົມ ສີມືແຮງງານຜ່ານການປະຕິບັດຕົວຈິງ ໃນໂຄງການ. ນອກຈາກນີ້ ຍັງໄດ້ສະໜັບສະໜູນ ການສຶກສາໃນທ້ອງຖິ່ນ, ບໍລິຈາກສິ່ງຂອງໃຫ້ແກ່ ໂຮງຮຽນ ແລະ ດຳເນີນໂຄງການຊ່ວຍ ເຫລືອເພື່ອເປົ້າໝາຍ ສ້າງແສງສະຫວ່າງ ໃຫ້ທຸກຄົວເຮືອນໃນປະເທດລາວ”.


KPL

ຂ່າວອື່ນໆ

ads
ads

Top