ທະຫານເມືອງພູກູດ ເປັນເຈົ້າການປ້ອງກັນ ເວນຍາມ ໃນມະຫະກຳກິລາແຫ່ງຊາດ

20/12/2022 15:10
Email Print 2525
ຂປລ ຂປລ. ມະຫາກຳກິລາແຫ່ງຊາດ ​ຄັ້ງທີ 11 ຫລື ຊຽງຂວາງເກມ ໄດ້ດໍາເນີນໄປຢ່າງ ມີຄວາມສະຫງົບຮຽບຮ້ອຍ, ສ້າງໄດ້ຄວາມເຊື່ອໝັ້ນ ຈາກປະຊາຊົນ ແລະ ມວນຊົນທີ່ມາຮ່ວມງານຄັ້ງນີ້. ທັງໝົດນີ້ແມ່ນໝາກຜົນແຫ່ງ ການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງລົງຮອດທ້ອງຖິ່ນ

ຂປລ. ມະຫາກຳກິລາແຫ່ງຊາດ ​ຄັ້ງທີ 11 ຫລື ຊຽງຂວາງເກມ ໄດ້ດໍາເນີນໄປຢ່າງ ມີຄວາມສະຫງົບຮຽບຮ້ອຍ, ສ້າງໄດ້ຄວາມເຊື່ອໝັ້ນ ຈາກປະຊາຊົນ ແລະ ມວນຊົນທີ່ມາຮ່ວມງານຄັ້ງນີ້. ທັງໝົດນີ້ແມ່ນໝາກຜົນແຫ່ງ ການປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງລົງຮອດທ້ອງຖິ່ນ ​ໂດຍສະເພາະ ຢູ່​ເມືອງ​ພູກູດ​ ຍ້ອນເປັນເຈົ້າການເຮັດວຽກງານປ້ອງກັນຄວາມສະຫງົບຮຽບຮ້ອຍຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກໍາລັງກອງຫລອນ ແລະ ການປະກອບສ່ວນ ຊຸກຍູ້ວັດຖຸ, ກໍາລັງໃຈ ຈາກປະຊາຊົນຊັ້ນຄົນຕ່າງໆ ຈຶ່ງເຮັດໃຫ້ງານກິລາດັ່ງກ່າວ, ມີຄວາມສະຫງົບປອດໄພດີ.





ສະຫາຍ ພັນໂທ​ ບຸນຍໍ້ ພົມມະຈັນ ຫົວໜ້າການທະຫານ​ ກອງບັນຊາການທະຫານ ເມືອງພູກູດ​ , ຄະນະອະນຸກຳມະການ ປ້ອງກັນກິລາແຫ່ງຊາດ ຊຽງຂວາງເກມ ໄດ້ໃຫ້ຮູ້ວ່າ: ໂດຍອີງຕາມແຜນການ ປ້ອງກັນງານກິລາແຫ່ງຊາດ ຂອງກອງບັນຊາການ ທະຫານແຂວງຊຽງຂວາງ​ ແລະ​ ປະຕິບັດຕາມການຕົກລົງ ຂອງຄະນະຮັບຜິດຊອບລວມ ໃນການປ້ອງກັນ ຄວາມສະຫງົບຮຽບຮ້ອຍ ໃຫ້ແກ່ງານກິລາ ແຫ່ງຊາດ​ຊຽງຂວາງ​ເກມ​ ​ໂດຍສະເພາະ ກອງບັນຊາການ ທະຫານເມືອງ​ພູກູດ​ ໄດ້ສ້າງແຜນງານສະເພາະ ໃນການຮັກສາຄວາມສະຫງົບ ຢູ່ແຕ່ລະຈຸດທີ່ສໍາຄັນ ໃນຂອບເຂດຮັບຜິດຊອບ ພ້ອມທັງໄດ້ມີການປະ ສານງານກັບຄະນະຮັບຜິດຊອບລວມ ແລະ ອໍານາດການປົກຄອງ ຂັ້ນຕ່າງໆ ໃນການກະກຽມຄວາມພ້ອມແຕ່ຫົວທີ ເພື່ອຮັບໃຊ້ວຽກງານ ປ້ອງກັນ ຄວາມສະຫງົບທັງກ່ອນ ແລະ ໃນໄລຍະດຳເນີນການແຂ່ງ ຂັນກໍໄດ້ມີການກຽມ ຄວາມພ້ອມທາງກຳລັງ
, ເຄື່ອງມືຮັບໃຊ້ວິຊາສະເພາະ ແລະ ອື່ນໆ ຢ່າງຄົບຖ້ວນ.   ຜ່ານການເຄື່ອນໄຫວ ຕາມພາລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍຈາກ ພັກ-ລັດຂັ້ນເທິງ​ ກົມກອງພວກເຮົາໄດ້ປັບປຸງລະບົບ ປະຈຳການຢ່າງເປັນລະບົບຄົບຊຸດ ໂດຍໄດ້ສ້າງແຜນຄາດ ກະກໍລະນີທີ່ຈະເກີດຂຶ້ນ  ແລະ ໄດ້ຈັດຕັ້ງນຳໃຊ້ກຳລັງແບ່ງອອກເປັນ 3​ ພາກສ່ວນ​ຄື: ພາກສ່ວນບັນຊາ, ພາກສ່ວນປ້ອງກັນຢູ່ແຕ່ລະຈຸດ ແລະ​ ພາກສ່ວນ​ກອງຫລອນ​ ເຄື່ອນໄຫວ​ປ້ອງກັນເວນຍາມ ຕາມສາຍທາງເລກ 7 ແລະ ​ພູກູດຈອມເຫລັກ, ພ້ອມນັ້ນຍັງ​ປ້ອງກັນໃຫ້ແກ່ສະຖານທີ່ທ່ອງທ່ຽວ ແລະ​ ບັນດາເຂດເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ,​ ເມືອງຕໍ່ແຂວງ ແລະ​ ນໍາໃຊ້ກຳລັງປ້ອງກັນສຳຮອງ ເຄື່ອນໄຫວເວນຍາມ ທາງເຂົ້າ-ອອກ​ບ້ານ​ ແລະ ​ສຳນັກງານອົງການຕ່າງໆ.​





ສັງລວມແລ້ວ, ຕະຫລອດໄລຍະການຈັດຕັ້ງ ປະຕິບັດປ້ອງກັນເວນຍາມ ໃຫ້ແກ່ງານກິລາຄັ້ງນີ້
, ມາຮອດປັດຈຸບັນ​ ໃນຂອບເຂດຮັບຜິດຊອບ ແມ່ນສາມາດຮັກສາໄດ້ ຄວາມສະຫງົບໂດຍພື້ນຖານ ທັງນີ້, ກໍຍ້ອນໄດ້ຮັບການຊີ້ນຳຢ່າງໃກ້ຊິດ ແລະ ທຸກພາກສ່ວນ ໄດ້ເອົາໃຈໃສ່ ຊີ້ນຳ-ບັນຊາບັນດາກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ​ ເອົາໃຈໃສ່ປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ພໍ່ແມ່ປະຊາຊົນຊັ້ນຄົນຕ່າງໆ ກໍລ້ວນແຕ່ໄດ້ເປັນຫູ ເປັນຕາຊ່ວຍກັນ ຕິດຕາມທຸກການເຄື່ອນໄຫວ ຂອງອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ຫວັງດີຢ່າງເຂັ້ມແຂງ.

KPL

ຂ່າວອື່ນໆ

ads
ads

Top